ແຜ່ນດິນໄຫວ ໃນເອກົວດໍ ໄດ້ເອົາຊີວິດຄົນໄປ ຫຼາຍກວ່າ 270 ຄົນ

Your browser doesn’t support HTML5

ຈຳນວນຜູ້ທີ່ເສຍຊີວິດ ຈາກແຜ່ນດິນໄຫວ ຂະໜາດໃຫຍ່ ຢູ່ໃນປະເທດເອກົວດໍ ແມ່ນ ສືບຕໍ່ ເພີ້ມສູງຂຶ້ນ.

ປະທານາທິບໍດີ ຂອງເອກົວດໍ ທ່ານ Rafael Correa ກ່າວວ່າ 272 ຄົນ ໄດ້ເສຍຊີວິດ ແລ້ວ ແລະຄາດວ່າ ຕົວເລກນັ້ນ ຈະເພີ້ມຂຶ້ນຕື່ມອີກ ຢ່າງຫຼວງຫຼາຍ. ຫຼາຍກວ່າ 2,500 ຄົນ ໄດ້ຮັບບາດເຈັບ.

ໃນເວລາແຜ່ນດິນໄຫວເກີດຂຶ້ນນັ້ນ ທ່ານປະທານາທິບໍດີ ແມ່ນພວມຢູ່ໃນປະເທດອີຕາລີ ເມື່ອວັນເສົາຜ່ານມາ. ທ່ານໄດ້ຕັດການຢ້ຽມຢາມ ປະເທດອີຕາລີລົງ ເພື່ອເດີນທາງກັບຄືນ ປະເທດ ໄປກຳກັບນຳພາລະກິດ ການບັນເທົາທຸກ.

ໃນການກ່າວຖະແຫລງ ຢູ່ໃນເມືອງ Manta ທີ່ເປັນບໍລິເວນໜຶ່ງ ທີ່ຖືກກະທົບຢ່າງໜັກ ທີ່ສຸດນັ້ນ ທ່ານ Correa ກ່າວວ່າ ບຸລິມະສິດ ດຽວນີ້ ແມ່ນຊອກຫາພວກທີ່ລອດຊີວິດ. ທ່ານໄດ້ກ່າວຕື່ມວ່າ ມັນມີຫຼັກຖານວ່າ ມີພວກທີ່ລອດຊີວິດ ຢູ່ໃຕ້ຊາກຫັກພັງທັງຫຼາຍ.

ທ່ານ Correa ໄດ້ກ່າວອີກວ່າ ແຜ່ນດິນໄຫວທີ່ແຮງຫຼາຍ ເຖິງ 7.8 ນີ້ ເປັນໄພທຳມະຊາດ ທີ່ຮ້າຍແຮງທີ່ສຸດ ທີ່ເອກົວດໍ ທີ່ເຄີຍໄດ້ປະສົບມາ ນັບຕັ້ງແຕ່ ແຜ່ນດິນໄຫວ ເມື່ອປີ 1949 ຢູ່ໃນ ເມືອງ Ambato ທີ່ໄດ້ສັງຫານຫຼາຍພັນຄົນນັ້ນ.

Powerful Earthquake Hits Ecuador

ຮູບສະໄລດ໌ ແຜ່ນດິນໄຫວ ໃນເອກົວດໍ

ອ່ານຂ່າວ ເລື່ອງນີ້ ເປັນພາສາອັງກິດ