ບັນດາຜູ້ສະໝັກ ທີ່ໄດ້ຮັບຄະແນນສູງສຸດຂອງອີຈິບ ຍື່ນມືໄປຫາຄູ່ແຂ່ງ (ວີດີໂອ)

  • ທອງປານ ເທບວົງສາ

ຜູ້ສະໝັກສອງທ່ານ ທີ່ມີຄະແນນສູງສຸດ ໃນການເລືອກຕັ້ງປະທານາທິບໍດີ ອິຈິບ ຮອບທໍາອິດ ຄື ທ່ານ Mohammed Mursi (ຂວາ) ພັກພະລາດອນພາບມຸສລິມ ທີ່ມີຄະແນນນໍາໜ້າ ແລະອະດີດນາຍົກລັດຖະມົນຕີ Ahmed Shafiq (ຊ້າຍ) ຜູ້ນິຍົມແນວທາງໂລກ ມີຄະແນນລອງ

ຜູ້​ສະໝັກເລືອກ​ຕັ້ງ​ທີ່​ໄດ້​ຮັບ​ຄະແນນ​ສູງ​ສຸດ​ສອງ​ທ່ານ​ ​ໃນການ​ເລືອກ​ຕັ້ງ​ ປະທາ​ນາ​ທິບໍດີ​ຮອບ​ທໍາ​ອິດ​ຂອງ​ອີ​ຈິບ​ ​ໄດ້​ຍື່ນ​ມື​ໄປ​ຫາຝ່າຍ​ຄູ່​ແຂ່ງເມື່ອ​ວັນ​ເສົາ​ວານ​ນີ້ ​ເພື່ອຊີ້​ແຈງ​ວິ​ໄສ​ທັດ​ຂອງເຂົາ​ເຈົ້າ ກ່ຽວ​ກັບການ​ສ້າງສາ​ອີ​ຈິບ​ ໃຫ້​ເປັນ​ປະ​ເທດໃໝ່ ຖ້າ​ຫາກ​ຊະນະ​ການ​ເລືອກ​ ຕັ້ງ​ໃນຮອບ​ຕັດສິນ​ຊີ້​ຂາດ​ໃນ​ເດືອນ​ໜ້າ​ນີ້.

ທ່ານ Ahmed Shafiq ອະດີດ​ນາຍົກລັດຖະມົນຕີ ຜູ້​ນິຍົມແນວທາງ​ໂລກ ໄດ້​ຊົມ​ເຊີຍການ​ປະຕິວັດ ​ທີ່​ມີ​ຊື່​ສຽງ ທີ່​ໄດ້​ໂຄ່ນ​ລົ້ມ​ປະທານາທິບໍດີ Hosni Mubarak ​ນັ້ນ ແລະ​ປະຕິ​ຍານ​ວ່າ ຈະ​ບໍ່​ມີ​ການ​ສ້າງ​ຕັ້ງ​ລະບອບ​ເກົ່າ​ຄືນ​ມາອີກ. ທ່ານ​ Shafiq ກ່າວ​ວ່າ ທ່ານກໍາລັງ​ຍື່ນ​ມື​ຂອງ​ທ່ານ​ໄປ​ຫາ​ທຸກໆ​ພະລັງການ​ເມືອງ ​ໂດຍ​ສະ​ເພາະ​ພວກ​ຊາວ​ໜຸ່ມ ທີ່​ເປັນ​ກະດູກ​ສັນຫຼັງຂອງ​ການ​ລຸກຮື​ນັ້ນ ​ແລະ​ວ່າ ​ຈະ​ບໍ່​ມີ​ໃຜ​ຖືກ​ແຍກອອກ​ ຫຼືຖືກ​ຜັກ​ດັນ​ໃຫ້​ໜີ​ຫ່າງ​ໂດຍ​ລັດຖະບານຊຸດ​ໃໝ່.

​ແຕ່​ທ່ານ Mohammed Mursi ຜູ້​ສະໝັກເລືອກ​ຕັ້ງ​ຂອງ​ພັກ​ພະລາດອນ ພາບ​ມຸສລິ​ມ ບໍ່ໃຫ້​ຄວາມ​ສໍາຄັນ​ແກ່​ທ່ານ Shafiq ແລະ​ຖື​ວ່າ​ທ່ານເປັນ​ສັນ ຍະ​ລັກ​ຂອງ​ລະບອບ​ເກົ່າ​ຢູ່ ​ແລະ​ປະຕິ​ເສດ​ໃຫ້​ຄວາມ​ຮ່ວມ​ມື​ໃດໆ ​ໂດຍ​ກ່າວ​ວ່າ​ລະບອບ​ເກົ່າໄດ້ເຮັດ​ໃຫ້​ປະ​ເທດ​ຊາດ​ຫຼົ້ມຈົມ. ທ່ານ Mursi ສັນຍາ​ວ່າ ຈະ​ຕັ້ງ​ລະບອບ​ໃໝ່​ຂຶ້ນມາ​ບົນ​ພື້ນຖານ​ຂອງ​ລະບອບ​ທີ່​ໂຮມ​ເອົາ​ທຸກ​ພັກຝ່າຍ​ຢູ່​ໃນ​ປະ​ເທດ.

ເບິ່ງວີດີໂອກ່ຽວກັບທ່ານ Mohammed Mursi:

ທ່ານ Mursi ​ໄດ້​ກ່າວ​ເນັ້ນ​ຍໍ້າ​ຄໍາ​ວ່າ “ປະຊາທິປະໄຕ” ຄັ້ງ​ແລ້ວ​ຄັ້ງ​ເລົ່າ ​ໃນ​ຄວາມພະຍາ​ຍາມ​ເພື່ອຜ່ອນ​ເບົາ​ຄວາມ​ຢ້ານ​ກົວ​ຂອງ​ພັກ​ຝ່າຍ​ຄ້ານ​ທີ່​ນິຍົມທາງ​ໂລກ​ນັ້ນ. ທ່ານ Mursi ກ່າວ​ອີກ​ວ່າ ​ເປົ້າໝາຍ​ຂອງ​ພວກ​ເຮົາ​ກໍ​ຄື ​ໃຫ້​ປ​ະ​ເທດ​ຊາດມີ​ສະຖຽນ​ລະ​ພາບ ການ​ພັດທະນາ ​ເສລີພາບ ປະຊາທິປະ​ໄຕ ​ແລະ​ເປັນ​ປະ​ເທດ​ໃໝ່ ທີ່​ຢູ່​ພາຍ​ໃຕ້​ລັດຖະທໍາ​ມະນູນ. ​ແຕ່ຝ່າຍ​ທີ່​ຄັດຄ້ານທ່ານ Mursi ​ກ່າວ​ຫາ​ທ່ານ ວ່າ​ ສະໜັບສະໜຸນ ລະບອບ​ນັບຖື​ພະເຈົ້າ​ເປັນ​ໃຫຍ່ ​ໂດຍອິງ​ໃສ່​ຄໍາ​ພີ ຄູຣັນ ​ແລະກົດໝາຍ ​ອີສລາມ​ນັ້ນ.

ຜົນ​ການ​ເລືອກ​ຕັ້ງ​ທີ່​ບໍ່​ເປັນ​ທາງ​ການ ຂອງ​ການ​ເລືອກ​ຕັ້ງ​ຮອບ​ທໍາ​ອິດ​ເມື່ອ ວັນ​ພຸດ​ ​ແລະ​ວັນ​ພະຫັດ​ອາທິດ​ແລ້ວ​ນີ້ ພົບ​ວ່າ ທ່ານ Mursi ​ເປັນ ຜູ້ໄດ້ ຣັບຄະ​ແນນ​ນໍາ​ໜ້າ ຕິດຕາມ​ດ້ວຍ​ທ່ານ Shafiq ທີ່​ໄດ້​ຮັບ​ຄະ​ແນນ ລອງທີ່​ບໍ່ຫລຸດກັນ​ປານ​ໃດ.

ຜົນ​ການ​ເລືອກ​ຕັ້ງຂັ້ນ​ສຸດ​ທ້າຍ ​ຈະ​ປະກາດໃຫ້​ຮູ້ໃນ​ວັນ​ອັງຄານຈະ​ມາ​ນີ້ ​ແລະ​ການເລືອກ​ຕັ້ງ​ ຮອບ​ຕັດສິນ​ຊີ້​ຂາດ ​ໄດ້​ກໍາ​ນົດ​ໃສ່​ວັນ​ທີ່ 16 ​ແລະ 17 ​ເດືອນມິຖຸນາ.