ນາຍົກຊົ່ວຄາວອີຈິບ ແຕ່ງຕັ້ງ ຄະນະກໍາມະການ ຮ່າງລັດຖະທໍາມະນູນ ຄືນໃໝ່ (ວີດິໂອ)

ປະທານາທິບໍດີຊົ່ວຄາວຂອງອີຈິບ ທ່ານ Adly Mansour ກ່າວຄໍາປາໄສຄັ້ງທໍາອິດ ຕໍ່ປະເທດຊາດ, ວັນທີ 18 ກໍລະກົດ 2013, ຫລັງຈາກໂຄ່ນລົ້ມ ທ່ານ Mohammed Morsi.

ປະທານາທິບໍດີ​ຊົ່ວຄາວ​ ທີ່​ໜຸນຫຼັງ​ໂດຍ​ກອງທັບ​ຂອງ​ອີ​ຈິບ ​ໄດ້​ເລືອກ​ເອົາ ຊ່ຽວຊານ​ດ້ານ​ກົດໝາຍ ໃຫ້ຮ່າງ​ລັດຖະທໍາ​ມະນູນ​ອີ​ຈິບ​ຄືນ​ໃໝ່ ຊຶ່ງ​ທາງ ກອງທັບ​ໄດ້ໂຈະ​ໄວ້​ໃນ​ເດືອນ​ນີ້ ​ໂດຍການ​ໂຄ່ນ​ລົ້ມ​ປະທານາທິບໍດີ​ຄົນ ກ່ອນຫົວອິສລາມ​ ທີ່​ໃຫ້​ສັດຕະຍາບັນແກ່ລັດຖະທໍາ​ມະນູນສະບັບ​ນັ້ນ.

​ໃນ​ດໍາລັດ​ສະບັບ​ນຶ່ງ​ທີ່​ອອກ​ເມື່ອ​ວັນ​ເສົາ​ວານ​ນີ້ ທ່ານ Adly
Mansour ​ໄດ້​ແຕ່ງ​ຕັ້ງ ຜູ້​ພິພາກສາແລະ​ອາຈານ​ສອນ​ວິຊາ​
ກົດໝາຍ 10 ທ່ານ ​ແລະໃຫ້​ເວລາພວກ​ເຂົາ​ເຈົ້ານຶ່ງເດືອນ ​
ເພື່ອ​ໃຫ້ສະ​ເໜີຂໍ້​ແກ້​ໄຂລັດ​ຖະທໍາມະນູນ ອັນ​ເປັນ​ພາກສ່ວນ
​ນຶ່ງຂອງ​ຕາ​ລາງ​ເວລາ ສໍາລັບນໍາເອົາ​ອີ​ຈິບກັບ​ຄື​ນສູ່​ການ​ປົກ
ຄອງ​ໂດຍ​ປະຊາທິປະ​ໄຕ. ຄະນະ​ກໍາມະການ​ທີ່​ຖືກ​ແຕ່ງ​ຕັ້ງມີ​ກໍານົດ ທໍາ​ການ​ປະຊຸມເທື່ອ​
ທໍາ​ອິດ​ກັນ ໃນວັນ​ອາທິດ​ມື້​ນີ້.

ທ່ານ Mohamed Morsi ປະທານາທິບໍດີ ທີ່​ຖືກ​ໂຄ່ນ​ລົ້ມ ໄດ້​ໃຫ້​ສັດຕະຍາ​ບັນແກ່ລັດຖະ
ທໍາ​ມະນູນສະບັບ​ເກົ່າ ​ເມື່ອ​ເດືອນ​ທັນວາ​ປີຜ່ານມາ ຫຼັງ ຈາກ​ສະພາທີ່​ປະກອບ​ດ້ວຍພວກ
ທີ່​ສະ​ໜັບສະ​ໜຸນ​ພັກ​ອິສລາມ​ຂອງ​ຕົນ ​ໄດ້ຮ່າງ​ເອກ​ກະ​ສານ​ດັ່ງກ່າວ​ຂຶ້ນ​ມາ ​ຊຶ່ງ​ໄດ້​ຖືກຮັບ
​ຮອງ​ເອົາ ​ໂດຍ​ການ​ລົງປະຊາ​ມະຕິ ທີ່​ບໍ່​ໄດ້​ຮັບ​ຄວາມ​ເຫັນ​ດີ​ຈາກມະຫາຊົນ ຍ້ອນ​ມີ​ຜູ້ອອກ​
ໄປ​ລົງ​ປະຊາ​ມະ​ຕິ ​ໃນ​ຈໍານວນ​ຕໍ່າ​ຫຼາຍນັ້ນ.

Your browser doesn’t support HTML5

Egypt Selects Panel to Rewrite Constitution



ຊາວ​ອີ​ຈິບທີ່​ຝັກ​ໄຝ່ທາງໂລກ ​ແລະມີ​ຫົວ​ເສລີ​ນິຍົມ ສ່ວນໃຫຍ່ໄດ້ພາກັນ ຕໍ່ຕ້ານ​ຂັ້ນ​ຕອນ
ດັ່ງກ່າວ​ນັ້ນ ໂດຍ​ກ່າວ​ຫາພວກ​ຫົວ​ອິສລາມ​ວ່າ ​ເມີນ​ເສີຍ​ຕໍ່​ຄວາມ​ເຫັນ​ຂອງ​ພວກ​ເຂົາເຈົ້າ ​
ແລະ​ພະຍາຍາມ​ບ່ອນ​ທໍາລາຍ​ສິດ​ທິພົນລະເຮືອນ​ຂອງ​ພວກ​ເຂົາ​ເຈົ້າ. ພວກ​ຄັດຄ້ານ​ລັດ
ຖະທໍາ​ມະນູນ ​ໄດ້​ນໍາພາການ​ປະ​ທ້ວງ​ຄັ້ງ​ໃຫຍ່ຫຼາຍໆບັ້ນ ຕໍ່ຕ້ານ​ການ​ປົກຄອງ​ຂອງ​ທ່ານ Morsi ​ໃນ​ຕົ້ນ​ເດືອນ​ນີ້ ທີ່​ຍັງ​ຜົນ​ໃຫ້​ກອງທັບ​ໂຄ່ນ​ລົ້ມ​ທ່ານແລະ​ແຕ່ງ​ຕັ້ງ​ທ່ານ Mansour ​ຂຶ້ນເປັນ​ຜູ້​ນໍາ​ຊົ່ວຄາວ​ຂອງ​ອີ​ຈິບ​.

ທ່ານ Morni ​ໄດ້​ດໍາລົງ​ຕໍາ​ແໜ່​ງຂອງ​ທ່ານ ພຽງແຕ່​ນຶ່ງ​ປີ ​ໃນ​ຖານະ​ເປັນ​ປະທານາທິບໍດີ​ທີ່​ຖືກ​ເລືອກ​ຕັ້ງ​ຢ່າງ​ເປັນ​ປະຊາທິປະ​ໄຕ​ຄົນ​ທໍາ​ອິດ​ຂອງ​ອີ​ຈິບ ລຸນຫຼັງການ​ໂຄ່ນ​ລົ້ມ ທ່ານ Hosni Mubarak ທີ່​ປົກຄອງ​ປະ​ເທດ​ມາເປັນ​ເວ​ລາ​ດົນ​ນານ​ ຫຼັງຈາກ​ການ​ປະຕິວັດ​ເມື່ອ​ປີ 2011 ທີ່​ສະໜັບ ສະໜຸນ​ໂດຍ​ກອງທັບນັ້ນ.