ສະຫະລັດຮຽກຮ້ອງໃຫ້ອີຈິບ ດຳເນີນການເພີ່ມຕື່ມ

Pope Francis waves to crowds as he arrives for his inaugural mass in Saint Peter's Square at the Vatican, March 19, 2013.

ສະຫະລັດກ່າວວ່າ ລັດຖະບານອີຈິບຕ້ອງດໍາເນີນການ
ຫຼາຍ​ໄປກວ່ານີ້ອີກ ​ເພື່ອຕອບ ສະໜອງຄວາມຮຽກຮ້ອງ
ຕ້ອງການຂອງພວກກຸ່ມຝ່າຍຄ້ານນັ້ນ ​ແລະຮຽກຮ້ອງໃຫ້
Cairo ຍົກ​ເລີກກົດໝາຍສຸກເສີນ ທີ່​ອະນຸຍາດໃຫ້ມີການ
ຈັບກຸມ​ແລະ​ກັກ​ຂັງ​ໄວ້ ໂດຍປາດສະຈາກຂໍ້ຫາໃດໆ​ນັ້ນ
ແລະປ່ອຍໃຫ້ມີການ​ປະກອບສ່ວນໂດ​ຍຫລາຍ​ພັກ​ຝ່າຍ
ກ່ວາ​ເກົ່າ ​ໃນການໂອ້ລົມສົນທະນາກ່ຽວກັບການໂອນ
ອໍານາດນັ້ນ.

ທໍານຽບຂາວກ່າວວ່າ ຮອງປະທານາທິບໍດີສະຫະລັດ ທ່ານ Joe Biden ໄດ້ໂອ້ລົມກັບ
ຄູ່​ຕໍາແໜ່​ງຂອງ​ທ່ານ​ຈາກຝ່າຍອີຈິບໃນວັນອັງຄານວານນີ້ ແລະ​ໄດ້​ເນ້ນ​ໜັກວ່າ ລັດຖະ
ບານອີຈິບ ຈະຕ້ອງຢຸດ​ເຊົາການຕົບຕີ, ຮາວີ​ກັ່ນ​ແກ້​ງ ແລະຈັບກຸມພວກປະທ້ວງ
ແລະພວກທີ່ລາຍງານຂ່າວ ກ່ຽວກັບການປະ​ທ້ວງ​ຂອງ​ມະຫາຊົນນັ້ນ.


ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ ທ່ານ Ban ki-moon ກ່າວໃນວັນອັງຄານ
ວານນີ້ ທີ່ນະຄອນ New York ວ່າ ຊາວອີຈິບທັງຫຼາຍ ແມ່ນມີຄວາມເຫລືອ​ອົກ​ເຫລືອ​ໃຈ​
ຢ່າງ​ທີ່​ສຸດ​ແລ້ວ ​ແລະ​ຮຽກຮ້ອງ​ເອົາ​ການ​ປະຕິ​ຮູບ​ຢ່າງ​ໃຫຍ່​ແລະ​ກ້າຫານ ທີ່​ຄວນ​ຈະ​ໄດ້​
ຮັບ​ການປະຕິບັດ​ຕາມໂດຍໄວເທົ່າໃດ ກໍຍິ່ງດີເທົ່ານັ້ນ. ທ່ານ Ban ki-moon ຍັງກ່າວ
ອີກວ່າ ທຸກພັກຝ່າຍຈະຕ້ອງຫລີກ​ລ່ຽງຈາກການກໍ່​ຄວາມຮຸນແຮງ ແລະທ່ານໄດ້ກ່າວ​ຢໍ້າ
ອີກ ເຖິງ​ຄໍາຮຽກຮ້ອງຂອງ​ທ່ານ ທີ່ວ່າໃຫ້ມີການໂອນອໍານາດຢ່າງສັນຕິ ​ແລະຢ່າງເປັນ
ລະບຽບຮຽບຮ້ອຍນັ້ນ.