ພວກປະທ້ວງ ຈູດເຜົາ ສໍານັກງານຂອງ ອະດີດນາຍົກລັດຖະມົນຕີ ອີຈິບ (ວີດີໂອ)

  • ສິງ ບູຣົມມະວົງ

ທ່ານ Ahmed Shafiq ຜູ້ສະໝັກແຂ່ງຂັນປະທານາທິບໍດີອີຈິບ ທີ່ສໍານັກງານໃຫຍ່ຂອງທ່ານຖືກໄຟເຜົາ ທີ່ກຸງໄຄໂຣ, ອີຈິບ ວັນທີ 29 ພຶດສະພາ 2012

ພວກເດີນ​ຂະ​ບວນປະ​ທ້ວງ​ຊາວອີ​ຈິບ​ທີ່​ໂມ​ໂຫ​ໂທ​ໂສ​ກ່ຽວ​ກັບອະດີດ​ນາຍົກລັດຖະມົນຕີ ພາຍ​ໃຕ້​ການ​ນໍາພາ​ຂອງ​ອະດີດ​ປະທານາທິບໍດີ ​ໂຮ​ສນີ ມູບາຣັກ ທີ່​ໄດ້​ຖືກ​ປົດ​ອອກ​ຈາກ​ອໍານາດ​ໄປ​ນັ້ນພວມ​ຈະ​ໄດ້ ເຂົ້າໄປ​ແຂ່ງຂັນໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ຮອບ​ຊີ້​ຂາດນັ້ນ​ໄດ້​ພາກັນບຸກ​ເຂົ້າ​ໄປ​ທໍາລາຍ​ສຳນັກ​ໃຫຍ່​ໃນ​ການ​ໂຄສະນາ​ຫາ​ສຽງ​ເລືອກຕັ້ງຂອງ​ທ່ານ​ແລະກໍ​ເອົາ​ໄຟ​ຈູດ​ເຜົາ​ ຫຼັງ​ຈາກ​ບັນດາ​ເຈົ້າ​ໜ້າທີ່​ຢືນຢັນ​ຜົນ​ຂອງ​ການ​ປ່ອນ​ບັດ​ເລືອກ​ຕັ້ງຮອບ​ທໍາ​ອິດ​ນັ້ນ.

​ເຈົ້າ​ໜ້າ​ທີ່ຊ່ອຍ​ເຫຼືອ​ສຸກ​ເສີນ ​ແຈ້ງ​ໃຫ້​ຮູ້​ໃນ​ຕອນ​ເດິກ​ຄືນ​ວັນ​ຈັນ​ວານ​ນີ້ ວ່າ​ ໄຟທີ່ໄດ້ໄໝ້ສໍານັກງານ​ຂອງ​ທ່ານ Ahmed Shafiq ທີ່​ກຸງ​ໄຄ​ໂຣນັ້ນ ໄດ້​ມອດ​ແລ້ວ ​ແລະ​ບໍ່​ມີ​ຜູ້​ໃດ​ໄດ້​ຮັບ​ບາດ​ເຈັບ.

ກ່ອນ​ໜ້າ​ນັ້ນພວກ​ປະ​ທ້ວງ​ຫຼາຍ​ພັນ​ຄົນ​ພາກັນ​ໄປ​ເຕົ້າ​ໂຮມ​ກັນ​ຢູ່​ທີ່ຈະຕຸ​ລັດ Tahrir ​ໃນ​ໃຈກາງ​ກຸງ​ໄຄ​ໂຣ​ແລະ​ໃນ​ສະຖານ​ທີ່​ແຫ່ງ​ອື່ນໆໃນ​ທົ່ວ ອີ​ຈິບ ​ພາກັນ​ຮ້ອງ​ຄໍາ​ຂັວນຕ່າງໆ​ຕໍ່ຕ້ານ​ທະຫານພ້ອມທັງ​ຕໍ່ຕ້ານ​ທ່ານ Shafiq ​ແລະ​ທ່ານ Mohammad Morsi ຜູ້ສະ​ໝັກເລືອກ​ຕັ້ງ​ສັງກັດ​ພັກ​ພະລາດອນພາບ​ອິສລາມ​ນັ້ນ.

ການ​ນັບ​ບັດ​ຄະ​ແນນ​ສຽງ​ເລືອກ​ຕັ້ງ​ປະທານາທິບໍດີ​ທີ່​ເສລີ​ຄັ້ງ​ທໍາອິດ​ໃນ​ສັບປະດາ​ຜ່ານ​ມາ ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ Morsi ສັງກັດ​ພັກ​ພະ ລາດອນພາບ​ອິສລາມ​ມີ​ສຽງ​ນໍາ​ໜ້າ ​ແລະ​ທ່ານ Ahmed Shafiq ທີ່​ບໍ່​ຝັກ​ໄຝ່​ໃນ​ດ້ານ​ສາສະໜາ ມີສຽງນໍາ​ໜ້າ​ອັນ​ດັບ​ສອງ.

ມີ​ການ​ມອງ​ເບິ່ງ​ກັນ​ຢ່າງ​ກວ້າງຂວາງ​ວ່າ ການ​ເລືອກ​ເອົາທ່ານ Shafiq ເທົ່າ​ກັບ​ເປັນ​ການ
​ສືບ​ຕໍ່​ ແລະ​ເປັນ​ສັນຍະລັກ​ ແຫ່ງ​ການ​ປົກຄອງ ​ຂອງ​ທ່ານ​ມູບາຣັກແລະ​ການ​ແຂ່ງຂັນກັນ
ຮອບ​ສຸດ​ທ້າຍຫຼື​ຮອບ​ຊີ້​ຂາດ​ຂອງ​ທ່ານ​ກັບ​ທ່ານ Morsi ນັ້ນ​ເປັນ​ຜົນ​ຂອງການ​ແບ່ງ​ແຍກ
ກັນ​ຫຼາຍ​ທີ່​ສຸດ​ເທົ່າ​ທີ່​ເປັນ​ໄປ​ໄດ້. ຜົນ​ຂອງ​ການ​ປ່ອນ​ບັດ​ເລືອກ​ຕັ້ງ ໄດ້​ແບ່ງ​ແຍ​ກອີ​ຈິບ
ແລະ​ສ້າງ​ຄວາມ​ຜິດ​ຫວັງ​ຢ່າງ​ເລິກ​ເຊິ່ງ​ໃຫ້​ແກ່ຂະ​ບວນການ​ຂອງ​ພວກ​ນັກ​ເຄື່ອນ​ໄຫວທີ່​
ກະຕຸກ​ຊຸກ​ຍູ້​ໃຫ້​ມີການ​ລຸກ​ຮືຂຶ້ນ​ຕໍ່ຕ້ານ​ກຸ່ມ ກຳ​ອຳນາດ​ເກົ່າ ຂອງ​ທ່ານ​ມູບາຣັກ ​ໃນ​ປີ
2011 ນັ້ນ.

http://www.youtube.com/embed/eGX3QEF4BB0?feature=player_embedded