ຄະນະລັດຖະມົນຕີຊຸດໃໝ່ ເຂົ້າຮັບຕໍາແໜ່ງ ໃນອີຈິບ

  • ດຣ. ສິມມາລາ

ທ່ານ Mohamed Morsi ປະທານາທິບໍດີຂອງອີຈິບ ທີ່ກຽມ ທໍາພິທີສາບານໂຕ ຄະນະລັດຖະມົນຕີຊຸດໃໝ່ ຂອງປະເທດ ເຂົ້າຮັບຕໍາແໜ່ງ ໃນວັນພະຫັດມື້ນີ້

ທ່ານ Mohamed Morsi ປະທານາທິບໍດີຂອງອີຈິບ ກໍາລັງກຽມ ທໍາ​ພິທີສາບານໂຕ
ຄະນະລັດຖະມົນຕີ​ຊຸດໃໝ່ຂອງປະເທດ ​ເຂົ້າ​ຮັບ​ຕໍາ​ແໜ່​ງ ໃນວັນພະຫັດມື້ນີ້ ​ເພື່ອ​ປະ ກອບລັດຖະບານອີຈິບຊຸດທໍາອິດ ນັບຕັ້ງແຕ່ທ່ານໄດ້​ເຂົ້າ​ຮັບ​ອໍານາດແທນທ່ານ Hosni Mubarak ທີ່ຖືກປົດຕໍາແໜ່ງນັ້ນ ເປັນຕົ້ນມາ.

ຄະນະລັດຖະບານໃໝ່ທີ່ເລືອກເອົາໂດຍນາຍົກລັດຖະມົນຕີ Hisham Qandil ລວມມີ ລັດຖະມົນຕີກະຊວງການເງິນ ແລະລັດຖະມົນຕີກະຊວງການຕ່າງປະເທດ ຂອງລັດຖະ
ບານທະຫານ ທີ່ກໍາລັງຈະພົ້ນຈາກຕໍາແໜ່ງໄປ.

ທ່ານ Qandil ເອງ ກໍເຄີຍເປັນລັດຖະມົນຕີກະຊວງຊົນລະປະທານ ໃນຄະນະລັດຖະບານ ທີ່ໜູນຫລັງໂດຍທະຫານ ທີ່ກໍາລັງຈະພົ້ນຈາກຕໍາແໜ່ງນັ້ນ.

ການໂອນອໍານາດ ໄດ້ມີຂຶ້ນພາຍຫລັງທີ່ມີຄວາມວຸ້ນວາຍທາງການເມືອງເປັນເວລາ 18 ເດືອນ ແລະມີການສູ້ຢັນອໍານາດກັນລະຫວ່າງທ່ານ Morsi ແລະຝ່າຍທະຫານທີ່ກໍາລັງປົກຄອງປະ
ເທດຢູ່ໃນປັດຈຸບັນນີ້ ທີ່ໄດ້ຂຶ້ນກໍາອໍານາດ ຫລັງ​ຈາກ​ທີ່ການລຸກຮືຂຶ້ນຂອງ​ປະຊາຊົນໄດ້ຂັບໄລ່
ທ່ານ Mubarak ອອກຈາກຕໍາແໜ່ງໄປ.