ຂະນະດຽວກັນ ບັນດາເຈົ້າໜ້າທີ່ສາທາລະນະສຸກໃນລັດ
Texas ກ່າວວ່າ ມີພະນັກງານຮັກສາສຸຂະພາບຄົນທີສອງ
ຖືກກວດພົບວ່າ ຕິດເຊື້ອໄວຣັສໂອໂບລາ.
ພະນັກງານຮັກສາສຸຂະພາບ ທີ່ບໍ່ບອກຊື່ໃຫ້ຮູ້ ທີ່ໂຮງໝໍ
Texas Health Presbyterian ທີ່ເມືອງ Dallas ໄດ້ຕິດ
ເຊື້ອໄວຣັສດັ່ງກ່າວ ຂະນະທີ່ດູແລປິ່ນປົວ ທ້າວ Thomas
Eric Duncan ຄົນໄລບີເຣຍ ທີ່ໄດ້ກາຍເປັນຄົນທຳອິດໃນ
ສະຫະລັດ ທີ່ເສຍຊີວິດຍ້ອນເຊື້ອໄວຣັສອີໂບລາ ໃນສັບປະ
ດາແລ້ວນີ້.
ກົມສາທາລະນະສຸກລັດ Texas ກ່າວວ່າ ພະນັກງານຮັກສາສຸຂະພາບຄົນນີ້ ໄດ້ຖືກແຍກໃຫ້ຢູ່ໂດດດ່ຽວທີ່ໂຮງໝໍ ໃນທັນທີ ຫຼັງຈາກຜູ້ກ່ຽວເປັນໄຂ້.
ນາງ Nina Pham ໄວ 26 ປີ ນາງພະຍາບານ ທີ່ຕິດເຊື້ອອີໂບລາເຊັ່ນກັນ ໃນຂະນະທີ່ດູແລທ້າວ Duncan ນັ້ນ ກຳລັງໄດ້ຮັບປິ່ນປົວຢູ່ໃນໂຮງໝໍແຫ່ງດຽວກັນນີ້. ນາງໄດ້ອອກຄຳ
ຖະແຫລງສະບັບນຶ່ງ ໃນວັນອັງຄານວານນີ້ວ່າ ນາງ “ສະບາຍດີ” ແລະຢາກ “ຂອບອົກ
ຂອບໃຈໝົດສູ່ຄົນທີ່ສົ່ງພອນອັນດີ ແລະຄຳໄຫວ້ວອນ ໃຫ້ນາງນັ້ນ.”
ຫົວໜ້າສູນຄວບຄຸມແລະປ້ອງກັນພະຍາດຂອງສະຫະລັດ ກ່າວໃນວັນອັງຄານວານນີ້ວ່າ ໂຮງໝໍໃດໆຢູ່ໃນສະຫະລັດ ທີ່ຢືນຢັນໄດ້ວ່າ ມີກໍລະນີຄົນຕິດເຊື້ອອີໂບລາ ບັດນີ້ ແມ່ນຈະໄດ້ຮັບການຊ່ວຍເຫລືອຈາກທີມຮັບມືຂອງ CDC ທີ່ຈະຖືກສົ່ງໄປທີ່ນັ້ນ “ພາຍໃນບໍ່ເທົ່າ
ໃດຊົ່ວໂມງ.”
Your browser doesn’t support HTML5
US Health Officials Respond to New Ebola Case