ນັກປຸກລະດົມການປະຕິຮູບ ຄົນສໍາຄັນຂອງອີຈິບ ຈະກັບຄືນປະເທດ

  • ບົວສະຫວັນ

ທ່ານ Mohamed El Baradei ອະດີດຜູ້ອໍານວຍໃຫຍ່ຂອງອົງການ ພະລັງປະລາມະນູສາກົນ ຫລື IAEA ທີ່ໄດ້ຮັບລາງວັນໂນແບລ ຂະແໜງສັນຕິພາບຖະແຫລງຕໍ່ພວກນັກຂ່າວ ກ່ອນໜ້າທີ່ທ່ານຈະບິນ ໄປຍັງນະຄອນ Cairo ຈາກເດີ່ນບິນ Schwechat ຂອງນະຄອນ ວຽນນາ, ປະເທດ Austria ໃນວັນພະຫັດ ທີ 27 ມັງກອນ, 2011 (R

ນັກ​ປຸກລະດົ​ມເພື່ອການ​ປະຕິຮູບຄົນສຳຄັນ​ຂອງອີ​ຈິບມີ​ແຜນ​ທີ່​ຈະ​ກັບ​ຄືນ​ໄປ​ຍັງອີ​ຈິບ​ ​ໃນ​
ຂະນະ​ທີ່ພວກ​ນັກ​ເຄື່ອ​ນໄຫວຕ້ານ​ລັດຖະບານ​ວາງ​ແຜນ​ທີ່​ຈະໂຮມຊຸມນຸມ​ກັນ​ ໃນ​ນະຄອນ
ຫລວງ​ຂອງ​ປະ​ເທດ​.

ທ່ານ Mohamed El Baradei ອະດີດຫົວໜ້າອົງກອນ​ວ່າ​ດ້ວຍ​ນີວ​ເຄລຍຂອງສະຫະ​ປະ
ຊາ​ຊາດ ຄາດວ່າ​ຈະ​ກັບ​ຄືນ​ໄປ​ຍັງ​ອີ​ຈິບໃນ​ວັນ​ພະຫັດມື້ນີ້ ​ເພື່ອ​ຈະ​ໄປ​ເຂົ້າຮ່ວມການ​ເດີ​ນ
ຂະ​ບວນປະ​ທ້ວງ​ຕໍ່ຕ້ານການ​ປົກຄອງມາ​ເປັນ​ເວລາ 30 ປີ ຂອງປະທານາທິບໍດີ Hosni
Mubarak ນັ້ນ.

ພວກ​ນັກ​ເຄື່ອ​ນ​ໄຫວ​ໄດ້ໃຊ້ພວກ​ເວັບ​ໄຊ໌ ທີ່​ເປັນ​ສື່ທາງ​ສັງຄົມເພື່ອຮຽກຮ້ອງ​ໃຫ້​ມີ​ການປະ
ທ້ວງ​ຄັ້ງໃຫຍ່ຢູ່​ນະຄອນຫລວງ Cairo ​ໃ​ນມື້ວັນ​ສຸກມື້ອື່ນ.

ໃນ​ວັນ​ພຸດ​ວານ​ນີ້, ຕຳຫລວດຮັກສາ​ຄວາມ​ສະຫງົບໄດ້​ປະ​ທະ​ກັນກັບ​ພວກເດີນ​ຂະ​ບວນປະ
ທ້ວງຫລາຍພັນຄົນ​ເປັນມື້ທີ​ສອງ​ລຽນຕິດ​ໂດຍ​ໄດ້​ຍິງລູກປືນ​ຢາງ ​ແລະ​ໃຊ້​ລະ​ເບີດ​ນໍ້າຕາ
ແລະ​ໄມ້ຄ້ອນ​ ປາບ​ພວກ​ປະ​ທ້ວງ ທີ່ໄດ້​ທ້າ​ທາຍ​ການ​ຫ້າມເດີນ​ຂະ​ບວນປະ​ທ້ວງຂອງ​ລັດຖະ
ບານນັ້ນ.

ຢ່າງໜ້ອຍມີ 4 ຄົນ​ເສຍ​ຊີວິດ​ໃນ​ການ​ປະ​ທ້ວງ​ເປັນ​ເວລາ 2 ວັນ ດັ່ງກ່າວນີ້.