ລມຕ ປ້ອງກັນປະເທດສະຫະລັດ ຮຽກຮ້ອງໃຫ້ອີຈິບ ຍົກເລີກພາວະສຸກເສີນ

  • ທອງປານ ເທບວົງສາ

ທ່ານ Leon Panetta ລັດຖະມົນຕີປ້ອງກັນປະເທດສະຫະລັດ ພົບປະ ກັບຈອມພົນ Hussein Tantawi ຫົວໜ້າສະພາປົກຄອງອີຈິບ ເມື່ອວັນທີ່ 4 ເດືອນຕຸລານີ້

ທ່ານ Leon Panetta ລັດຖະມົນຕີປ້ອງກັນປະເທດສະຫະລັດ ໄດ້ຮຽກຮ້ອງໃຫ້ສະພາ ທະຫານອີຈິບທີ່ກໍາລັງປົກຄອງປະເທດໃນຂະນະນີ້ ຈົ່ງຍົກເລີກການນຳໃຊ້ພາວະສຸກເສີນ ແລະຊຸກຍູ້ໃຫ້ມີການໂອນອຳນາດໄປໃຫ້ລັດ ຖະບານພົນລະເຮືອນ.

ທ່ານ Panetta ກ່າວເມື່ອວັນອັງຄານວານນີ້ ຫລັງຈາກການພົບປະກັບ ພວກຫົວໜ້າ
ສະພາ ຈອມພົນ Hussein Tantawi ວ່າ ພວກຜູ້ນໍາອີຈີບ ບອກທ່ານວ່າ ພວກເຂົາເຈົ້າ ກໍາລັງສຶກສາເບິ່ງຊ່ອງທາງເພື່ອຍຸຕິການປົກ ຄອງດ້ວຍພາວະສຸກເສີນໃຫ້ໄວເທົ່າທີ່ຈະໄວ
ໄດ້. ທ່ານກ່າວຕື່ມວ່າ ນອກນີ້ແລ້ວພວກເຈົ້າໜ້າທີ່ອີຈິບຍັງເຫັນພ້ອມວ່າການເຄຶ່ອນ
ໄຫວນີ້ ຖືວ່າສໍາຄັນຖ້າຫາກອີຈິບຈະມີການເລືອກຕັ້ງທີ່ເສລີແລະຍຸຕິທໍາ.

ພວກຜູ້ນໍາທະຫານອີຈິບເຄີຍໄດ້ໃຫ້ຄໍາໝັ້ນສັນຍາໄວ້ວ່າຈະຍົກເລີກການ ປົກຄອງດ້ວຍ
ພາວະສຸກເສີນດັ່ງກ່າວ ແຕ່ກໍບໍ່ໄດ້ບອກວ່າເມື່ອໃດແທ້.

ອີຈິບ ໄດ້ຕຽມທີ່ຈະຈັດໃຫ້ມີການເລືອກຕັ້ງ ເອົາສະມາຊິກສະພາໃນທ້າຍເດືອນພະຈິກ
ປີນີ້. ທ່ານນາງ Anne Patterson ເອກອັກຄະລັດຖະທູດ ສະຫະລັດປະຈໍາອີຈິບກ່າວ
ເມື່ອວັນອັງຄານວານນີ້ ໃນການໃຫ້ສໍາພາດແກ່ສື່ມວນຊົນກັບທ່ານ Panetta ວ່າທ່ານ
ນາງບໍ່ຄິດວ່າ ພວກຜູ້ນໍາທະຫານຮູ້ວ່າ ເວລາໃດສະພາຈຶ່ງຈະໂອນອໍານາດໃຫ້ແກ່ລັດຖະ
ບານພົນລະເຮືອນ.

ນອກນີ້ແລ້ວ ການໂອ້ລົມກັນຢ່າງກວ້າງຂວາງເມື່ອວັນອັງຄານວານນີ້ ຍັງກວມເອົາ
ຫລາຍໆບັນຫາຂອງຂົງເຂດ ຊຶ່ງໂຮມທັງການໂຈມຕີ ຂ້າມເຂດຊາຍແດນລະຫວ່າງ ອີຈິບແລະອີສຣາແອລເມື່ອໄວໆມານີ້ ທີ່ກໍ່ໃຫ້ເກີດເປັນບັນຫາຂັດແຍ້ງທາງດ້ານການ
ທູດລະຫວ່າງທັງສອງປະເທດນັ້ນ.