ພວກປະທ້ວງ ຊາວອີຈິບ ໂຮມຊຸມນຸມກັນ ທີ່ຈະຕຸລັດ Tahrir (ເບິ່ງວີດີໂອ)

  • ໄພສານ ວໍຣະຈັກ

ພວກປະທ້ວງ ພາກັນໂບກທຸງຊາດຜືນໃຫຍ່ຂອງອີຈິບ ທີ່ຈະຕຸລັດ Tahrir ໃນນະຄອນຫຼວງໄຄໂຣ (25 ພະຈິກ 2011)

ຊາວອີຈີບ ທີ່ມີຄວາມໂມໂຫໂທໂສຈຳນວນຫຼາຍພັນຄົນ ພວມໂຮມຊຸມນຸມກັນທີ່ຈະຕຸລັດ
Tahrir ໃນກຸງໄຄໂຣ ເພື່ອຫວັງທີ່ຈະສົ່ງຄຳເຕືອນຢ່າງຈະແຈ້ງໄປຍັງສະພາທະຫານທີ່ປົກ
ຄອງປະເທດຢູ່ໃນເວລານີ້.

ພວກຈັດການໂຮມຊຸມນຸມ ຮຽກຮ້ອງໃຫ້ມີການເດີນຂະບວນຂອງພວກຜູ້ຊາຍນຶ່ງລ້ານຄົນ
ໃນວັນສຸກມື້ນີ້ ເພື່ອກົດດັນໃຫ້ສະພາທະຫານ ໂອນການປົກຄອງໃຫ້ແກ່ລັດຖະບານພົນ
ລະເຮືອນ. ພວກປະທ້ວງບາງຄົນເອີ້ນຄຳເຕືອນດັ່ງກ່າວນີ້ວ່າເປັນໂອກາດສຸດທ້າຍສຳລັບ ສະພາທະຫານຈະດຳເນີນການໃນສິ່ງທີ່ຖືກຕ້ອງແລະກໍລາອອກ.

ແກນນຳຂອງພວກປະທ້ວງບາງຄົນເວົ້າວ່າ ຕົນບໍ່ມີແຜນການທີ່ຈະຖອນໂຕອອກໄປຈາກ
ບໍລິເວນຈະຕຸລັດ Tahrir ຈົນກວ່າຈະໄດ້ຮັບໃນສິ່ງທີ່ພວກຕົນຕ້ອງການ.

ຂະນະດຽວກັນ ພວກປະທ້ວງກໍໄດ້ຮັບຫາງສຽງສະໜັບສະໜຸນຫຼາຍຂຶ້ນຈາກສະຫະລັດ.

ທຳນຽບຂາວກ່າວໃນວັນສຸກມື້ນີ້ວ່າ ພວກຜູ້ນຳທະຫານຂອງອີຈິບ ຕ້ອງໄດ້ເລັ່ງລັດການ
ໂອນອຳນາດໄປໃຫ້ລັດຖະບານພົນລະເຮືອນຂອງປະເທດ.

ຄວາມຮຸນແຮງທີ່ເພີ່ມທະວີຂຶ້ນລະຫວ່າງພົນລະເຮືອນແລະກຳລັງຮັກສາຄວາມສະຫງົບ
ຂອງອີຈິບມາຮອດປັດຈຸບັນນີ້ມີການຖິ້ມໂທດໃສ່ວ່າເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງນ້ອຍ
35 ຄົນ.

ສື່ມວນຊົນຂອງອີຈິບ ລາຍງານໃນວັນພະຫັດວານນີ້ວ່າ ສະພາປົກຄອງທະຫານໄດ້ແຕ່ງ
ຕັ້ງໃຫ້ອະດີດນາຍົກລັດຖະມົນຕີ Kamal Ganzouri ຈັດຕັ້ງລັດຖະບານຊຸດໃໝ່ຂຶ້ນຫຼັງ ຈາກລັດຖະບານພົນລະເຮືອນຊຸດກ່ອນ ຂອງນາຍົກລັດຖະມົນຕີ Essam Sharaf ລາ
ອອກ.

ໜັງສືິພິມ Al-Ahram ຂອງທາງການອີຈິບ ລາຍງານຜ່ານທາງເວັບໄຊທ໌ຂອງຕົນວ່າ
ທ່ານ Ganzouri ໄດ້ຕົກລົງໂດຍທາງຫຼັກການແລ້ວທີ່ຈະເປັນຜູ້ນຳພາລັດຖະບານຊ່ອຍ
ພົ້ນໄພແຫ່ງຊາດ ຫຼັງຈາກໄດ້ພົບປະກັບ ຫົວໜ້າສະພາສູງສຸດຂອງກອງທັບ ຄືຈອມພົນ
Hussein Tantawi.

ນອກນັ້ນແລ້ວ ສະສູງສຸດຂອງກອງທັບຍັງໄດ້ຢືນຢັດວ່າ ການເລືອກຕັ້ງສະພາແຫ່ງຊາດ
ຈະດຳເນີນໄປຕາມແຜນການທີ່ໄດ້ວາງໄວ້ໃນມື້ວັນຈັນຈະມານີ້ ທັງໆທີ່ໄດ້ເກີດຄວາມຮຸນ ແຮງເພີ່ມຂຶ້ນທີ່ເຮັດໃຫ້ມີຜູ້ເສຍຊີວິດໄປແລ້ວຢ່າງນ້ອຍ 35 ຄົນ. ຫຼັງຈາກໄດ້ມີການແກ້
ໂຕມາເປັນຫຼາຍໆມື້ ໃນການປາບປາມພວກປະທ້ວງຢ່າງຮຸນແຮງແລ້ວ ສະພາກອງທັບ
ໄດ້ຕ່າວປີ້ນໄປສູ່ທິດທາງໃໝ່ໃນວັນພະຫັດວານນີ້ແລະໄດ້ຂໍຂະມາໂທດກ່ຽວກັບການເສຍ
ຊີວິດຂອງພວກປະທ້ວງ.