ຊີແອຣາລີອອນ ສືບຕໍ່ ຫ້າມອອກນອກເຮືອນ ເພື່ອຄວບຄຸມ ອີໂບລາ (ສະໄລດ໌/ວີດີໂອ)

ພາບຫຼ້າສຸດ ກ່ຽວກັບ ອີໂບລາ

ຖະໜົນຫົນທາງສາຍຕ່າງໆ ໃນນະຄອນ Freetown ເມືອງ
ຫລວງຂອງຊີແອຣາເລອອນ ມິດງຽບ ຄ້າຍຄືຜີປ່າຊ້າໃນວັນ
ເສົາມື້ນີ້ ໃນຂະນະທີ່ການຫ້າມອອກນອກເຮືອນ ເປັນເວລາ
3 ມື້ ຢູ່ໃນປະເທດດັ່ງກ່າວ ກ້າວເຂົ້າສູ່ມື້ທີ 2 ເພື່ອຊອກຫາກໍ
ລະນີຕິດເຊື້ອອີໂບລາທີ່ຫຼົບລີ້ຢູ່ແລະເພື່ອຍຸດຕິການລະບາດ
ຂອງເຊື້ອໄວຣັສທີ່ຮ້າຍແຮງດັ່ງກ່າວ.

ເຈົ້າໜ້າທີ່ສາທາລະນະສຸກຫລາຍສິບພັນຄົນ ໄດ້ພາກັນໄປ
ເຄາະປະຕູແຕ່ລະເຮືອນຢູ່ໃນປະເທດຊີແອຣາເລອອກທີ່ຕັ້ງ
ຢູ່ໃນເຂດອາຟຣິກາຕົກເພື່ອແຈ້ງໃຫ້ປະຊາຊົນຊາບກ່ຽວກັບ ວ່າຈະຫລີກລ່ຽງຈາກການຕິດເຊື້ອອີໂບລາໄດ້ແນວໃດແລະ
ຮ້ອງຂໍໃຫ້ພວກທີ່ສົງໄສວ່າປ່ວຍຍ້ອນພະຍາດດັ່ງກ່າວ ອອກໄປຮັກສາຢູ່ຕາມສູນກາງປິ່ນ ປົວຕ່າງໆ.

ພາບຫຼ້າສຸດ ກ່ຽວກັບ ອີໂບລາ

ປະທານາທິບໍດີ Ernest Bai Koroma ໄດ້ຮ້ອງຂໍໃຫ້ປະຊາຊົນຊາວຊີແອຣາເລອອນທັງ ໝົດຢູ່ໃນເຮືອນເປັນເວລາ 3 ມື້ ໂດຍກ່າວໃນຄຳປາໄສ ທາງໂທລະພາບວ່າ ມັນເປັນກຳ ນົດເວລາ ທີ່ຕ້ອງໄດ້ໃຊ້ມາດຕະການພິເສດ. ພວກຕຳໜິຕິຕຽນກ່າວວ່າ ການນຳໃຊ້ມາດ ຕະການດັ່ງກ່າວນີ້ ອາດຈະສ້າງຄວາມໂກລາຫົນວຸ້ນວາຍຂຶ້ນ ແລະອາດຈະບໍ່ໄດ້ຜົນ.

ອົງການສະຫະປະຊາຊາດໄດ້ສ້າງພະແນກປະຕິບັດງານຮັບມືສຸກເສີນກັບອີໂບລາທີ່ເອີ້ນ ຫຍໍ້ວ່າ UNMEER ຊຶ່ງມີສຳນັກງານໃຫຍ່ຕັ້ງຢູ່ປະເທດການາ.

ເລຂາທິການໃຫຍ່ສະຫະປະຊາຊາດ ທ່ານ Ban Ki-moon ຈະສະໜອງແຜນການປະຕິ ບັດງານ ເພື່ອປິ່ນປົວພວກທີ່ຕິດເຊື້ອ ຄ້ຳປະກັນການບໍລິການທີ່ຈຳເປັນຕ່າງໆ ຮັກສາສະ ຖຽນລະພາບ ແລະປ້ອງກັນບໍ່ໃຫ້ເຊື້ອໄວຣັສດັ່ງກ່າວແຜ່ລາມໄປໃສ່ປະເທດຕ່າງໆທີ່ຍັງບໍ່ ມີການລະບາດໃນເວລານີ້.

Your browser doesn’t support HTML5

EBOLA CNPK