ທ່ານ Mohamed Morsi ໄດ້ຊະນະ ການເລືອກຕັ້ງ ປະທານາທິບໍດີ ອີຈິບ (ສະໄລດ໌)

  • ສິງ ບູຣົມມະວົງ

ບັນດາຜູ້ສະໜັບສະໜຸນທ່ານ Mohamed Morsi ໄປໂຮມຊຸມນຸມກັນ ຢູ່ຈະຕຸລັດ Tahrir ໃນວັນອາທິດມື້ນີ້, ທີ 24 ມິຖຸນາ 2012.

ອີຈິບໄດ້ປະກາດໃຫ້ ທ່ານ Mohamed Morsi ຜູ້ສະໝັກເລືອກຕັ້ງຈາກພັກ​ພະລາດອນ
ພາບ​ມຸສລິ​ມ ເປັນຜູ້ຊະນະໃນການເລືອກຕັ້ງປະທານາທິບໍດີຮອບຕັດສິນຊີ້ຂາດ.

ມີສຽງໂຮເຊຍຢ່າງຟົດສະນັ່ນ ດັງອອກມາຈາກຈະຕຸລັດ Tahrir ບ່ອນທີ່ພວກທີ່ສະໜັບ
ສະໜຸນ ທ່ານ Morsi ໄດ້ໄປໂຮມຊຸມນຸມກັນ ໃນວັນອາທິດມື້ນີ້ ຊຶ່ງການສະເຫລີມສະ
ຫລອງໃນມື້ນີ້ ແມ່ນແຕກຕ່າງກັນຢ່າງໃຫຍ່ ຈາກເມື່ອເກືອບນຶ່ງປີເຄິ່ງຜ່ານມາ ເວລາຊາວ
ອີຈິບພາກັນລຸຫລັ່ງໄປປະທ້ວງ ຢູ່ຈະຕຸລັດແຫ່ງນັ້ນ ໃນການລຸກຮືຂຶ້ນ ທີ່ໄດ້ໂຄ່ນລົ້ມລັດ
ຖະບານຂອງປະທານາທິບໍດີ Hosni Mubarak ລົງນັ້ນ.

ຄະນະກໍາມະການເລືອກຕັ້ງຂອງອີຈິບ ປະກາດໃນວັນອາທິດມື້ນີ້ວ່າ ທ່ານ Morsi ໄດ້
ຮັບ 52% ບັດຄະແນນສຽງທັງໝົດ ໂດຍໄດ້ຊະນະອະດີດນາຍົກລັດຖະມົນຕີແລະເຈົ້າ
ໜ້າທີ່ຈາກສະໄໝຂອງທ່ານມູບາຣັກ ຄືທ່ານ Ahmed Shafiq ນັ້ນ. ທ່ານ Morsi ຈະ
ໄດ້ເປັນປະທານາທິບໍດີຄົນທໍາອິດຂອງອີຈິບ ທີ່ປະຊາຊົນອີຈິບໄດ້ຖືກເລືອກຕັ້ງເອົາຢ່າງ
ເສລີ.

ຜົນການ​ເລືອກ​ຕັ້ງ​ຢ່າງ​ເປັນ​ທາງ​ການ ໄດ້​ກໍານົດ​ວ່າ​ຈະ​ປະກາດ​ໃຫ້​ຮູ້ໃນ​ວັນ​ພະຫັດ​ຜ່ານ
​ມາ ແຕ່​ຄະນະ​ກໍາມະການ​ກໍາກັບ​ການ​ເລືອກ​ຕັ້ງ ກ່າວ​ວ່າ ຕົນ​ຕ້ອງການ​ເວລາເພີ່ມ​ອີກ ​
ເພື່ອ​ທໍາ​ການ​ສືບສວນ​ສອບ​ສວນ​ຂໍ້​ກ່າວ​ຫາ​ຕ່າງໆ​ທີ່​ວ່າ ​ມີ​ການ​ສໍ້ໂກງ​ບັດເລືອກ​ຕັ້ງ​ໂດຍ
​ບັນດາ​ຜູ້​ສະໝັກຮັບ​ເລືອກ​ຕັ້ງ​ທັງ​ສອງ​ທ່ານ.

ຊາວ​ອີ​ຈິບ​ຫຼາຍ​ພັນ​ຄົນ​ໄດ້​ພາກັນໄປ​ໂຮມ​ຊຸມນຸນ ​ໃນ​ໃຈກາງ​ກຸງໄຄ​ໂຣ ​ໃນ​ແລງ​ວັນ​ເສົາ​ວານ​ນີ້
ທ່າມກາງ​ການ​ຮັກສາ​ຄວາມ​ປອດ​ໄພ​ຢ່າງ​ເຄ່ງ​ຕຶງ​ເພື່ອ​ສະ​ແດງ​ການສະໜັບສະໜຸນ​ແກ່​ພວກ
​ສະໝັກ​ຮັບ​ເລືອກ​ຕັ້ງ​ຂອງ ໃຜລາວ.

ພວກ​ສະໜັບສະໜຸນ​ພັກ​ພະລາດອນພາບ​ມຸສລິ​ມ ພາກັນ​ໂຮມ​ຊຸມນຸມ ຢູ່ທີ່​ຈະ​ຕຸ​ລັດ Tahrir
​ໃນ​ກຸງໄຄ​ໂຣ ຈຸດ​ໃຈກາງ​ແຫ່ງ​ການ​ລຸກ​ຮືຂຶ້ນ​ປະ​ທ້ວງ​ລັດຖະບານ​ມາ​ເປັນ​ເວລາ 16 ​ເດືອນ ​
ໂດຍ​ພາກັນ​ໂຮຮ້ອງໃຫ້ ການ​ສະໜັບສະໜຸນ​ທ່ານ Morsi ​ໃນ​ຂະນະ​ທີ່​ພວກ​ສະໜັບສະໜຸນ
ທ່ານ Shafiq ພາກັນ​ໂຮມຊຸມນຸມ ຢູ່​ໃກ້ໆ​ກັບ​ອະນຸສາວະລີ​ທະຫານ​ນິລະນາມ.

ໝາຍເຫດ: ຂ່າວນີ້ແມ່ນຂ່າວອັບເດດ ທີ່ອອກມາຫລັງຈາກການກະຈາຍສຽງ
ຂອງພວກເຮົາ ຈຶ່ງບໍ່ມີສຽງອ່ານ.