ທ່ານ Rafael Correa ໄດ້ຮັບເລືອກເປັນ ປະທານາທິບໍດີ ເອກົວດໍ ສະໄໝທີສາມ

ທ່ານ Rafael Correa ປະທານາທິບໍດີ ເອກົວດໍ ທີ່ຖືກເລືອກຕັ້ງເປັນ ສະໄໝ ທີ່ສາມ

ປະທານາທິບໍດີ ອ່ຽງຊ້າຍ​ ຂອງ​ເອກົວ​ດໍ ທ່ານ Rafael Correa ​
ໄດ້​ຮັບ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງອີກ​ຄັ້ງ​ນຶ່ງ ​ໃນວັນ​ອາທິດ​ວານ​
ນີ້ ຊຶ່ງ​ເປັນ​ໄຊຊະນະ​ສະ​ໄໝທີ​ສາມ​ ດ້ວຍຄະ​ແນນ​ລື່ນ​ກັນຢ່າງ​
ຫລວງຫລາຍ.

ທ່ານ Correa ​ໄດ້​ຮັບ​ 57% ຂອງບັດຄະ​ແນນ​ສຽງ​ທັງ​ໝົດ
ສົມ​ທຽບກັບ 24% ຂອງຜູ້​ທ້າທາຍທ່ານທີ່ໄດ້​ຮັບ​ຄະ​ແນນ​ໃກ້ຊິດ​
ທີ່​ສຸດ ຄືອະດີດ​ ນາຍ​ທະນາຄານ ທ່ານ Guillermo Lasso
ພ້ອມ​ກັບ​ບັດຄະ​ແນນທີ່​ໄດ້​ນັບ​ໄປ​ແລ້ວ ​ນຶ່ງ​ສ່ວນ​ສາມ. ​ເຈົ້າ​ໜ້າ​ທີ່​ເລືອກຕັ້ງກ່າວ​ວ່າ ​ເຂົາ​ເຈົ້າ ບໍ່​ຄາດ​ວ່າ ​ຜົນ​ການ​ເລືອກ​ຕັ້ງ​ຈະ​ມີ​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່​ຫລວງ.

ທ່ານ Lesso ຍອມຮັບ​ເອົາຄວາມ​ປາ​ໄຊ ​ໃນ​ເວລາ​ບໍ່​ດົນຫລັງ​ຈາກ​ການ​ປະກາດ​ຜົນ​ການ​ເລືອກ​ຕັ້ງ. ສ່ວນອະດີດ​ປະທານາທິບໍດີ Lucio Gutierrez ​ໄດ້​ຮັບ​ຄະ​ແນນ 5.9%. ຄະ​ແນນສ່ວນ​ທີ່​ເຫລືອ​ນັ້ນ ​ແມ່ນ​ ​ແບ່ງ​ກັນ​ລະຫວ່າງ​ຜູ້​ສະມັກຄົນ​ອື່ນໆ ອີກຫ້າ​ຄົນ.

ທ່ານ Correa ອາຍຸ 48 ປີ ​ໄດ້​ໂອບກອດ ບັນດາ​ຜູ້​ສະໜັບສະໜູນທ່ານ​ທີ່​ດີ​ອົກ​ດີ​ໃຈ ຢູ່​ທໍານຽບ
ປະທານາທິບໍດີ ສະຫລອງ​ໄຊຊະນະ ຫລັງຈາກບ່ອນ​ປ່ອນ​ບັດ​ປິດ​ລົງ​ ບໍ່​ຮອດ​ນຶ່ງຊົວໂມງໃນ​
ວັນ​ອາທິດວານ​ນີ້.

ທ່ານ​ໄດ້​ຖືກເລືອກ​ຕັ້ງ​ຄັ້ງ​ທໍາ​ອິດໃນ​ປີ 2006 ແລະໄດ້​ຍົກ​ລະດັບ​ຄວາມ​ເປັນ​ຢູ່​ຂອງ​ຊົນ​ຊັ້ນ​ຕໍ່າ ​ແລະເສີມ​ຂະຫຍາຍຄວາມ​ປອດ​ໄພທັງ​ສັງຄົມ ​ໃຫ້​ພວກເຂົາ​ເຈົ້າ ​ໂດຍ​ການໄຊ້ຈ່າຍ​ເງິນເພື່ອ​
ສັງຄົມ​ໃນ​ອັດຕາ​ທີ່ຫລວງຫລາຍ​ກ່ວາປະ​ເທດອື່ນໆ ຢູ່​ໃນ​ຂົງ​ເຂດ. ​ແຕ່​ວ່າຜູ້​ນໍາ​ສັງຄົມນິຍົມ
ທ່ານ​ນີ້ ​ໄດ້​ຖືກ​ຕິຕຽນວ່າ ເປັນຄົນ​ກົດ​ຂີ່​ຂົ່ມ​ເຫັງ ທີ່​ບໍ່​ທົນ​ຕໍ່​ການ​ຄັດຄ້ານ.