ບັນດາຜູ້ນໍາ ECOWAS ຫາລືກັນດ່ວນ ເລື່ອງສະຖານະການໃນມາລີ (ເບິ່ງສະໄລດ໌ກັບວີດີໂອ)

ຜູ້ຊາຍຄົນນຶ່ງຖືປ້າຍອ່ານວ່າ "ຈົ່ງນໍາເອົາລັດຖະທໍາມະນູນຄືນມາປະຕິບັດ" ໃນການປະທ້ວງ ຕໍ່ຕ້ານການເຮັດລັດ ຖະປະຫານຂອງທະຫານ ທີ່ນະຄອນ Bamako ປະເທດ Mali ໃນວັນຈັນທີ 26 ເດືອນມີນາ 2012.

ບັນດາ​ຜູ້​ນໍາ​ແລະ​ປະມຸກ​ຂອງ​ອາ​ຟຣິກາ​ຕາ​ເວັນ​ຕົກ ​ກໍາລັງ​ປະ​ຊຸ​ມກັນ​ທີ່ Ivory Coast ​
ໃນ​ວັນ​ອັງຄານ​ມື້​ນີ້​ ເພື່ອສົນທະ​ນາ​ຫາລື​ກັນກ່ຽວ​ກັບ​ວິ​ກິດ​ດ້ານການ​ເມືອງໃນ​ປະ​ເທດ
Mali ລຸນ​ຫຼັງທີ່​ໄດ້​ມີການ​ກໍ່ລັດ​ຖະ​ປະ ຫານ​ຂອງພວກທະຫານ​ ​ໃນອາທິດ​ແລ້ວ​ນີ້.

ເປັນ​ທີ່​ຄາດ​ກັນ​ວ່າ ການ​ປະຊຸມສຸກ​ເສີນ​ຂອງປະຊາ​ຄົມ​ເສດຖະກິດ​ຂອງ​ບັນດາ​ລັດ​ອາ​ຟຣິກາ​
ຕາ​ເວັນ​ຕົກ (ECOWAS) ຈະ​ພິຈາລະນາ​ກ່ຽວ​ກັບ​ຊ່ອງ​ທາງທີ່​ຈະ​ໂຈະ​ການ​ເປັນ​ສະມາຊິກ
ຂອງ​ມາລີ​ຢູ່​ໃນ​ອົງການ​ພູມີພາກ​ດັ່ງກ່າວ​ຊຶ່ງ​ມີ​ສະມາຊິກ 15 ປະ​ເທດ​.

ຮອງ​ປະທານາ​ທິບໍດີ Toga Gayewea McIntosh ກ່າວ​ຕໍ່ VOA ວ່າ ກຸ່​ມຂອງ​ທ່ານ​ມີ​
ຄວາມ​ເປັນ​ຫ່ວງ​ໃນ​ການ​ຮັກສາ​ສັນ​ຕິ​ພາບ ສະຖຽນ​ລະ​ພາບ ​ແລະ​ປະຊາທິປະໄຕ ຢູ່​ໃນ​
ປະ​ເທດ ​ຫລັງ​ຈາກ​ມີ​ການ​ລັດ​ຖະ​ປະຫານ.

ປະຊາ​ຄົມ​ເສດຖະກິດ​ຂອງ​ບັນດາ​ລັດ​ອາ​ຟຣິກາ​ຕາ​ເວັນ​ຕົກ ​ໄດ້​ຮ່ວມ​ກັບ​ອົງການຕ່າງໆ​ຢູ່​ໃນ
ຂົງ​ເຂດ​ ແລະ​ອົງການ​ນາໆ​ຊາດ ​ໃນ​ການ​ປະນາມ​ລັດ​ຖະ​ປະຫານ ​ແລະເຕືອນ​ວ່າ ​ຈະ​ບໍ່​ຜ່ອນ
ຜັນ​ໃດໆ​ກັບ “ການ​ຜະຈົນ​ໄພ​ຂອງ​ພວກທະຫານ” ນັບ​ແຕ່ການ​ກໍ່​ຈະລາຈົນ​ຂອງ​ພວກ​ທະຫານ
ທີ່ໄດ້​ເຂົ້າຢຶດ​ອໍານາດ​ໃນ​ວັນ​ພະຫັດ​ແລ້ວ​ຈາກປະທານາທິບໍດີ Amadou Toumani Toure.

ໃນ​ວັນ​ຈັນ​ຜ່ານ​ມາ​ນີ້ ສະຫະລັດ​ອາ​ເມ​ຣິ​ກາ ກ່າວ​ວ່າ​ຈະໂຈະ​ການ​ຊ່ວຍ​ເຫລືອ​ແກ່​ລັດ​ຖະ​ບານ
Mali ​ເພື່ອ​ເປັນ​ການ​ປະ​ທ້ວງ. ກະ​ຊວງ​ການ​ຕ່າງປະ​ເທດສະຫະລັດ ກ່າວ​ວ່າ ການ​ຊ່ວຍ​
ເຫຼືອທີ່​ບໍ່​ແມ່ນ​ດ້ານ​ມະນຸດ ສະ​ທໍາຫຼາຍ​ເຖິງ 70 ລ້ານ​ໂດ​ລາ ອາດ​ຈະ​ໄດ້​ຮັບ​ຜົນສະທ້ອນ.

http://www.voanews.com/templates/widgetDisplay.html?id=144362985&player=article