ປະທານາທິບໍດີ ຕີມໍຕາເວັນອອກ ຍອມປາໄຊ ໃນການເລືອກຕັ້ງ (ເບິ່ງສະໄລດ໌)

  • ສິງ ບູຣົມມະວົງ

ປະທານາທິບໍດີ ໂຮເຊ ຣາໂມສ ອອກຕາ ກໍາລັງປ່ອນບັດ ໃນການ ເລືອກຕັ້ງປະທານາທິບໍດີ ຕີມໍຕາເວັນອອກ ທີ່ນະຄອນຫລວງ ດີລີ, ວັນທີ 17 ມີນາ 2012.

ປະທານາທິບໍດີ Jose Ramos-Horta ​ໄດ້ຍອມຮັບ​ເອົາ​ຄວາມ​ປາ​ໄຊ​ໃນ​ວັນ​ຈັນ​ມື້​ນີ້ໃນ
ຄວາມ​ພະຍາຍາມ​ຂອງ​ທ່ານ​ເພື່ອ​ໃຫ້​ໄດ້​ເປັນປະທານາທິບໍດີຕື່ມ​ອີກເປັນ​ສະໄໝ​ທີ​ສອງ​
ນັ້ນ.

ຫລັງ​ຈາກ​ມີ​ການ​ນັບ​ບັດ​ຄະ​ແນນ​ສຽງ​ເລືອກ​ຕັ້ງໄປແລ້ວຫລາຍ​ກວ່າ 70 ​ເປີ​ເຊັນ ​ຜົນ​ການ
ນັບ​ບັດ​ສະ​ແດງ​ໃຫ້​ເຫັນ​ວ່າ​ທ່ານ Francisco Guterres ຈາກ​ພັກຝ່າຍ​ຄ້ານໃຫຍ່​ Freti
lin ມີ​ຄະ​ແນນນໍາ​ໜ້າ ໂດຍ​ໄດ້​ຮັບ​ປະມານ 28 ​ເປີ​ເຊັນ. ຮອງ​ລົງ​ມາ​ແມ່ນ​ອະດີດ​ຫົວໜ້າ​
ກອງທັບ​ທ່ານ Jose Maria de Vasconselos ຊຶ່ງ​ໄດ້​ຮັບ 25 ເປີ​ເຊັນ. ທັງ 2
ທ່ານ​ນີ້​ ຈະ​ປະ​ເຊີນ​ໜ້າ​ກັນ​ໃນ​ການ​ເລືອກ​ຕັ້ງ​ຮອບຕັດສິນ​ຊີ້​ຂາດ​ ຊຶ່ງ​ກໍາ​ນົດ​ຈະ​ມີ​ຂຶ້ນ​ໃນ
ກາງ​ເດືອນເມສາ​ຕໍ່ໜ້າ​ນີ້.

ປະທານາທິບໍດີ Ramos Horta ຊຶ່ງ​ໄດ້​ຮັບ​ລາງວັນ​ໂນ​ແບນ​ຂະ​ແໜງ​ສັນຕິພາບ​ໄດ້​ຮັບ​
ສຽງສະໜັບສະໜຸນອັນ​ດັບ3 ຄື​ປະມານ 18 ​ເປີ​ເຊັນ.

ໃນ​ການ​ຖະ​ແຫລ​ງຕໍ່​ນັກ​ຂ່າວ​ໃນ​ວັນ​ຈັນ​ມື້​ນີ້ ທ່ານ Ramos Horta ​ໄດ້​ກ່າວ​ຊົມ​ເຊີຍ​ຄູ່​ແຂ່ງ
ທັງ 2 ຂອງທ່ານ​ ​ແລະ​ກ່າວ​ວ່າ ທ່ານ​ຕຽມ​ພ້ອມ​ແລ້ວ ທີ່​ຈະ​ລົງ​ຈາກ​ຕໍາ​ແໜ່​ງ.

ຄາດ​ວ່າ​ຜົນ​ຂອງ​ການ​ເລືອກ​ຕັ້ງຢ່າງ​ເປັນ​ທາງ​ການຈະ​ບໍ່ອອກ​ມາ ​ຈົນ​ກວ່າວັນ​ອັງຄານ​ມື້​ອື່ນ.

ໃນ​ຖະ​ແຫລ​ງການ​ສະບັບ​ນຶ່ງ​ທີ່​ເປີດ​ເຜີຍ​ໃຫ້​ຮູ້​ໃນ​ວັນ​ອາທິດ​ວານ​ນີ້ ທ່ານພັນ​ກີ​ມູນ ​ເລຂາທິ
ການ​ໃຫຍ່​ສະຫະ​ປະຊາ​ຊາດ​ໄດ້​ກາວ​ຊົມ​ເຊີຍ​ຕີ​ມໍ​ຕາ​ເວັນ​ອອກ​ ທີ່​ໄດ້ດໍາ​ເນີນ​ການ​ເລືອກ​ຕັ້ງ​
ໃນ​ບັນຍາກາດ​ທີ່​ເປັນ​ລະບຽບຮຽບຮ້ອຍ​ແລະ​ງຽບ​ສະຫງົບ.

ປະຊາຊົນ​ຜູ້​ມີ​ສິດ​ປ່ອນ​ບັດ​ພາກັນ​ອອກ​ໄປ​ໃຊ້​ສິດ​ຂອງ​ເຂົາ​ເຈົ້າ​ໃນ​ວັນ​ເສົາ​ມື້ກ່ອນ​ນີ້ ​ໃນ​ການ​
ເລືອກຕັ້ງປະທານາທິບໍດີ​ຄັ້ງ​ທີ​ສອງ ນັບ​ແຕ່​ຕີ​ມໍ​ຕາ​ເວັນ​ອອກ ຊຶ່ງ​ເປັນ​ນຶ່ງ​ໃນ​ບັນດາ​ປະ​ເທດ
ທີ່​ໃໝ່​ທ່ີ​ສຸດ​ແລະ​ທຸກ​ຍາກ​ທີ່​ສຸດ​ຂອງ​ໂລກນັ້ນ ​ໄດ້​ຮັບ​ເອກະລາດ​ຈາກ​ອິນ​ໂດ​ເນ​ເຊຍ​ໃນ​ປີ
2002 ເປັນ​ຕົ້ນ​ມາ.