ຝ່າ​ຍຄ້ານ ອີຈິບ ຮຽກຮ້ອງໃຫ້ ປະທ້ວງຄັ້ງໃໝ່ ຕ້ານຮ່າງ​ລັດຖະທໍາ​ມະນູນ

ພວກນັກປະທ້ວງຕ້ານປະທານາທິບໍດີ Mohamed Morsi ຢູ່ຕໍ່ໜ້າເຕັ້ນ ທີ່ຊື່ວ່າ "Revolution Party" ຫລື "ພັກແຫ່ງການປະຕິວັດ" ທີ່ຈະຕຸລັດ Tahrir ໃນນະຄອນໄຄໂຣ ໃນວັນທີ 17 ທັນວາ 2012

ພັກ​ແນວ​ໂຮມຝ່າ​ຍຄ້ານທີ່ສໍາຄັນຂອງ​ອີ​ຈິບໄດ້ຮຽກຮ້ອງໃຫ້ມີ
ການປະທ້ວງຄັ້ງໃໝ່ ຕໍ່ຮ່າງ​ລັດຖະທໍາ​ມະນູນ ທີ່ກໍານົດຈະ​ຈັດ
ໃຫ້ມີການລົງ​ຄະ​ແນນ​ສຽງ​ຮອບ​ສອງໃນ​ວັນ​ເສົາ​ຈະມາ ເຖິງ​ນີ້.

ພັກ​ແນວ​ໂຮມ​ກູ້​ໄພ​ແຫ່ງ​ຊາດ ​ຫຼື National Salvation Front
​ໄດ້ຮຽກຮ້ອງໃຫ້ຊາວ ອີຈິບ​ໄປ​ຮ່ວມການເດີນຂະບວນ ໃນວັນ
ອັງຄານມື້ນີ້ ເພື່ອຄັດຄ້ານຕໍ່ຮ່າງລັດຖະທໍາມະນູນທີ່​ໄດ້ນໍາມາ
ສະເໜີ​ໄປ​ນັ້ນ ຊຶ່ງພວກຄັດຄ້ານຢ້ານວ່າ ມັນຈະຕັດທອນອິດສະ
ລະພາບຂອງພົນລະເມືອງ ເພາະວ່າມັນສົ່ງເສີມບົດບາດຂອງ
ກົດສາສະໜາອິສລາມ ແລະບໍ່ໄດ້ ກ່າວເຖິງສິດຂອງຜູ້ຍິງແຕ່
ຢ່າງໃດເລີຍ.

ສະພາແຫ່ງຊາດທີ່ຄອບງໍາໂດຍພັກສາສະໜາອິສລາມເປັນຜູ້ຮ່າງ​ລັດຖະທໍາ​ມະນູນ ແລະ​ຜູ້ສະ​ໜັບສະ​ໜຸນ​ເວົ້າວ່າ ການຮັບຜ່ານ​ລັດຖະທໍາ​ມະນູນ​ສະ​ບັບນີ້ ເປັນບາດກ້າວອັນສໍາ ຄັນ ​ໃນ​ການ​ຫັນ​ປ່ຽນ​ໄປ​ສູ່ປະຊາທິປະໄຕຂອງ​ອີ​ຈິບ.

ປະທານາທິບໍດີ Mohamed Morsi ໄດ້ອ້າງເອົາໄຊຊະນະໃນການປ່ອນ​ບັດຮອບທໍາອິດ ທີ່ຈັດຂຶ້ນ​ໃນອາທິດແລ້ວນີ້. ຝ່າຍ​ຄ້ານເວົ້າວ່າ ການລະເມີດລະບຽບຢ່າງແຜ່ຫລາຍນັ້ນ​ໄດ້ ໄດ້ສ້າງ​ຄວາມ​ເສຍຫາຍ​ໃຫ້​ແກ່ການລົງຄະແນນສຽງດັ່ງກ່າວ.

ກຸ່ມຂອງພວກພິພາກສາສູງສຸດກຸ່ມນຶ່ງກ່າວໃນວັນຈັນວານນີ້ວ່າ ພວກເຂົາເຈົ້າຈະບໍ່ດູແລ ກໍາກັບນໍາການລົງຄະແນນສຽງຮອບສອງນີ້. ສະພາຜູ້ພິພາກສາຂອງທາງ​ການອີ​ຈິບໄດ້ ເຂົ້າຮ່ວມກັບບັນດາສະມາຊິກຜູ້ພິພາກສາຂອງປະເທດຈຳນວນ​ນຶ່ງເພື່ອທໍາການຂວໍ້າ ບາດ ຕໍ່ການ​ລົງປະຊາ​ມະຕິຮອບທໍາອິດນັ້ນ.