ບັນດາເຈົ້າໜ້າທີ່ຮັກສາຄວາມປອດໄພຂອງອີຈິບກ່າວວ່າ ອອກປະຕິບັດງານໂຈມຕີ ຕໍ່ກຸ່ມ
ທີ່ສົງໄສວ່າເປັນພວກຫົວຮຸນແຮງ ຢູ່່ທີ່ແຫຼມຊາຍນາຍ ຫຼັງຈາກໄດ້ມີການໂຈມຕີອີກຄັ້ງໃໝ່
ທີ່ດ່ານກວດຫຼາຍແຫ່ງ.
ເຈົ້າໜ້າທີ່ກ່າວວ່າ ການໂຈມຕີທາງອາກາດ ໃນວັນພຸດມື້ນີ້ ໄດ້ສັງຫານພວກຫົວຮຸນແຮງ
20 ຄົນ.
ການໂຈມຕີທາງອາກາດ ມີຂື້ນໃນບໍ່ເທົ່າໃດຊົ່ວໂມງ ຫຼັງຈາກໄດ້ມີການໂຈມຕີ ຕໍ່ດ່ານກວດ
ຫຼາຍແຫ່ງ ໃນເມືອງ El-Arish ປະມານ 50 ກິໂລແມັດ ຫ່າງຈາກຊາຍແດນຂອງອິສຣາ
ແອລ ແລະເຂດ Gaza.
ກອງທັບອີຈິບ ແລະປະທານາທິບໍດີ Mohammed Mursi ໃຫ້ຄຳໝັ້ນສັນຍາວ່າ ຈະເສີມ
ກໍາລັງຄວບຄຸມເຂດຊາຍແດນໃຫ້ເຂັ້ມແຂງຕື່ມຂຶ້ນ ລຸນຫຼັງທີ່ໄດ້ມີການໂຈມຕີໃນວັນອາທິດ
ແລ້ວ ທີ່ເປັນເຫດໃຫ້ຕຳຫຼວດຊາຍແດນອີຈິບເສຍຊີວິດ 16 ຄົນ. ອີຈິບກ່າວວ່າ ພວກຫົວ
ຮຸນແຮງທີ່ພົວພັນກັບການໂຈມຕີໃນຄັ້ງນີ້ ພະຍາຍາມທີ່ຈະຂ້າມເຂົ້າໄປໃນອິສຣະແອລ.