ກຸ່ມ ECOWAS ຈະສົ່ງທະຫານ ໄປ Mali ແລະ Guinea Bissau

ປະຊາຄົມເສດຖະກິດໃນເຂດອາຟຣິກາຕາເວນຕົກຫລື ECOWAS ຈະສົ່ງທະຫານ ໄປ Mali ແລະ Guinea Bissau.

ປະຊາ​ຄົມເສດຖະກິດ​ໃນ​ເຂດອາຟຣິກາຕາ​ເວັນ​ຕົກ ຫລື ECOWAS ກ່າວ​ວ່າ ​
ເຂົາ​ເຈົ້າ​ຈະ​ສົ່ງ​ກອງ​ທະຫານ​ໄປ​ຍັງ Mali ​ແລະ Guinea Bissau ​ເພື່ອ​ສັງ​ເກ​ດການ ​
ເບິ່ງ​ການ​ຟື້ນຟູການ​ປົກຄອງ​ຂອງພົນລະ​ເຮືອນລຸນ​ຫຼັງທີ່​ໄດ້​ມີ​ການ​ກໍ່ລັດ​ຖະ​ປະຫານ
ຂອງພວກ​ທະຫານ​ເມື່ອ​ມໍ່ໆ​ມາ​ນີ້.

ຢູ່ໃນ​ກອງ​ປະ​ຊຸມສຸດ​ຍອດ​ພິ​ເສດ​ ທີ່ Ivory Coast ​ໃນ​ວັນ​ພະຫັດວານ ນີ້ກຸ່ມ
ECOWAS ​ກ່າວ​ວ່າ ທັງ​ສອງປະ​ເທດຄວນ​ຕຽມ​ຈັດການເລືອກ ຕັ້ງສະພາ​ແຫ່ງ​ຊາດ ​
ແລະ​ເລືອກ​ຕັ້ງປະທານາທິບໍດີ​ພາຍ​ໃນ​ເວລາ​ນຶ່ງ​ປີ. ​ກຸ່ມ ECOWAS ໄດ້​ຂູ່​ວ່າ ຈະ​ທຳ​
ການລົງ​ໂທດ ຖ້າ​ຫາກ​ບັນດາ​ຜູ້​ນໍາໃນ​ການ​ກໍ່ລັດຖະປະຫານ ​ຫາກຍັງ​ດື້​ດຶງທີ່​ຈະ​ກຳ
ອໍານາດ​ຕໍ່​ໄປ.

ລາຍ​ງານ​ຂ່າວ​ຂອງ​ສື່​ມວນ​ຊົນ ​ໄດ້​ອ້າງ​ຄຳ​ເວົ້າຂອງເຈົ້າ​ໜ້າ​ທີ່ໆ​ຂໍ​ສະ ຫງວນ​ຊື່​ກ່າວ​ວ່າ
ຈະ​ມີ​ການ​ສົ່ງ​ທະຫານ​ຈາກ​ກຸ່ມ ECOWAS ຢ່າ​ງ ໜ້ອຍ 3000 ຄົນ​ ໄປ​ຍັງ Mali ຊຶ່ງ
ເປັນ​ບ່ອນ​ທີ່ພວກ​ທະຫານ​ກໍ່​ກະ ບົດ ພາກັນ​ໂຄ່ນ​ລົ້ມ​ປະທານາທິບໍດີຂອງ​ປະ​ເທດ ທີ່​
ໄດ້ຖືກ​ເລືອກ​ແບບ​ປະຊາທິປະໄຕ ໃນເດືອນແລ້ວນີ້.

ເປັນ​ທີ່​ຄາດ​ກັນ​ວ່າ ທະຫານປະມານ 600 ຄົນຈະຖືກສົ່ງໄປ Guinea Bissau ບ່ອນ
ທີ່ພວກທະຫານໄດ້ເຂົ້າກຳ​ອຳນາດໃນວັນທີ 12 ​ເດືອນ ​ເມສາຊຶ່ງບໍ່ພຽງເທົ່າໃດອາທິດ
ກ່ອນໜ້າການເລືອກຕັ້ງປະທານາທິບໍດີ ຮອບສຸດທ້າຍນັ້ນ.