ເກີດການປະທ້ວງຢ່າງໃຫຍ່ ຢູ່ອີຈິບ ຫຼັງຈາກ ສານຕັດສິນ ໃຫ້ອະດີດ ປ. ມູບາຣັກ ພົ້ນໂທດ

ພວກປະທ້ວງໂຫ່ຮ້ອງຄຳຂວັນ ຕໍ່ຕ້ານລັດຖະບານ ຫຼັງຈາກຜູ້ພິພາກສາ ຕັດສິນຄະດີ ໃຫ້ອະດີດ ປ. ມູບາຣັກ ພົ້ນຂໍ້ກ່າວຫາ, ວັນທີ 29 ພະຈິກ 2014.

ຕຳຫຼວດ​ອີ​ຈິບ ​ໃຊ້​ແກ​ສນ້ຳຕາ ​ແລະ​ປືນ​ສີດ​ນ້ຳ ຕໍ່ຕ້ານ​ພວກ​
ປະທ້ວງ​ຫຼາຍ​ກວ່າ 1 ພັນ​ຄົນ ທີ່​ໂມ​ໂຫ​ໂທ​ໂສ​ກັບ​ຄຳ​ຕັດສິນ​
ໃຫ້​ອະດີດປະທານາທິບໍດີ Hosni Mubarak ​ ພົ້ນ​ໂທດ​ໃນ
​ຂໍ້​ກ່າວ​ຫາ ກ່ຽວ​ກັບ​ການ​ເສຍ​ຊີວິດ​ຂອງ​ພວກເດີນ​ຂະ​ບວນ
ປະທ້ວງ​ຕໍ່ຕ້ານ​ລັດຖະບານໃນ​ປີ 2011 ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ອີ​ຈິບ​ກ່າວ​ວ່າ ຢ່າງ​ໜ້ອຍ​ພວກ​ປະ​ທ້ວງ 2 ຄົນ
​ເສຍ​ຊີວິດ ​ແລະ​ອີກ 9 ຄົນ​ໄດ້​ຮັບ​ບາດ​ເຈັບ.

ພວກ​ສະໜັບສະໜຸນ​ທ່ານ Mubarak ​ໄດ້​ພາກັນ​ໂຫ່​ຮ້ອງ​ດ້ວຍ
​ຄວາມ​ດີ​ອົກ​ດີ​ໃຈ​ຢູ່​ໃນ​ສານ​ໃນ​ວັນ​ເສົາ​ວານ​ນີ້ ​ໃນ​ຂະນະ​ທີ່​ພວກ​
ຢູ່​ຂ້າງ​ນອກ​ສານ ຮຽກຮ້ອງ​ໃຫ້​ມີ​ການ​ແກ້​ແຄ້ນ ​ແລະ​ຄວາມ​ຍຸຕິ​ທຳ.

ພວກ​ລູກ​ຊາຍ​ຂອງ​ທ່ານ Mubarak ​ແລະ​ພວກ​ຄູ່​ຈຳ​ເລີຍ​ນຳ​ກັນ​ພາ​ກັບ​ຈູບ​ໜ້າ​ຜາກ​
ຂອງ​ທ່ານ ​ໃນ​ຂະນະ​ທີ່ທ່ານ​ຟັງຄຳ​ຕັດສິນຢູ່​ຕຽງ​ຄົນ​ເຈັ​ບ ທີ່​ຕັ້ງ​ໃຫ້​ສູງ​ຂຶ້ນ​ນັ້ນ.

ທ່ານ Mubarak ​ໄດ້​ຖືກ​ຕັດສິນ​ໃຫ້​ພົ້ນ​ໂທ​ດ​ໃນ​ຂໍ້ຫາ​ສໍ້​ລາດ​ບັງ​ຫຼວງ​ຕ່າງໆ​ເຊັ່ນ​ກັນ ​ແຕ່​ທ່ານຈະຍັງ​ຄົງ​ຢູ່​ໂຮງໝໍ​ໃນ​ຄຸກ​ຕໍ່​ໄປ ​ໃນ​ຂະນະ​ທີ່ທ່ານຮັບ​ໃຊ້​ໂທດ​ຈຳ​ຄຸກ 3 ປີ ​ໃນ​ຄວາມ
ຜິດ​ທີ່​ສານ​ຕັດສິນກ່ອນ​ໜ້ານີ້ ໃນ​ຂໍ້ຫາ​ສໍ້​ໂກງ​ເງິນ​ນັ້ນ.

ທ່ານ Mubarak ຖືກ​ຕັດສິນ​ລົງ​ໂທດ​ຈຳ​ຄຸກ​ຕະຫຼອດ​ຊີວິດ​ໃນ​ປີ 2012 ໃນ​ຂໍ້ກ່າວ​ຫາ​ສົມຮູ້​ຮ່ວມ​ຄິດ​ ໃນ​ການ​ເສຍ​ຊີວິດ​ຂອງ​ພວກ​ປະ​ທ້ວງ​ຕໍ່ຕ້ານ ລັດຖະບານ 239 ຄົນ ​ເມື່ອ​ນຶ່ງ​ປີ​ກ່ອນ​ໜ້າ​ນັ້ນ. ​ແຕ່ສານ​ສູງ​ສຸດ​ໄດ້​ຕ່າວ​ປີ້ນ​ຄຳ​ຕັດສິນ​ດັ່ງກ່າວ​ໃນ​ການ​ອຸທອນ ​ແລະ​ສັ່ງ​ໃຫ້​ທຳ​ການ​ດຳ​ເນີນ​ຄະດີ​ຄືນໃໝ່.

ລັດຖະມົນຕີ​ກະຊວງ​ພາຍ​ໃນ​ຂອງທ່ານ ​ແລະ​ພວກ​ເຈົ້າ​ໜ້າ​ທີ່ຮັກສາ​ຄວາມ​ປອດ​ໄພ ​ອີກ 6 ຄົນ ກໍ​ໄດ້​ຮັບ​ການ​ຕັດສິນ​ໃຫ້​ພົ້ນ​ໂທດ​ເຊັ່ນ​ກັນ. ຂໍ້​ກ່າວ​ຫາຕ່າງຫາກ ​ໃນຖານ​ສໍ້​ລາດ​ບັງ​ຫຼວງ ຕໍ່​ພວກ​ລູກ​ຊາຍ​ຂອງ​ທ່ານ ຄື ທ້າວ Ala’a ​ແລະ​ທ້າວ Gamal ກໍ​ໄດ້​ຖືກ​ຍົກ​ເລີກ​ເຊັ່ນ​ກັນ.

ສະຖານີ​ໂທລະພາບ​ຊ່ອງ 1 ຂອງ​ອີ​ຈິບ ລາຍ​ງານ​ວ່າ ​ໄອ​ຍະ​ການ​ກຳລັງ​ພິຈາລະນາ​ຍື່ນ​ຄຳ​ອຸທອນ​ ຕໍ່​ຄຳ​ຕັດສິນ​ໃນ​ວັນ​ເສົາ​ວານ​ນີ້.

Your browser doesn’t support HTML5

egyptmubarak30november14