​ໄຕ້​ຝຸ່ນ ມັງ​ຄຸດ ປະ​ຮ່ອງ​ຮອຍ ​ຄວາມ​ເສຍ​ຫາຍ​ ຢ່າງ​ໃຫຍ່​ຫຼວງ ຢູ່ ​ຟິ​ລິບ​ປິນ ແລະ​ຈີນ

​ຊາກ​ຫັກ​ພັງ ຈາກ​ເພ​ດານ ​ທີ່​ພັງ​ລົງ​ມາ​ໃສ່ ແລະ​ໂຕະ​ຕັ້ງ​ໃນ​ຫ້ອງ​ການ​ແຫ່ງ​ນຶ່ງ ຂອງ​ຕຶກ​ພາ​ນິດ, ໃນ​ເຂດ​ຝັ່ງທະ​ເລ ທີ່​ໄດ້​ຖືກ​ລົມ​ ຈາກໄຕ້​ຝຸ່ນມັງ​ຄຸ​ດພັດ ໃນ​ຮົງ​ກົງ, 17 ກັນ​ຍາ 2018.

ພະ​ຍຸເຂດ​ຮ້ອນທີ່​ຮ້າຍ​ແ​ຮງ​ທີ່​ສຸດ​ຂອງ​ປີ ຈົນ​ເທົ່າ​ເຖິງ​ມື້​ນີ້ ແມ່ນປະ​ຖິ້ມ​ໄວ້​ຊຶ່ງຄວາມ​ເສຍ​
ຫາຍໄລ​ຍະ​ຍາວ ຫຼັງ​ຈາກ​ທີ່​ໄດ້​ສັງ​ຫານ​ຫຼາຍກວ່າ 60 ຄົນ ໃນ​ຟິ​ລິບ​ປິນ ແລະ​ອີກ 4 ຄົນ
​ໃນຈີນ ກ່ອນ​ທີ່​ຈະ​ອ່ອນ​ຕົວ​ລົງ ໃນ​ວັນ​ຈັນ​ວານ​ນີ້.

ໃນ​ຟິ​ລິບ​ປິນ ພວກ​ກູ້​ໄພ​ໄດ້​ພົບ 11 ​ສົບ ແລະ​ຂຸດ​ຄົ້ນຫາອີກ​ຫຼາຍ​ສິບ​ຄົນ ໃນ​ອັນ​ທີ່​ອົງ​ການ​
ຂ່າວ​ທ້ອງ​ຖິ່ນ Inquirer.net ໄດ້​ເອີ້ນ​ວ່າ “ເປັນກອງ​ຕົມ​ ແລະ​ຊາກ​ຫັກ​ພັງ” ທັບ​ໂບດ​
ແຫ່ງ​ນຶ່ງບ່ອນ​ທີ່ພວກ​ຜູ້​ຄົນພາ​ກັນ​ໜີ​ໄປຫລົບ​ໄພ​ ໃນ​ວັນ​ເສົາ​ແລ້ວ​ນີ້ ບ່ອນ​ທີ່​ໄຕ້​ຝຸ່ນມັງ​ຄຸດ
ໄດ້​ພັດ​ປະ​ທະ​ພາກ​ເໜືອສຸດ ຂອງ​ເກາະ​ລູ​ຊອນ.

​ໄຕ້​ຝຸ່ນມັງ​ຄຸດ ຊຶ່ງ​ແມ່ນ​ພາຍຸໄຕ້​ຝຸ່ນ​ຍັກ ​ຊຶ່ງມີ​ລົມ​ແຮງ 250 ກິ​ໂລ​ແມັດຕໍ່​ ຊົ່ວ​ໂມງ ເຮັດ​ໃຫ້​
ຕົ້ນ​ໄມ້​ລົ້ມ​ແລະ​ເຮັດ​ໃຫ້​ໂຄງ​ລ່າງ​ພື້ນ​ຖານ​ເພ​ພັ​ງ ໃນ​ແຂວງກວາງ​ຕຸ້ງ ທີ່​ມີ​ປະ​ຊາ​ຊົນ​ອາ​ໄສ
​ຢູ່​ຢ່າງ​ໜາ​ແໜ້​ນຂອງ​ຈີນນັ້ນ.

ພວກກູ້ໄພ ພາ​ກັນ​ຂຸດ​ຄົ້ນ​ເພື່ອ​ຫາ​ພວກ​ທີ່​ອາດ​ລອດ​ຊີ​ວິດ​ມາ​ໄດ້ ທີ່​ຕິດ​ຄົ້າ​ງ​ຢູ່​ໃນ​ຊາກ​ຫັກ​ພັງ ທີ່​ຖືກໄຕ້ຝຸ່ນມັງຄຸດ ​ທຳ​ບາຍ ໃນ​ເໝືອງ​ນ້ອຍໆ​ແຫ່ງ​ນຶ່ງ ໃນ​ເມືອງ​ອີ​ໂຕ​ກູນ, ແຂວງ​ບັງ​ແງດ ໃນ​ຟິ​ລິບ​ປີນ, 17 ກັນ​ຍາ2018.

ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ ຈະ​ຕ້ອງ​ໃຊ້​ເວ​ລາ​ເພື່ອ​ໃຫ້​ກັບ​ຄືນ​ສູ່​ສະ​ພາບ​ປົກ​ກະ​ຕິ​ໃນຟິ​ລິບ​ປິນ, ໃນ​ຂະ​ນະ​ທີ່​ຈີນ ກຳ​ລັງ​ປະ​ເຊີນ​ໜ້າ​ກັບ​ການ​ເພ​ພັ​ງ ໂຄງ​ລ່າງ​ພື້ນ​ຖານ​ ຊຶ່ງ​ຜູ້​ຄົນໃນ​ສອງ​ປະ​ເທດ​ນີ້ ໄດ້​ກ່າວ​ໄວ້.

“ຜູ້​ຄົນ​ຈຳ​ນວນ​ຫຼວງ​ຫຼາຍ ບໍ່​ພຽງ​ແຕ່​ສູນ​ເສຍ​ບ້ານ​ເຮືອນ​ຂອງພວກ​ເຂົາ​ເຈົ້າ, ແຕ່​ວ່າ ພວກ​ເຂົາ​ເຈົ້າ​ຍັງ​ສູນ​ເສຍວິ​ຖີ​ຊີ​ວິດ​ຂອງ​ພວກ​ເຂົາ​ເຈົ້າ​ນຳ, ສະ​ນັ້ນ​ພວກ​ເຮົາ​ຈະ​ຕ້ອງ​ມີ​ການ​ເອົາ​ບາດ​ກ້າວ​ໃດ​ນຶ່ງ ຢ່າງ​ໄວ​ວາ ເພື່ອ​ເປີດ​ໂອ​ກາດຟື້ນ​ຟູ ຊີ​ວິດ​ການ​ເປັນ​ຢູ່​ຂອງ​ພວກ​ເຂົາ​ເຈົ້າ​, ຖ້າ​ບໍ່​ສະ​ນັ້​ນ​ແລ້ວ ພວກ​ເຮົາ ກໍ​ຈະ​ມີ​ຜູ້​ຄົນ​ຢ່າງ​ຫຼວງ​ຫຼາຍ​ທີ່​ຈະ​ເປັນ​ຕ້ອງ​ຄົວ​ກິນ 3 ຄາບ ຕໍ່ມື້,” ຊຶ່ງ​ສະ​ມາ​ຊິກ​ສະ​ພາ​ຟິ​ລິບ​ປີນແລະ​ປະ​ທານ​ອົງ​ການ​ສະ​ພາ​ກາ​ແດງທ່ານ​ຣິ​ເຈີ​ຣ໌ດ ກໍ​ຣ໌ດັອນ ໄດ້​ກ່າວ​ໃນ​ວີ​ດີ​ໂອ ຈາກ​ອົງ​ການ​ກູ້​ໄພ​ໄວ້.

ອ່ານ​ຂ່າວນີ້ເປັນ​ພາ​ສາ​ອັງ​ກິດ​ເພີ້ມ​ຕື່ມ

ແມ່​ຍິງ​ຜູ້​ນຶ່ງ ແລ່ນ​ໜີ​ພາ​ຍຸ ​ໃນ​ຂະ​ນະ​ທີ່ ໄຕ້ຝຸ່ນມັງຄຸດ ກຳ​ລັງ​ເຂົ້າ​ປະ​ທະ ໃນ​ແຂວງເຊັນ​ເຊນ, ຈີນ, 16 ກັນ​ຍາ 2018.