ຈຳນວນຄົນເສຍຊີວິດ ຍ້ອນເຊື້ອອີໂບລາ ເພີ້ມຂຶ້ນເປັນ ເກືອບຮອດ 7 ພັນຄົນແລ້ວ

ນາງ Isatu Salia ຖືໂຖກະດູກ ຂອງສາມີຂອງນາງ, Dr. Martin Salia, ທີ່ເສຍຊີວິດໄປ ຍ້ອນເຊື້ອອີໂບລາ ໂດຍມີ ລູກຊາຍສອງຄົນຂອງນາງ ທ້າວ Maada, ອາຍຸ 20 ປີ (ຂວາ) ແລະທ້າວ Hinwaii, ໄວ 12 ຂວບ (ຊ້າຍ), ຍ່າງຄຽງຂ້າງ ເຂົ້າໄປໃນໂບດ St. Mary's Church ໃນເມືອງ Landover Hills, ລັດ Maryland ໃນພິທີສົ່ງສະການ ເມື່ອວັນທີ 29 ພະຈິກ 2014.

ອົງການ​ອະນາ​ໄມ​ໂລກ ກ່າວ​ວ່າ ຈຳນວນ​ຄົນ​ເສຍ​ຊີວິດ​ຍ້ອນ​
ເຊື້ອ​ອີ​ໂບລາ ​ໄດ້​ເພີ້​ມຂຶ້ນເກືອບຮອດ 7 ພັນ​ຄົນ​ແລ້ວ ຊຶ່ງເປັນ
​ຈຳນວນ 1 ພັນ​ຄົນ ​ຫຼາຍ​ກວ່າທີ່ລາຍ​ງານ​ສະບັບ​ສຸດ​ທ້າຍ​ແຈ້ງ
​ໃຫ້​ຊາບ ​ເມື່ອ 2 ມື້ກ່ອນ​ໜ້າ​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່​ອົງການ​ອະນາ​ໄມ​ໂລກ ອ້າງວ່າ ມີ​ຈຳນວນ​ຫຼວງ
​ຫຼາຍ ຂອງ​ພວກ​ຜູ້​ຄົນ​ຕາຍ ​ທີ່​ບໍ່​ແຈ້ງ​ໃຫ້​ຊາບ​ມາ​ກ່ອນ ຊຶ່ງ​ເປັນ
ສາ​ເຫດຂອງ​ການ​ເພີ້​ມຂຶ້ນ​ຢ່າງ​ຫລວງ​ຫຼາຍນັ້ນ.

ອົງການ​ອະນາ​ໄມ​ໂລກ ກ່າວ​ວ່າ ​ໄດ້​ມີ​ການ​ກວດພົບພະຍາດ​ດັ່ງ
ກ່າວ ຢູ່​ໃນ​ຜູ້​ຄົນຫຼາຍ​ກວ່າ​ 16 ພັນ​ຄົນນ້ອຍ​ນຶ່ງ ນັບ​ແຕ່​ເດືອ​ນ
ມີນາ​ແລ້ວ​ນີ້​ເປັນ​ຕົ້ນ​ມາ ຊຶ່ງ​ເກືອບທັງ​ໝົດ​ ຍົກ​ເວ້ນ​ຈຳນວນ​ນ້ອຍໆ​ໜຶ່ງແມ່ນ​ຢູ່​ໃນ​ກີ​ນີ ​
ໄລ​ບີ​ເຣຍ ​ແລະ Sierra Leone.

​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ການລະບາດ​ຂອງ​ເຊື້ອ​ໂຣກດັ່ງກ່າວ ​ໄດ້​ຊ້າ​ລົງ​ໃນ​ໄລບີ​ເຣຍ ​ແຕ່ໄດ້
ເພີ້​ມຂຶ້ນ​ໃນ Sierra Leone.

​ໃນ​ຂະນະ​ດຽວ​ກັນ​ນີ້ ຢູ່​ນອກ​ນະຄອນຫລວງ ວໍ​ຊິງ​ຕັນ​ໃນ​ວັນ​ເສົາ​ວານ​ນີ້ ກໍ​ໄດ້​ມີ​ພິທີ​ສົ່ງ
ສະການ ນາຍ​ແພດ​ຄົນ​ນຶ່ງ​ຈາກ Sierra Leone ທີ່​ເສຍຊີວິດ​ໄປ​ຍ້ອນ​ຕິດເຊື້ອ​ອີ​ໂບລາ​
ໃນ​ຂະ​ນະ​ທີ່​ທຳ​ການ​ປິ່ນປົວ​ພວກ​ທີ່​ຕິດ​ເຊື້ອໂຣກດັ່ງກ່າວ​.

Dr. Martin Salia ​ໄດ້​ເສຍ​ຊີວິດ​ທີ່​ໂຮງໝໍໃນ​ເມືອງ Omaha ລັດNebraska ​ໃນ​ວັນ​ທີ
17 ພະຈິກ​ນີ້.

​ໃນ​ບັນດາ​ພວກ​ທີ່​ໄປ​ຮ່ວມ​ໄວ້ອາ​ໄລ​ນຳ​ Dr. Salia ນັ້ນ ​ກໍ​ມີ​ທ່ານ Ron Klain ຫົວໜ້າ​
ທີ​ມຮັບ​ມື​ກັບ​ເຊື້ອ​ອີ​ໂບລາ​ຂອງ​ທຳນຽບຂາວ. ທ່ານ​ໄດ້​ອ່ານ​ຂໍ້​ຄວາມ​ຈາກ​ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ທີ່​ເອີ້ນ Dr. Salia ​ວ່າ ເປັນວິລະ​ບຸລຸດ ທີ່​ເລືອກເອົາການໄປ​ປະ​ເຊີນ​ກັບ​ໄພ​ອັນຕະລາຍ ​ເພື່ອ​ຊ່ອຍ​ເຫລືອ​ຄົນ​ອື່ນໆ​.

Your browser doesn’t support HTML5

ebola30november14