ສະພາອີຈິບຮຽກປະຊຸມ ເພາະປະທານາທິບໍດີ ຄົນໃໝ່ຕ່າວ​ປີ້ນຄໍາສັ່ງ ຍຸບສະພາຂອງ

  • ສິມມາລາ

ພາບລວມຂອງກອງປະຊຸມສະສະພາອີຈິບຮອບທໍາອິດ ທີ່ເປີດຂຶ້ນ ລຸນຫລັງການປະຕິວັດເພື່ອປົດອໍານາດອະດີດປະທານາທິບໍດີ Hosni Mubarak, ໃນກຸງໄຄໂຣ ໃນວັນທີ 23 ມັງກອນ, 2012

ປະທານສະພາ​ຕໍ່າ​ອີ​ຈິບ ໄດ້ເຊີນ
ພວກຜູ້ແທນສະພາຕໍ່າ​ໃຫ້ມາ
ປະຊຸມກັນໃນອາທິດນີ້ ລຸນຫລັງ
ທີ່ປະທານາທິບໍດີ Mohamed
Morsi ໄດ້ຕ່າວ​ປີ້ນຄໍາສັ່ງຍຸບສະ
ພາໃນວັນອາທິດວານນີ້.

ອົງການຂ່າວ Middle East
News Agency
ຂອງທາງ
ການອີຈິບ ລາຍ​ງານໃນວັນຈັນ
ມື້ນີ້ວ່າ ປະທານ​ສະພາ​ຕໍ່າທ່ານ
Saad el-Katatni ໄດ້ຮຽກຮ້ອງໃຫ້​ໄຂ​ກອງປະຊຸມສະພາ ໃນວັນອັງຄານມື້ອື່ນ ຊຶ່ງເປັນເວລາ
2 ມື້ ຫລັງຈາກທີ່ປະທານາທິບໍດີ Mohamed Morsi ອອກຄໍາສັ່ງໃຫ້ ພວກຜູ້ແທນເລີ້ມມາ
ປະຊຸມກັນອີກ.

ໃນຕອນເຊົ້າຂອງວັນຈັນມື້ນີ້ ສານລັດຖະທໍາມະນູນສູງສຸດຂອງອີຈິບ ຊຶ່ງເປັນສານທີ່ສັ່ງ
ໃຫ້ຍຸບສະພາໃນເດືອນແລ້ວນີ້ ລຸນຫລັງທີ່ໄດ້ພົບການກະທໍາຜິດໃນຂັ້ນຕອນການເລືອກ
ຕັ້ງນັ້ນເວົ້າວ່າ ຕົນຈະປະຊຸມກັນ ເພື່ອສົນທະນາຫາລືກ່ຽວກັບຄໍາສັ່ງ ດັ່ງກ່າວຂອງປະທາ
ນາທິບໍດີ Mohamed Morsi ນັ້ນ.

ນອກນັ້ນ ໃນວັນອາທິດວານນີ້ ປະທານາທິບໍດີຄົນໃໝ່ຂອງອີຈິບ ຍັງໄດ້ອອກຄໍາສັ່ງໃຫ້ ຈັດການເລືອກຕັ້ງສະພາຂຶ້ນພາຍໃນ 60 ມື້ ຫລັງການຮັບຮອງເອົາລັດຖະທໍາມະນູນໃໝ່
ຂອງອີຈິບ ຊຶ່ງຄາດກັນວ່າຈະມີຂຶ້ນໃນທ້າຍປີນີ້.