ສານອີຈິບ ສັ່ງໃຫ້ຍຸບ ສະພາແຫ່ງຊາດ (ສະໄລດ໌ກັບວີດີໂອ)

  • ໄພສານ ວໍຣະຈັກ

ພວກປະທ້ວງຊາວອີຈິບທີ່ຈະຕຸລັດ Tahrirຮ້ອງຄຳຂວັນຕໍ່ຕ້ານ ສະພາປົກຄອງທະຫານ ແລະທ່ານ Ahmed Shafiq ທີ່ເຂົ້າແຂ່ງຂັນໃນການເລືອກຕັ້ງປະທານາທິບໍດີຮອບສອງ ຂອງອີຈິບ (14 ມິຖຸນາ 2012)

ອີ​ຈິບ ​ພວມ​ກຽມ​ຮັບ​ມື​ກັບ​ການ​ປະ​ທ້ວງໃນ​ວັນ​ສຸກ​ມື້ນີ້ ຫຼັງຈາກບັນດາ​ຜູ້​ພິພາກສາທີ່​ຖືກ
​ແຕ່ງຕັ້ງ​ ໂດຍ​ອະດີດ​ປະທານາທິບໍດີ Hosni Mubarak ​ໄດ້​ຍຸບ​ສະພາ​ ທີ່ພັກສາ​ສະໜາ​
ອິສລາມ​ກຳ​ສຽງ​ສ່ວນ​ຫຼາຍແລະ​ອະນຸຍາດ​ໃຫ້​ອະດີດ​ນາຍົກລັດຖະມົນຕີຂອງ​ລັດຖະບານ
​ທ່ານ Mubarak ເຂົ້າ​ແຂ່ງຂັນໃນ​ການ​ເລືອກ​ຕັ້ງປະທານາທິບໍດີ​ຮອບ​ຕັດສິນ​ຊີ້ຂາດ​ຂອງ​
ອີຈິບ​ໄດ້.

ພວກ​ເຈົ້າໜ້າ​ທີ່​ ຂອງ​ພັກ​ພະລາດອນພາບ​ມຸສລິ​ມ ໄດ້​ປະນາມການ​ຕັດສິນດັ່ງກ່າວ ໂດຍ
ສານ​ລັດຖະທຳ​ມະນູນ​ສູງ​ສຸດ​ຂອງ​ອີ​ຈິບໃນ​ທັນທີ ​ໃນ​ວັນ​ພະຫັດ​ວານ​ນີ້ທີ່​ເວົ້າວ່າ ມັນ​ເທົ່າ​
ກັບ​ເປັນ​ການ​ຍາດ​ຊິງເອົາ​ອຳນາດ​ໂດຍ​ພວກ​ທີ່​ຈົງ​ຮັກ​ພັກດີ​ຕໍ່​ລັດຖະບານ​ທ່ານ Mubarak
ທີ່​ໄດ້​ຖືກ​ໂຄ່ນ​ລົ້ມ​ດ້ວຍ​ການ​ລຸກ​ຮື​ຂຶ້ນຕໍ່ຕ້ານ​ຂອງ​ປະຊາຊົນໃນ​ປີ​ກາຍນີ້.

ສື່​ມວນ​ຊົນ​ຂອງ​ທາງ​ການ​ອີ​ຈິບ ​ໄດ້​ອ້າງ​ຄຳ​ເວົ້າຂອງພວກ​ທະຫານ​ທີ່​ປົກຄອງ​ປະ​ເທດ​ຊົ່ວ
ຄາວຊຶ່ງ​ໃນ​ເວລາ​ນີ້​ໄດ້​ເຂົ້າກຳ​ອຳນາດ​ດ້ານ​ນິຕິ​ບັນ​ຢັດ​ທີ່ກ່າວ​ວ່າ ການປ່ອນ​ບັດເລືອກ​ຕັ້ງ
ປະທານາທິບໍດີຮອບ​ສອງລະຫວ່າງ​ທ່ານ Mohamed Morsi ຈາກ​ພັກ​ພະລາດອນພາບ
​ມຸສລິ​ມ​ແລະ​ອະດີດ​ນາຍົກລັດຖະມົນຕີ Ahmed Shafiq ຈະ​ມີ​ຂຶ້ືນຕາມ​ໝາ​ຍກຳນົດ​ການ
ໃນ​ວັນ​ເສົາ​ນີ້.

ທ່ານ Morsi ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ ທ່ານ​ເຄົາລົບ​ການ​ຕັດສິນ​ຂອງ​ສານລັດຖະ
ທຳ​ມະນູ​ນ ​ແຕ່​ທ່ານ​ກ່າວ​ຕໍ່​ໂທລະພາບ​ຂອງ​ອີ​ຈິບ​ວ່າ ທ່ານ​ບໍ່ພໍ​ໃຈ ​ກ່ຽວ​ກັບການ​ຕັດສິນ
​ຂອງ​ສານ​ດັ່ງກ່າວ​ທີ່​ໄດ້​ຍົກ​ເລີກ​ກົດໝາຍ​ສະບັບ​ນຶ່ງ ​ທີ່​ທາງ​ສະພາ​ໄດ້ຮັບຮອງ​ເອົາ​ໃນ
​ເດືອນ​ແລ້ວ ທີ່​ຫ້າມ​ບໍ່​ໃຫ້​ອ​ະດີດພວກ​ເຈົ້າໜ້າ​ທີ່​ຂອງ​ລັດຖະບານ ທ່ານ Mubarak ​ເຂົ້າ
​ແຂ່ງຂັນ​ເອົາ​ຕຳ​ແໜ່​ງຕ່າງໆ.

ກ່ຽວ​ກັບເລື່ອງ​ສະພານັ້ນ ສານ​ລັດຖະທຳ​ມະນູນ​ສູງ​ສຸດພົບ​ວ່າ ນຶ່ງ​ສ່ວນ​ສາມ​ຂອງສະມາ
ຊິກ​ສະພາ ​ໄດ້​ຖືກ​ເລືອກ​ແບບ​ຜິດ​ກົ​ດໝາຍ ຊຶ່ງ​ເຮັດ​ໃຫ້​ສະພາ​ທັງ​ໝົດຂັດ​ຕໍ່​ລັດຖະທຳ​ມະ
ນູນ ​ແລະ​ຈຳ​ເປັນ​ຕ້ອງ​ໄດ້​ມີ​ການ​ເລືອກ​ຕັ້ງສະພາ​ໃໝ່.

ລັດຖະມົນຕີການ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງ Hillary Clinton ກ່າວວ່າ ວໍ​ຊິງ​
ຕັນ​ພວມ​ຕິດຕາມ​ເບິ່ງ​ສະຖານະ​ການ​ໃນ​ອີ​ຈິບ​ ແລະ​ຄາດ​ວ່າຈະ​ໄດ້​ເຫັນ ການ​ໂອນ​ອຳ
ນາດ​ໂດຍ​ເຕັມ​ໄປ​ໃຫ້​ລັດຖະບານ​ພົນລະ​ເຮືອນ​ ທີ່​ຖືກ​ເລືອກ​ຂຶ້ນມາ ຢ່າງ​ເປັນ​ປະຊາທິ
ປະ​ໄຕ.

ທ່ານ​ນາງ Clinton ​ເວົ້າວ່າ “ຈະ​ບໍ່ສາມາດ​ມີ​ການຕ່າວ​ຄືນກ່ຽວ​ກັບ​ການ​ຫັນປ່ຽນ
ໄປ​ສູ່​ປະຊາທິປະ​ໄຕ ທີ່​ຮຽກຮ້ອງ​ໃຫ້​ມີ​ຂຶ້ນ ​ໂດຍ​ປະຊາ​ຊົນ​ຊາວ​ອີຈິບ.”

ຂ່າວ​ກ່ຽວ​ກັບ​ການ​ຕັດສິນ​ຂອງ​ສານ​ໄດ້​ຖືກ​ຕອບ​ຮັບ​ດ້ວຍ​ຄວາມ​ໂກດ​ແຄ້ນ​ແລະຄວາມ
​ບໍ່​ໄວ້​ວາງ​ໃຈ​ຂອງ​ປະຊາຊົນ​ທີ່ຢູ່​ນອກ​ສານ​ໃນ​ນະຄອນ​ຫຼວງ​ໄຄ​ໂຣທີ່ພາ​ໃຫ້​ມີ​ການ​ຮ້ອງ
​ຄຳ​ຂວັນ ທວງ​ໃຫ້​ອັນ​ທີ່​ເອີ້ນວ່າ ອຳນາດ​ການ​ປົກຄອງ​ທະຫານຫຼົ້ມສະຫຼາຍ.