ຝ່າຍຄ້ານອີຈິບ ສາບານ ທີ່ຈະສືບຕໍ່ຕ້ານຢັນ ລັດຖະທໍາມະນູນ ສະບັບໃໝ່

ບັນດານັກຂ່າວອີຈິບ ພາກັນເອົາເທບຕິດປາກ ແລະຍົກສໍດໍາຂື້ນ ໃນລະຫວ່າງການປະທ້ວງ ຕ້ານຮ່າງລັດຖະທໍາມະນູນ ສະບັບໃໝ່, ວັນທີ 23 ທັນວາ 2012.

ຂ່າວ​ຈາກ​ອີ​ຈິບ​ແຈ້ງວ່າ ອາດ​ຈະ​ມີ​ການປະກາດ​ຜົນຂອງ​ການ​
ລົງ​ປະຊາ​ມະຕິ​ສ​ອງຂັ້ນ​ຕອນຂອງ​ອີ​ຈິບ ກ່ຽວ​ກັບ​ລັດຖະທໍາ​ມະ
ນູນສະບັບ​ໃໝ່ ທີ່​ໄດ້​ຮັບ​ການໜູນ​ຫລັງຈາກພວກ​ນັບຖື​ສາ​ສະນາ
​ອິສລາມ​ຢ່າງ​ເຖິງ​ຖອງ ນັ້ນ​ຢ່າງ​ເປັນ​ທາງ​ການ​ ໃນ​ວັນ​ຈັນ​ມື້​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່ເລືອກ​ຕັ້ງ ​ໄດ້ນັບບັດ​ຄະ​ແນນ​ສຽງ ຈາກ​ການປ່ອນ​ບັດ ຮອບ​ທີ່​ສອງ​ໃນມື້ວັນ​ເສົາ ທີ່ໄດ້​ຈັດ​ຂື້ນ​ຢູ່​ 17 ​ແຂວງ ໃນທັງ​ໝົດ 27 ​ແຂວງຂອງອີ​ຈິບ. ການ​ລົງ​ຄະ​ແນນ​ສຽງ​ ​ຢູ່​ໃນ​ແຂວງ​ອື່ນໆ ໄດ້​ເລີ້ມຂຶ້ນ​ເມື່ອວັນ​ທີ 15 ​ເດືອນ​ນີ້.

ພັກຂະ​ບວນການ​ພະລາດອນ​ພາບ​ມຸສລິ​ມ ຂອງ​ປະທານາທິບໍດີ Mohammed Morsi ກ່າວ​ວ່າ ຜົນ​ການ​ລົງ​ປະຊາ​ມະຕິ​ດ​ທີ່​ບໍ່​ເປັນ​ທາງ​ການ ສະ​ແດງ​ໃຫ້​ເຫັນວ່າ​ ລັດຖະທໍາ​ມະນູນໄດ້ຮັບ
ການ​ເຫັນ​ດີ​ເຫັນພ້ອມ​ນໍາ ຈາກ 64 ​ເປີ​ເຊັ​ນຂອງ​ຜູ້​ປ່ອນ​ບັດ​ໃນທັງ​ສອງ​ຮອບ​ນັ້ນ ໂດຍ​ໄດ້​ຮັບ​ຄວາມ​ເຫັນ​ດີ​ ຈາກ​ພວກ​ລົງ​ຄະ​ແນນ​ໃນ​ວັນ​ເສົາຜ່ານ​ມາ​ນີ້ ຫລາຍ​ກ່ວາ​ນັ້ນ ຄື​ຫລາຍ​
ເຖິງ 71 ​ເປີ​ເຊັ​ນ.

​ແຕ່​ວ່າພັກ​ແນວໜ້າ​ກູ້​ຊາດ ຝ່າຍຄ້ານ ກ່າວ​ວ່າ ຕົນ​ໄດ້​ຮ້ອງຂໍ​ໃຫ້​ເຈົ້າ​ໜ້າ​ທີ່​ທໍ​າການ​ສືບ
ສວນ ຄວາມຜິດປົກກະຕິຫລາຍໆ​ຢ່າງ​ຂອງ​ການລົງ ປະຊາ​ມະ​ຕິ. ຝ່າຍ​ຄ້ານຊຶ່ງ​ເປັນ​ກຸ່ມ​ປະສົມ​ຂອງ​ພວກ​ຫົວ​ເສລີ​ນິຍົມ ກ່າວ​ວ່າ ການຂາດຜູ້​ກໍາກັບ​ເບິ່ງ​ນໍາຈາກ​ຝ່າຍ​ຕຸລາການ ​
ໄດ້​ພາ​ໃຫ້ມີ​ການ​ສໍ້​ໂກງ​ບັດ​ລົງ​ຄະ​ແນນ​ສຽງ ​ແລະມີ​ການຂູ່​ຂວັນ​ພວກ​ລົງ​ຄະ​ແນນ​ສຽງ​ ​
ໂດຍ​ຝ່າຍ​ນິຍົມ​ສາສະໜາ​ອິສລາມ. ບັນດາ​ຜູ້​ພິພາກສາຫລາຍ​ຄົນ​ໄດ້ຄັດຄ້ານ​ບໍ່​ໄປ​ຮ່ວມ​ກໍາກັບ​ເບິ່ງ​ນໍາ​ການ​ລົງ​ຄະ​ແນນ​ສຽງ ​ເພື່ອ​ປະ​ທ້ວງ ​ຕໍ່​ຄວາມ​ພະຍາຍາມ​ຂອງທ່ານ Morsi ຫວ່າງມໍ່ໆ​ມາ​ນີ້ ທີ່​ຈະ​ເຮັດ​ໃຫ້​ການ​ຕັດ​ສິນ​ໃ​ຈຂອງ​ທ່ານ​ ຢູ່​ເໝືອກົດໝາຍນັ້ນ.

ບັນດາ​ນັກ​ເຄື່ອນ​ໄຫ​ວກ່າວ​ວ່າ ລັດຖະທໍາ​ມະນູນ​ບໍ່​ໄດ້​ຮັບຄວາ​ມ​ເຫັນ​ຊອບ​ນໍາ​ຈາກ​ມະຫາ ຊົນ ​ເພາະວ່າ ມີ​ພຽງ​ແຕ່​ນຶ່ງ​ສ່ວນ​ສາມເທົ່າ​ນັ້ນ ຂອງພວກ​ມີ​ສິດ​ເລືອກ​ຕັ້ງ ທີ່​ໄປ​ລົງ​ຄະ​ແນນ​ສຽງ​.