ອີຈິບ ໂຈມຕີ ຄ້າຍພວກຫົວຮຸນແຮງ ຢູ່ ລີເບຍ

ພວກທີ່ນັບຖືສາສະໜາຄຣິສ ນິກາຍຄອບຕິກ ຫຼັງຈາກ ພິທີສົ່ງສະການ ໃຫ້ແກ່ພວກທີ່ເສຍຊີວິດ ໃນການໂຈມຕີ ລົດເມ ທີ່ພະວິຫານ Abu Garnous ໃນລັດ Minya ປະເທດອີຈິບ. (26 ພຶດສະພາ 2017)

ອີ​ຈິບ​ໄດ້​ຕອບ​ໂຕ້ ຕໍ່​ການ​ໂຈມ​ຕີ​ທີ່​ນອງ​ເລືອດ​ດ້ວຍ​ປືນ​ກົນ ທີ່​ໄດ້​ສັງຫານ​ພວກ​ທີ່ນັບຖື
​ສາສະໜາ​ຄຣິສນິກາຍ​ຄອບ​ຕິກຫຼາຍສິບ​ຄົນ ​ໃນ​ວັນ​ສຸກ​ວານ​ນີ້ ດ້ວຍ​ການໂຈມ​ຕີ​ທາງ​
ອາກາດ ​ໃສ່​ຄ້າຍຂອງ​ພວກ​ກໍ່​ການ​ຮ້າຍ ​ໃນ​ລີ​ເບຍ ບ່ອນ​ທີ່​ພວກ​ມື​ປືນ ກຸ່ມຫົວ​ຮຸນ​ແຮງ
ລັດ​ອິສລາມ​ເຊື່ອ​ວ່າ ​ໄດ້​ຮັບ​ການ​ຝຶກແອບທີ່ນັ້ນ.

ປະທານາທິບໍດີ Abdel-Fatta el-Sissi ​ໄດ້​ປະກາດ​ກ່ຽວ​ກັບ​ການ​ເອົາ​ມາດຕະການ
​ຕອບ​ໂຕ້ ​ໃ​ນຄຳ​ປາ​ໄສ​ທາງ​ໂທລະພາບ ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ​ຫລັງຈາກ​ພວກ​ມືປືນ​ທີ່​ໃສ່
​ໜ້າ​ກາກໄດ້​ໂຈມ​ຕີ​ລົດເມ ທີ່​ຂົນ​ເອົາ​ພວກ​ນັບຖື​ສາສະໜາ​ຄຣິສນິກາຍຄອບຕິກຂ້າມ
​ທະ​ເລ​ຊາຍ ​ໄປ​ຫາ​ວັດ​ ຂອງ​ພວກ​ເຂົາ​ເຈົ້າ. ​ເຈົ້າໜ້າ​ທີ່​ອີ​ຈິບ​ກ່າວ​ວ່າ ມີ​ຢ່າງ​ໜ້ອຍ 28
ຄົນເສຍ​ຊີວິດ ຍ້ອນ​ນ້ຳມື​ຂອງ​ມື​ປືນ​ຈຸນີ້.

ທ່ານ el-Sissi ກ່າວ​ວ່າ “ການ​ໂຈມ​ຕີ​ທີ່​ຮ້າຍ​ແຮງ ​ໄດ້​ມີ​ຂຶ້ນ ຕໍ່​ຄ້າຍ​ຝຶກ​ຕ່າງ​ໆ” ທີ່​ທ່ານ
ໝາຍ​ເຖິງ​ເປົ້າໝາຍ​ຢູ່​ໃນ​ປະ​ເທດ​ລີ​ເບຍ.

ທ່ານ​ກ່າວ​ຕື່ມ​ວ່າ “ອີ​ຈິບ​ ​ບໍ່​ມີ​ຄວາມ​ລັງ​ເລ​ໃຈ​ໃດໆ ທີ່​ຈະ​ໂຈມ​ຕີ​ຄ້າຍ​ຂອງ​ພວກກໍ່​ການ
​ຮ້າຍໃນ​ທຸກ​ຫົນ​ແຫ່ງ. ​ເຈົ້າໜ້າ​ທີ່​ກອງທັບ​ອີ​ຈິບ​ເວົ້າວ່າຄ້າຍ​ທີ່​ຕົກ​ເປັນ​ເປົ້າໃນ​ປະ​ເທດ
ລີ​ເບຍ ​ແມ່ນ​ມີ​ການ​ເຊື່ອມ​ໂຍງ​ໂດຍ​ກົງ ​ກັບ​ພວກ​ມື​ປືນ​ທີ່​ພົວພັນ​ໃນການໂຈມ​ຕີ​ລົດ​ເມ
ຊຶ່ງ​ມີ​ການ​ສົງ​ໄສ ​ຢ່າງ​ກວ້າງຂວາງ​ວ່າ ​ເປັນ​ສະມາຊິກ​ຂອງ​ກຸ່ມທີ່​ເຫັນ​ພ້ອມ​ກັບລັດ​ອິສ
ລາມ.

Your browser doesn’t support HTML5

Egypt Violence

​ເຈົ້າໜ້າ​ທີ່​ເວົ້າວ່າ ມີ​ພວກມື​ປືນ ຫຼາຍ​ເຖິງ 10 ຄົນ ຢູ່​ໃນ​ລົດ​ກະບະ 3 ຄັນທຳການ​ໂຈມ​
ຕີ​ປະມານ 320 ກິ​ໂລ​ແມັດ​ຫ່າງ​ຈາກ​ນະຄອນຫຼວງ​ໄຄ​ໂຣ ​ໂດຍ​ພາກັນ ຍິງ​ປືນ​ກົນສາດ​
ເຂົ້າ​ໃສ່​ລົດ​ເມທີ່​ບັນທຸກ​ພວກ​ສະ​ແຫວ​ງບຸນ​ໄປ​ຍັງ​ວັດ​ທີ່​ສອກຫຼີກຫ່າງ​ໄກ​ແຫ່ງ​ນຶ່ງ​ໃນ​ລັດ
Minya ​ທີ່​ສ້າງ​ຂຶ້ນເພື່ອ​ເປັນກຽດໃຫ້ນັກບຸນ Samuel ຊຶ່ງ​ເປັນ​ພະສົງໃນ​ສະ​ໄໝ​ສັດຕະ
ວັດ​ທີ 7. ນອກຈາກ 28 ຄົນ​ທີ່​ເສຍ​ຊີວິດ​ແລ້ວຍັງ​ມີ​ອີກ 25 ຄົນ​ໄດ້​ຮັບ​ບາດ​ເຈັບ.

ຜູ້​ປົກຄອງ​ລັດ ທ່ານ Essam el-Bedawi ກ່າວ​ວ່າ “ພວກ​ເຂົາ​ໄດ້​ໃຊ້​ປືນ​ກົນ​ຍິງ​ສາດ​
ເຂົ້າ.” ​ໂທລະພາບ​ຂອງ​ອີ​ຈິບ​ໄດ້​ອອກ​ຂ່າວ​ຮູບ​ຂອງ​ລົດ​ເມ ທີ່​ມີ​ປະຕູ​ຖືກຍິງ​ແຕກແລະ​
ກໍ​ຫ້ອມ​ລ້ອມ​ໄປ​ດ້ວຍ​ຕຳຫຼວດ​ແລະ​ລົດ​ໂຮງໝໍ.

ຍັງ​ບໍ່​ທັນ​ມີ​ກຸ່ມ​ໃດ ​ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບຜິດຊອບໃນ​ການ​ໂຈມ​ຕີ​ດັ່ງກ່າວ​ນີ້​ເທື່ອ
ແຕ່​ແນວ​ໃດ​ກໍ​ຕາມ ມັນ​ເປັນ​ສັນຍາ​ລັກ ຂອງ​ພວກ​ທີ່​ເປັນ​ເຄືອຂ່າຍ ​ກຸ່ມ​ລັດອິສລາມ​ຢູ່
​ໃນ​ອີ​ຈິບ​ຊຶ່ງ​ໄດ້​ທຳ​ການ​ໂຈມ​ຕີ 4 ​ເທື່ອຕໍ່​ພວກ​ທີ່​ນັບຖື​ສາສະໜາ​ຄຣິສນິກາຍ​ຄອບ​ຕິກ
ນັບ​ແຕ່​ເດືອນ​ທັນວາ​ເປັນຕົ້ນມາ.

ສາສະໜາ​ຄຣິສນິກາຍ​ຄອບ​ຕິກ​ໃນ​ອີ​ຈິບ ​ເປັນ​ປະຊາ​ຄົມ​ຄຣິສຕຽນ​ທີ່​ໃຫຍ່​ທີ່​ສຸດຢູ່​ໃນ​
ພາກ​ຕາ​ເວັນ​ອອກ​ກາງ. ພວກ​ເຂົາ​ເຈົ້າ​ໄດ້​ຕົກ​ເປັນ​ເປົ້າ​ໃ​ນການ​ໂຈມ​ຕີ​ຂອງ ພວກ​ມຸສ
ລິ​ມຫົວ​ຮຸນ​ແຮງ​ຈັດ​ມາ​ດົນ​ນານ​ແລ້ວ ພ້ອມໆ​ກັບ​ການຈຳ​ແນ​ກກີດ​ກັນ​ຈາກ​ປະຊາຊົນ​
ສ່ວນ​ໃຫຍ່​ຂອງ​ປະ​ເທດ​ທີ່​ນັບຖື​ສາສະໜາ​ອິສລາມ​ນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ