ຮຽນຄຳສັບໃນຂ່າວພາສາອັງກິດ: Empathy

Your browser doesn’t support HTML5

ເຊີນຊົມວີດີໂອ ສອນພາສາອັງກິດຄຳສັບໃນຂ່າວ empathy

Empathy(NW 289-10)

Welcome to the Voice of America’s News Words. This story is about a housing unit where many refugees live. It is in the U.S. state of Maryland.

Your browser doesn’t support HTML5

ເຊີນຟັງການຮຽນພາສາອັງກິດໃນຂ່າວ empathy

Empathy

Empathy means sharing and understanding others' feelings, especially sadness. If you have empathy for others, it is because you have experienced the same feelings they have.

ທ່ານນັກຮຽນນັກສຶກສາທັງຫຼາຍ

ເປັນຈັ່ງໃດຄຳສັບໃນຂ່າວຂອງເຮົາມື້ນີ້? Empathy, Empathy

ເຣື່ອງທີ່ມີຄຳວ່າ empathy ຢູ່ໃນຫັ້ນ ແມ່ນກ່ຽວກັບບ່ອນຢູ່ອາໄສຂອງຊາວອົບພະຍົບ. ທີ່ພັກພາອາໄສດັ່ງກ່າວ ແມ່ນຢູ່ໃນລັດ ແມຣີແລນ. ເຣື່ອງລາວດັ່ງກ່າວມີຢູ່ວ່າ ພະນັກງານຄົນນຶ່ງທີ່ເຮັດວຽກຢູ່ບ້ານພັກຂອງຊາວອົບພະຍົບທີ່ວ່ານັ້ນ ມາຈາກປະເທດ ໂກໂຊໂວ ເມື່ອ 18​ ປີ ກ່ອນ. ລາວເຫັນໃຈພວກອົບພະຍົບກໍເພາະວ່າ ລາວເອງກໍເຄີຍເປັນອົບພະຍົບມາກ່ອນ. ລາວຮູ້ຈັກວິທີເວົ້າລົມກັບພວກເຂົາເຈົ້າ. ລາວບອກເຂົາເຈົ້າວ່າ ໃຫ້ເຮັດຕາມສະບາຍ.

ສຳນວນນຶ່ງ ທີ່ລາວໃຊ້ກໍຄື I was in your shoes. ໝາຍຄວາມວ່າ ຂ້ອຍເຄີຍຕົກຢູ່ໃນສະພາບແບບດຽວກັນກັບພວກເຈົ້າ ເພາະສະນັ້ນຂ້ອຍຈຶ່ງເຫັນໃຈພວກເຈົ້າ. ຂ້ອຍເຂົ້າໃຈວ່າ ຊິວິດຂອງພວກເຈົ້າມີຄວາມເປັນມາແແບບໃດ.

Empathy means sharing and understanding others' feelings, especially sadness. Empathy ແປວ່າ ມີຄວາມຮູ້ສຶກຄືກັນກັບ ແລະເຂົ້າໃຈເຖິງຄວາມຮູ້ສຶກຂອງຄົນອື່ນໂດຍສະເພາະຄວາມຮູ້ສຶກໂສກເສົ້າຫງ່ວມເຫົງາ.

If you have empathy for others, it is because you have experienced the
same feelings they have. ຖ້າທ່ານມີຄວາມເຫັນໃຈ ຫຼື empathy ກັບຜູ້ໃດຜູ້ນຶ່ງຫຼືສຳລັບຜູ້ໃດຜູ້ນຶ່ງ ກໍໝາຍຄວາມວ່າ ທ່ານເຄີຍໄດ້ມີປະສົບພະການຫຼືໄດ້ມີຄວາມຮູ້ສຶກແບບນັ້ນມາກ່ອນແລ້ວ.

ບັດນີ້ລອງມາຫັດອອກສຽງ ສຳນວນ ແລະຄຳສັບໃນຂ່າວທີ່ເຮົາໄດ້ຮຽນໄດ້ຟັງໄປໃນມື້ນີ້ເບິ່ງທ່ານ:

I was in your shoes. ……. I was in your shoes. …….

She has empathy for the recent refugee group ….. She has empathy
for the recent refugee group ….