ນາງ Malala Yousafzai ໄວລຸຸ້ນປາກິສຖານ ທີ່ສົ່ງເສີມການ
ສຶກສາແລະສິດທິແມ່ຍິງ ແລະທ່ານ Kailash Satyarthi ນັກ
ເຄື່ອນໄຫວເພື່ອສິດທິເດັກນ້ອຍໃນອິນເດຍ ໄດ້ຮັບລາງວັນ
ໂນແບລຂະແໜງສັນຕິພາບປະຈຳປີນີ້. ສິງຈະນຳເອົາລາຍ
ງານເລື້ອງນີ້ ຈາກນາຍ Al Pessin ນັກຂ່າວວີໂອເອ ທີ່ລອນ
ດອນ ມາສະເໜີທ່ານ.
Your browser doesn’t support HTML5
ຟັງລາຍງານເລື້ອງຜູ້ທີ່ໄດ້ຮັບລາງວັນໂນແບລ ຂະແໜງສັນຕິພາບປະຈຳປີ
ເບິ່ງວີດີໂອ ພາສາລາວ ກ່ຽວກັບເລື້ອງນີ້:
Your browser doesn’t support HTML5
ສອງນັກຕໍ່ສູ້ ເພື່ອສິດທິ ຂອງເດັກນ້ອຍ ໄດ້ຮັບ ລາງວັນໂນແບລ ຂະແໜງສັນຕິພາບ
ໃນການປະກາດລາງວັນ ທີ່ນະຄອນອອສໂລ ເມື່ອວັນທີ 10 ຕຸລານັ້ນ ປະທານຄະນະກຳ
ມະການໂນແບລນໍເວ ໄດ້ເວົ້າເຖິງຄວາມກ້າຫານແລະຄວາມເປັນວີລະບຸລຸດແລະວີລະ
ສະຕີຂອງພວກທີ່ໄດ້ຮັບລາງວັນ ແລະພ້ອມດຽວກັນ ກໍໃຫ້ຂໍ້ສັງເກດວ່າ ພວກເຂົາເຈົ້າໄດ້ຕໍ່ສູ້ເພື່ອເປົ້າໝາຍອັນດຽວກັນ ເຖິງແມ່ນພວກເຂົາເຈົ້າມີຄວາມແຕກຕ່າງກັນກໍຕາມ.
ທ່ານ Thorbyoern Jagland ປະທານຄະນະກຳມະການລາງວັນໂນແບລຂອງນໍເວ
ກ່າວວ່າ:
“ທາງຄະນະກຳມະການຖືວ່າ ເປັນຈຸດສຳຄັນສຳລັບຄົນຮິນດູ ແລະຄົນມຸສລິມ
ຄົນອິນເດຍແລະຄົນປາກິສຖານ ທີ່ມາຮວມກັນຕໍ່ສູ້ເພື່ອການສຶກສາ ແລະຕໍ່ຕ້ານ
ລັດທິຫົວຮຸນແຮງ.”
ຄຳປະກາດຢ່າງເປັນທາງການ ມອບລາງວັນນີ້ ໃຫ້ນາງ Malala Yousafzai ນັ້ນ ແມ່ນ
ເປັນຄວາມກ້າວໜ້າແລະຜົນສຳເລັດອັນໃຫຍ່ຫລວງ ຂອງການຕໍ່ສູ້ຂອງນາງ ຢູ່ໃນປາກິສ
ຖານ ບ່ອນທີ່ນາງຖືກພວກຕາລີບັນ ຍິງໃສ່ຫົວ ແລະເກືອບເສຍຊີວິດໄປ ເມື່ອສອງປີກ່ອນ ຍ້ອນການສະໜັບສະໜຸນໂຮງຮຽນໃນທ້ອງຖິ່ນຂອງນາງ ແລະສົ່ງເສີມໃຫ້ເດັກນ້ອຍທຸກໆຄົນ ໄດ້ຮຽນໜັງສື. ໃນປີຕໍ່ມາ ຫຼັງຈາກໄດ້ຮັບການປິ່ນປົວຢູ່ອັງກິດ ນາງມາລາລາ ໄດ້ໄປກ່າວຄຳປາໄສຕໍ່ກອງປະຊຸມເຍົາວະຊົນສະຫະປະຊາຊາດວ່າ:
“ເດັກຄົນນຶ່ງ ນາຍຄູຄົນນຶ່ງ ປຶ້ມຫົວນຶ່ງ ແລະປາກກາຄັນນຶ່ງ ສາມາດປ່ຽນແປງໂລກໄດ້.”
ທ່ານໄກລາດ ກ່າວຕໍ່ສືມວນຊົນ ທີ່ຫ້ອງການຂອງທ່ານ ຢູ່ນີວເດລີ
ຜູ້ທີ່ໄດ້ຮັບລາງວັນຮ່ວມກັນກັບນາງມາລາລາ ໄດ້ແກ່ທ່ານ ໄກລາດ (Kailash) Satyarthi ທີ່ທຳການລົນນະລົງ ເພື່ອສິດທິຂອງພວກເດັກນ້ອຍໃນອິນເດຍ ມາເປັນເວລາຫຼາຍປີ. ທ່ານ Satyarthi ພ້ອມດ້ວຍນັກເຄື່ອນໄຫວຄົນອື່ນໆອີກ ໄດ້ບຸກເຂົ້າໄປໃນໂຮງຈັກໂຮງ
ງານຫຼາຍໆແຫ່ງ ແລະໃນສະຖານທີ່ອື່ນໆອີກ ເພື່ອປົດປ່ອຍພວກເດັກນ້ອຍທີ່ຖືກກັກຂັງເປັນແຮງງານຂ້າທາດ. ນອກນັ້ນ ພວກເຂົາເຈົ້າຍັງໄດ້ຈັດຕັ້ງອົງການນຶ່ງຂຶ້ນ ເພື່ອສິດສອນພວກເດັກນ້ອຍ ແລະຊ່ອຍເຂົາເຈົ້າ ໃຫ້ເຂົ້າຮ່ວມໃນສັງຄົມ.
ທ່ານ ໄກລາດ ກ່າວວ່າ “ມັນເປັນກຽດຢ່າງສູງ ສຳລັບພວກເດັກ ນ້ອຍທັງໝົດ ທີ່ຖືກ
ກີດກັ້ນ ບໍ່ໃຫ້ໄດ້ຊົມໃຊ້ຊີວິດຄວາມເປັນເດັກຂອງເຂົາເຈົ້າຢູ່ໃນທົ່ວໂລກ. ມັນເປັນກຽດສຳລັບຊາວອິນເດຍເພື່ອນຮ່ວມຊາດຂອງຂ້າພະເຈົ້າທັງໝົດ ທີ່ໄດ້ຮັບກຽດອັນນີ້. ມັນບໍ່ໄດ້ເປັນກຽດ ສຳລັບແຕ່ຂ້າພະເຈົ້າຜູ້ດຽວ ແຕ່ເປັນກຽດສຳລັບໝົດທຸກຄົນ ທີ່ທຳການຕໍ່ສູ້ຕ້ານການໃຊ້ແຮງງານເດັກ ຢູ່ໃນທົ່ວໂລກ.”
Your browser doesn’t support HTML5
Pakistan’s Malala, India’s Satyarthi Win Nobel Peace Prize
ທ່ານ ໄກລາດ ແລະນາງ ມາລາລາ ທັງສອງເຮັດວຽກເພື່ອຜົນປະໂຫຍດຂອງເດັກນ້ອຍ ແລະພວກເຂົາເຈົ້າເຮັດວຽກ ຢູ່ໃນສອງປະເທດທີ່ເປັນເພື່ອນກັນ. ແຕ່ປະເທດຂອງພວກເຂົາເຈົ້າມີຄວາມບໍ່ໄວ້ວາງໃຈຊຶ່ງກັນແລະກັນ ແລະໄດ້ມີການປະທະກັນຫລາຍຄັ້ງ ທີ່ເຮັດໃຫ້ມີຜູ້ຄົນເສຍຊີວິດ ຢູ່ໃນເຂດຊາຍແດນໃນອາທິດແລ້ວນີ້.
ທ່ານ Mustafa Kadri ນັກຊ່ຽວຊານດ້ານເອເຊຍໃຕ້ ທີ່ອົງການປົກປ້ອງສິດທິມະນຸດ Amnesty International ເຂົ້າໃຈດີ ເຖິງຄວາມແຕກຕ່າງທີ່ຄຽງຂ້າງ ໄປກັບຄວາມ
ຄ້າຍຄືກັນ ທີ່ກ່າວມານັ້ນ.
ນາງ Malala Yousafzai ກັບພໍ່ຂອງລາວທ່ານ Ziauddin Yousafzaiພົບປະກັບທ່ານພັນກີມູນ ເລຂາທິການໃຫຍ່ສະຫະປະຊາຊາດ
ທ່ານ Mustafa Kadri ກ່າວວ່າ “ຄວາມຮູ້ສຶກຂອງຂ້າພະເຈົ້າ ທາງສ່ວນຕົວແລ້ວ
ກໍແມ່ນວ່າ ຄະນະກຳມະການລາງວັນໂນແບລ ສົ່ງສານອັນນຶ່ງອອກມາ ທີ່ເວົ້າວ່າ
ປາກິສຖານແລະອິນເດຍທັງສອງປະເທດ ມີ ຊະຕາກຳຮ່ວມກັນ. ພວກເຂົາເຈົ້າ
ມີການທ້າທາຍຕ່າງໆແບບດຽວກັນ. ພວກເຂົາເຈົ້າມີພວກນັກເຄື່ອນໄຫວທີ່ຄ້າຍ
ຄືກັນ ທີ່ກຳລັງຕໍ່ສູ້ເພື່ອໃຫ້ມີອະນາຄົດທີ່ດີຂຶ້ນກວ່າເກົ່າ ສຳລັບເດັກນ້ອຍຂອງ
ພວກປະເທດເຫຼົ່ານີ້.”
ທ່ານ Kadri ແລະພວກຊ່ຽວຊານອື່ນໆ ຍັງໄດ້ຊີ້ອອກເຊັ່ນກັນວ່າ ເຖິງແມ່ນການມອບລາງວັນໂນແບລຂະແໜງສັນຕິພາບ ໃຫ້ພວກສົ່ງເສີມສິດທິເດັກນ້ອຍສອງທ່ານນີ້ ເປັນການສະດຸດີວຽກງານ ທີ່ພວກເຂົາເຈົ້າໄດ້ດຳເນີນມາກໍຕາມ ແຕ່ໃນຂະນະດຽວກັນ ມັນກໍເປັນການເນັ້ນໃຫ້ເຫັນວ່າ ຍັງມີວຽກງານທີ່ຈະຕ້ອງໄດ້ເຮັດຕື່ມອີກຢູ່ຫຼາຍ.
Your browser doesn’t support HTML5
ON THE LINE: Nobel Peace Prize