ຊາວອີຈິບໄປປ່ອນບັດ ລົງປະຊາມະຕິ

  • ໄພສານ ວໍຣະຈັກ

ຊາວອີຈິບເຂົ້າແຖວປ່ອນບັດທີ່ນະຄອນຫຼວງໄຄໂຣ ໃນການລົງປະຊາມະຕິກ່ຽວກັບການແກ້ໄຂລັດຖະທຳມະນູນ (19 ມີນາ 2011)

ປະຊາຊົນຊາວອີຈິບພວມພາກັນໄປປ່ອນບັດໃນການລົງ
ປະຊາມະຕິ ເພື່ອແກ້ໄຂກົດໝາຍລັດຖະທຳມະນູນທີ່ແນ
ໃສ່ເພື່ອໃຫ້ມີການເລືອກຕັ້ງທີ່ເສລີແລະຍຸດຕິທຳ.

ເປັນທີ່ຄາດກັນວ່າ ຈະມີປະຊາຊົນໄປປ່ອນບັດ ເປັນຈຳ
ນວນຫຼວງຫຼາຍໃນວັນເສົາມື້ນີ້ໃນການທົດສອບເທື່ອທຳ
ອິດ ກ່ຽວກັບການເຄື່ອນໄຫວ ໄປສູ່ປະຊາທິປະໄຕຂອງ
ອີຈິບລຸນຫຼັງທີ່ມີການໂຄ່ນລົ້ມທ່ານ Hosni Mubarak
ຜູ້ນຳທີ່ກຳອຳນາດ ມາເປັນເວລາດົນນານຂອງອີຈິບ
ໃນການລຸກຮືຂຶ້ນຂອງປະຊາຊົນ.

ການແກ້ໄຂທີ່ວ່ານີ້ຈະເປີດໃຫ້ບັນດາຜູ້ສະມັກຂອງພັກ
ຝ່າຍຄ້ານທັງໝົດເຂົ້າແຂ່ງຂັນໃນການເລືອກຕັ້ງໄດ້ແລະ
ຈຳກັດການດຳລົງຕຳແໜ່ງຂອງປະທານາທິບໍດີໄດ້ 2
ສະໄໝໆລະ 4 ປີ. ນອກນັ້ນແລ້ວຍັງຈະອຳນວຍໃຫ້ຈັດ
ການເລືອກຕັ້ງສະພາແຫ່ງຊາດ ແລະປະທານາທິບໍດີຂຶ້ນ
ພາຍໃນທ້າຍປີນີ້.

ກຸ່ມທີ່ບໍ່ພົວພັນກັບເລື່ອງສາສະໜາແລະພວກນັກເຄື່ອນໄຫວປະຕິຮູບແຖວໜ້າຮວມທັງທ່ານ
Arm Moussa ຜູ້ນຳສັນນິບາດອາຣັລແລະທ່ານ Mohammed El-Baradei ຜູ້ທີ່ເຄີຍ
ໄດ້ຮັບລາງວັນໂນແບລຂະແໜງສັນຕິພາບ ຄັດຄ້ານຕໍ່ການຮັບຜ່ານບົດແກ້ໄຂລັດຖະທຳມະ
ນູນ. ບຸກຄົນທັງສອງຕັ້ງໃຈທີ່ຈະສະມັກເຂົ້າແຂ່ງຂັນເອົາຕຳແໜ່ງປະທານາທິບໍດີອີຈິບ.

ພວກທີ່ຄັດຄ້ານຕໍ່ບົດແກ້ໄຂລັດຖະທຳມະນຸນກ່າວວ່າການເລືອກຕັ້ງຢ່າງວ່ອງໄວຈະເປັນ
ການໄດ້ປຽບແບບບໍ່ຍຸດຕິທຳ ສຳລັບແຕ່ 2 ພັກການເມືອງທີ່ມີການຈັດຕັ້ງຢູ່ໃນປະເທດ
ອີຈິບທໍ່ນັ້ນ ຄືພັກປະຊາທິປະໄຕແຫ່ງຊາດຂອງທ່ານ Mubarak ແລະພັກສາສະໜາອິສ
ລາມຂອງພວກມຸສລິມພະລາດອນພາບ ຫຼື Muslim Brotherhood.

ສຳລັບພວກສະໜັບສະໜຸນໃຫ້ມີການປ່ຽນແປງກ່າວວ່າ ການປະຕິເສດຕໍ່ບົດແກ້ໄຂລັດ
ຖະທຳມະນຸນທີ່ວ່ານີ້ ມີແຕ່ຈະແກ່ຍາວການປົກຄອງຂອງສະພາທະຫານທີ່ໄດ້ເຂົ້າຄວບຄຸມ
ປະເທດອີຈິບຫຼັງຈາກທ່ານ Mubarak ລາອອກໃນເດືອນກຸມພາຜ່ານມາ.