ພັກສາສະໜາ ໃນອີຈິບ ຊອກຫາ ສຽງສະໜັບສະໜຸນ (ວີດີໂອ)

  • ໄພສານ ວໍຣະຈັກ

ຜູ້ສະມັກປະທານາທິບໍດີຂອງພັກພະລາດອນພາບມຸສລິມ ທ່ານ Mohammed Morsi (ກາງ) ເຂົ້າແຖວຖ້າປ່ອນບັດ ທີ່ເມືອງ Zakazik 80 ຫຼັກກິໂລແມັດຫ່າງຈາກກຸງໄຄໂຣໄປທາງທິດເໜືອ (23 ພຶດສະພາ 2012)

ພັກ​ພະລາດອນພາບ​ມຸສລິ​ມ ຫຼື Muslim Brotherhood ຂອງ​ອີ​ຈິບ ​ໄດ້​ເຊື້ອ​ເຊີນບັນດາ​ຜູ້​
ສະມັກ​ປະທານາທິບໍດີ​ທີ່​ເສຍ​ໄຊໃຫ້ໄປ​ພົບ​ປະກັນ​ໃນ​ວັນ​ເສົາ​ມື້ນີ້ໃນ​ຄວາມ​ພະຍາຍາມເພື່ອ
ຂໍ​ການ ສະໜັບສະໜຸນຕໍ່​ຜູ້​ສະມັກ​ຂອງ​ຕົນຄືທ່ານ Mohammed Morsi ທີ່​ປະກົດ​ວ່າຈະ​
ໄດ້​ເຂົ້າ​ແຂ່ງຂັນ​ໃນ​ການ​ເລືອກ​ຕັ້ງປະທານາທິບໍດີ​ຮອບ​ສອງກັບ​ທ່ານ Ahmed Shafiq ທີ່
​ບໍ່​ຝັກ​ໄຝ່​ໃນ​ດ້ານ​ສາສະໜາ​ນັ້ນ.

​ໂຄສົກ​ຄົນ​ນຶ່ງຂອງ​ພັກສາສະໜາ​ອິສລາມ​ດັ່ງກ່າວ ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ຜູ້​ສະມັກ​ປະທາ
ນາທິບໍດີທີ່​ເສຍ​ໄ​ຊ​ທັງ 10 ຄົນ ຊ່ອຍ​ກອບ​ກູ້ໃນ​ອັນ​ທີ່​ທ່ານ​ເອີ້ນວ່າ “ການ​ປະຕິວັດ” ຂະນະ​
ທີ່ທ່ານໄດ້​ທຳ​ການ​ເຊື້ອ​ເຊີນ​ໃນ​ມື້ວານ​ນີ້.

ຜົນ​ການ​ນັບ​ຄະ​ແນນ​ສຽງ​ທີ່​ບໍ່​ເປັນ​ທາງ​ການ ຂອງ​ການ​ປ່ອນ​ບັດ ​ໃນ​ມື້ວັນ​ພຸດ ​ແລະວັນ​ພະ
ຫັດ​ຜ່ານ​ມານີ້ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ Morsi ​ເປັນ​ຜູ້​ທີ່​ໄດ້​ຮັບ​ຄະ​ແນນຫຼາຍທີ່​ສຸດ ຕິດຕາມ
​ໂດຍ​ທ່ານ Shafiq.

ອົງການ​ຂ່າວ​ເອພີລາ​ຍງານ​ວ່າ ​ໂຄ​ສົກ​ຂອງ​ທ່ານ Shafiq ​ໄດ້​ກ່າວ​ຫາ​ພັກ​ພະລາດ​ອນພາບ
​ມຸສລິ​ມວ່າ “ລັກຂະ​ໂມ​ຍ” ​ເອົາ​ການ​ປະຕິວັດ​ໄປ​ຈາກ​ພວກ​ຊາວ​ໜຸ່ມ.

ທ່ານ Shafiq ​ເປັນ​ນາຍົກລັດຖະມົນຕີຄົນສຸດ​ທ້າຍ​ຂອງ​ອະດີດ​ປະທານາທິບໍດີ Hosni
Mubarak ກ່ອນ​ທ່ານ Mubarak ສູນ​ເສຍ​ອຳນາດໃນ​ການ​ປະ​ທ້ວງ ຮຽກຮ້ອງ​ເອົາ​ປະຊາ
ທິປະ​ໄຕ​ໃນ​ປີ​ກາຍ​ນີ້.

ຜົນ​ການ​ນັບ​ຄະ​ແນນສຽງ​ຂັ້ນສຸດ​ທ້າຍ​ ຈະ​ມີ​ການ​ປະກາດ​ໃຫ້​ຊາບ​ໃນ​ວັນ​ອັງຄານຈະ​ມາ. ​
ການ​ເລືອກ​ຕັ້ງປະທານາທິບໍດີ​ຮອບ​ສອງ ຈະ​ມີ​ຂຶ້ນ​ໃນ​ວັນ​ທີ 16 ​ແລະ 17 ມິຖຸນານີ້.

ການ​ເລືອກຕັ້ງຮອບ​ຕັດສິນ​ຊີ້ຂາດ​ລະຫວ່າງ​ທ່ານ Morsi ​ແລະ​ທ່ານ Shafiq ຈະເປີດ​ໂອ
ກາດ​ໃຫ້​ຊາວ​ອີ​ຈິບ​ມີ​ທາງ​ເລືອກ​ລະຫວ່າງ​ຜູ້​ສະມັກທີ່​ມີ​ແນວທາງ​ແຕກຕ່າງ​ກັນ​ຢ່າງ​ຊີ້ນ​ເຊີງ.

​ໃນ​ລະຫວ່າງ​ການ​ໂຄສະນາ​ຫາ​ສຽງ​ນັ້ນທ່ານ Morsi ​ໄດ້​ກ່າວ​ຄຳ​ປາ​ໄສ​ຢ່າງຮ້ອນ​ແຮງ​ແລະ
​ປະຕິຍານ​ວ່າ ການ​ເປັນ​ປະທານາທິບໍດີ​ຂອງ​ທ່ານ​ແມ່ນ​ຈະ​ອີງຕາມ​ສາສະໜາ​ອິສລາມບໍ່​ແມ່ນ
​ເທວະທິປະ​ໄຕ ​ຫຼືການ​ຢຶດຖື​ພະ​ເຈົ້າ​ເປັນຫຼັກ.

ການ​ໄດ້​ຮັບ​ໄຊຊະນະ​ຂອງ​ທ່ານ Morsi ​ຈະ​ເສີມ​ຂະຫຍາຍອິດ​ທິພົນ​ຂອງບັນດາ​ພັກສາສະ
ໜາ​ອິສລາມ ​ທີ່​ໄດ້ຮັບ​ການ​ສະໜັບສະໜຸນ​ ຈາກ 70 ກວ່າ​ເ​ປີ​ເຊັນ ຂອງ​ຜູ້​ມີ​ສິດ​ປ່ອນ​ບັດ ​
ໃນ​ການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດ​ເມື່ອ​ຫົກ​ເດືອນ​ກ່ອນ.

ທ່ານ Shafiq ​ເປັນ​ອະດີດ​ຜູ້​ບັນຊາ​ການ​ກອງທັບ​ອາກາດ. ທ່ານ​ໄດ້​ຖືກ​ແຕ່ງຕັ້ງໃຫ້​ເປັນ​
ນາຍົກລັດຖະມົນຕີ​ ໃນ​ຄວາມ​ຫວັງ​ເພື່ອ​ໃຫ້ເປັນ​ການ​ເອົາ​ອົກ​ເອົາ​ໃຈ​ໃນ​ການລຸກ​ຮື​ຂຶ້ນຂອງ​
ປະຊາຊົນ. ​ແຕ່​ຍ້ອນ​ຄວາມ​ສຳພັນ​ດັ່ງກ່າວ​ກັບ​ທ່ານ Mubarak ຈຶ່ງ​ມີ​ການມອງ​ເບິ່ງ​ທ່ານ
​ດ້ວຍ​ຄວາມ​ສົງ​ໄສຈາກ​ພວກ​ນັກ​ເຄື່ອນ​ໄຫວ​ທີ່​ພົວພັນກັບ​ຂະ​ບວນການ​ໃນ​ປີ 2011 ​ແລະ​
ບັນດາ​ຜູ້​ມີ​ສິດ​ປ່ອນ​ບັດທີ່​ແບ່ງ​ກັນ​ເປັນ​ກຸ່ມ​ເປັນ​ກ້ອນ​ນັ້ນ.

ເບິ່ງວີດີໂອ ກ່ຽວກັບທ່ານ Shafiq ພະຍາຍາມໃຫ້ໄດ້ຖືກເລືອກຕັ້ງ: