ອີຈິບຈະມີການລົງປະຊາມະຕິ ຮັບເອົາລັດຖະທໍາມະນູນໃໝ່

  • ສິງ ບູຣົມມະວົງ

ເດັກຊາຍຄົນນຶ່ງກໍາລັງລໍຖ້າພໍ່ແມ່ ພ້ອມກັບເຄື່ອງຂອງ ຂອງລາວ ໃນຂະນະທີ່ທະຫານຍ່າງກາຍຫລັງລາວໄປ ທີ່ຈະຕຸລັດ Tahrir ທີ່ກຸງໄຄໂຣ. ວັນທີ 14 ກຸມພາ 2011.



















ທ່ານ Wael Ghonim ນັກ​ເຄື່ອນ​ໄຫວເພື່ອ​ປະຊາທິປະ​ໄຕ​ໃນອີ​ຈິບ​ ກ່າວ​ວ່າ ຄະນະ​ປົກ
ຄອງ​ທະຫານ​ໃໝ່​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາ​ຕໍ່​ທ່ານວ່າ ຈະຈັດ​ໃຫ້​ມີ​ການ​ລົງ​ປະຊາ​ມະຕິ​ກ່ຽວ​ກັບ
ກົດໝາຍ​ລັດຖະທໍາ​ມະນູນ​ສະບັບ​ດັດ​ແກ້​ໃໝ່​ ​ໃນ​ເວລາ 2 ​ເດືອນ​.

ທ່ານ Ghonim ​ແລະ​ທ່ານ Amr Salama ຜູ້​ຂຽນ​ບົດ​ຄວາມ​ລົງ​ໃນ internet ​ໄດ້​ລົງ​
ຂ່າວນີ້​ທາງ website ຂອງ​ເຂົາ​ເຈົ້າ​ ​ແລະ​ເວົ້າວ່າ ​ເຂົາເຈົ້າໄດ້​ຮັບ​ຄໍາ​ໝັ້ນໝາຍ​ດັ່ງກ່າວ​
ໃນ​ການ​ໂອ້ລົມ​ສົນທະນາ​ກັນ​ກັບສະພາທະຫານ​ ທີ່​ເຂົ້າ​ຄວບ​ຄຸມ​ປະ​ເທດ​ອີ​ຈິບ​ຕໍ່ຈາກປະທາ
ນາທິບໍດີHosni Mubarak ​ເວລາ​ທ່ານ​ລາອອກ​ຈາກ​ຕໍາ​ແໜ່​ງ​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້.

ທ່ານ Ghonim ຊຶ່ງ​ເປັນ​ຜູ້​ບໍລິຫານຄົນ​ນຶ່ງ​ໃນ​ບໍລິສັດ Google ​ແລະ​ພວກ​ນັກ​ເຄື່ອນ​ໄຫວ​
ທາງ​ອິນ​ເຕີ​ແນັທຄົນ​ອື່ນໆ ​ໄດ້​ຫລິ້ນ​ບົດບາດ​ທີ່​ສໍາຄັນ​ໃນ​ການຈັດ​ແຈງ​ການ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ຂຶ້ນ​ໃນ​ທົ່ວ​ປະ​ເທດ​ເປັນ​ເວລາ18 ມື້ ​ທີ່​ໄດ້ບີບບັງຄັບ​ໃຫ້ທ່ານ​ມູບາຣັກ ຕ້ອງລາ​ອອກ​ຈາກ​ຕໍາ​ແໜ່ງ​ໄປ ​ແລະ​ມອບ​ອໍານາດໃຫ້​ພວກ​ທະຫານ​ຫລັງ​ຈາກ​ຄອງອໍານາດ​ ມາ​ໄດ້ 30 ປີ​ນັ້ນ.

ສະພາທະຫານ​ໄດ້​ງົດ​ໃຊ້​ກົດໝາຍ​ລັດຖະທໍາ​ມະນູນ​ແລະ​ຍຸບ​ສະພາ​ໃນ​ວັນ​ອາທິດ​ວານ​ນີ້ ​ໃນ​ການປະຕິບັດ​ຕາມ​ຄໍາ​ຮຽກຮ້ອງ​ທີ່​ສໍາຄັນ​ທີ່ສຸດ 2 ຂໍ້​ຂອງ​ພວກ​ປະ​ທ້ວງເພື່ອ​ປະຊາທິປະ​ໄຕ​ ທີ່ເຫັນ​ວ່າ ລັດຖະທໍາ​ມະນູນ​ແລະ​ສະພາ​ນິຕິບັນຍັດ​ແມ່ນ​ເປັນ​ເຄື່ອງມື​ຂອງ​ລະບອບປົກຄອງ​ແບບ​ຜະ​ເດັດການ​ຂອງ​ທ່ານ​ມູບາຣັກນັ້ນ.

ໃນ​ຖະ​ແຫລ​ງການ​ສະບັບ​ນຶ່ງ​ໃນວັນ​ອາທິດ​ວານ​ນີ້ ພວກ​ທະຫານທີ່ປົກຄອງອີ​ຈິບໃນ​ເວລາ​ນີ້ ກ່າວ​ວ່າ ​ເຂົາ​ເຈົ້າ​ຈະ​ປົກຄອງ​ປະ​ເທດ​ເປັນ​ເວລາ 6 ​ເດືອນ ຫລື​ຈົນ​ຮອດ​ເວລາ​ມີ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ແລະ ສະພານິຕິບັນຍັດ​ຊຸດ​ໃໝ່ ຊຶ່ງ​ການ​ປ່ອນ​ບັດ​ເລືອກ​ຕັ້ງໄດ້ກໍານົດໃສ່ ເດືອນກັນຍາ​ປີ​ນີ້.