ມີຜູ້ໄປປ່ອນບັດ ຫຼາຍເປັນປະວັດການ ໃນການເລືອກຕັ້ງ ຂັ້ນທຳອິດ ໃນອີຈິບ (ເບິ່ງວີດີໂອ)

  • ໄພສານ ວໍຣະຈັກ

ໂຄສົກຂອງກຸ່ມພະລາດອນພາບມຸສລິມ ທ່ານ Mohammed Morsi ຈັບມືກັບທະຫານຄົນນຶ່ງ ໃນມື້ທຳອິດຂອງ ການເລືອກຕັ້ງສະພາແຫ່ງຊາດ ທີ່ນະຄອນຫຼວງໄຄໂຣ (28 ພະຈິກ 2011)

ເຈົ້າໜ້າທີ່ເລືອກຕັ້ງຂອງອີຈິບກ່າວວ່າ ມີຜູ້ໄປປ່ອນບັດລົງຄະແນນສຽງຫຼາຍເປັນປະວັດການ
ໃນອາທິດນີ້ ໃນການເລືອກຕັ້ງສະພາແຫ່ງຊາດຂັ້ນທຳອິດຂອງປະເທດໃນຍຸກຫຼັງປະຕິວັດ.

ທ່ານ Abdel-Mooaez Ibrahim ຊຶ່ງເປັນກຳມາທິການໃນການເລືອກຕັ້ງ ກ່າວໃນວັນສຸກ
ວານນີ້ວ່າ ມີຜູ້ໄປປ່ອນບັດ 62% ໃນມື້ວັນຈັນແລະວັນອັງຄານຜ່ານມາ ຢູ່ໃນນຶ່ງສ່ວນສາມ ຂອງແຂວງຕ່າງໆທົ່ວປະເທດ. ທ່ານເວົ້າວ່າມີຊາວອີຈິບຫຼາຍກວ່າ 8 ລ້ານຄົນໄດ້ພາກັນໄປ
ປ່ອນບັດ.

ເຖິງແມ່ນຫົວໜ້າເລືອກຕັ້ງໄດ້ປະກາດໃຫ້ຊາບກ່ຽວກັບຜົນຂອງການເລືອກຕັ້ງຂອງສ່ວນ
ບຸກຄົນຈຳນວນນຶ່ງທີ່ແຂ່ງຂັນເອົາບ່ອນນັ່ງຢູ່ໃນສະພາຕໍ່າກໍຈິງແຕ່ທ່ານກໍບໍ່ໄດ້ແຈ້ງໃຫ້ຊາບ
ເຖິງຜົນການເລືອກຕັ້ງຂອງພັກ. ທ່ານກ່າວວ່າທ່ານຮູ້ສຶກອິດເມື່ອຍແລະໃຫ້ພວກນັກຂ່າວ
ຕິດຕາມເບິ່ງເອງ. ຫຼັງຈາກນັ້ນທ່ານກໍໄດ້ຢຸດເຊົາການຖະແຫຼງຂ່າວ.

ກ່ອນໜ້ານັ້ນ ພວກນັກວິເຄາະທຳນາຍວ່າ ພັກອິດສະຫຼະພາບແລະຄວາມຍຸຕິທຳຂອງກຸ່ມ
ພະລາດອນພາບມຸສລິມແລະກຸ່ມນິຍົມແນວທາງເດີມຈັດ al-Nour ທີ່ນັບຖືນິກາຍ Salafi
ຂອງສາສະໜະອິສລາມນັ້ນ ຈະໄດ້ຮັບການສະໜັບສະໜຸນຢ່າງເຂັ້ມແຂງ.

ພວກເຈົ້າໜ້າທີ່ໄດ້ເລື່ອນເວລາໃນການປະກາດຜົນການເລືອກຕັ້ງ 2 ເທື່ອໂດຍເວົ້າວ່າຕົນ ຕ້ອງການເວລາເພີ່ມຕື່ມເພື່ອນັບບັດຄະແນນສຽງ.

ອົງການຂ່າວຝຣັ່ງເວົ້າວ່າ ພາຍໃຕ້ລະບົບການເລືອກຕັ້ງຂອງປະເທດແລ້ວ ຜູ້ມີສິດປ່ອນ
ບັດຈະຕ້ອງໄດ້ປ່ອນບັດ 3 ເທື່ອ ສອງເທື່ອແມ່ນເລືອກເອົາສ່ວນບຸກຄົນ ແລະເທື່ອທີ 3
ແມ່ນເລືອກເອົາພັກ.

ບັນດາຜູ້ມີສິດປ່ອນບັດໃນແຂວງທີ່ຍັງເຫຼືອ ຈະພາກັນໄປປ່ອນບັດໃນການເລືອກຕັ້ງອີກ
2 ຂັ້ນ ຊຶ່ງຈະມີຂຶ້ນໃນສອງສາມອາທິດຈະມານີ້. ຫຼັງຈາກນັ້ນ ຊາວອິຈິບກໍຈະພາກັນໄປ
ປ່ອນບັດເອົາສະມາຊິກສະພາສູງ. ຂັ້ນຕອນທີ່ວ່ານີ້ ຈະມີຂຶ້ນໃນເດືອນມີນາປີໜ້າ.