ຂົງເຂດ ເອເຊຍ ປາຊິຟິກ ພາກັນ ສະຫລອງ ຕ້ອນຮັບ ປີໃໝ່ 2014 (ວີດີໂອ)

ບັ້ງໄຟດອກ ກໍາລັງແຕກສົ່ງສຽງກ້ອງຢູ່ທ້ອງຟ້າ ໄກ້ກັບຂົວ Habor ແລະ ໂຮງລະຄອນແຫ່ງຊາດ ທີ່ນະຄອນຊິດນີ ປະເທດອອສເຕຣເລຍ

ບັ້ງ​ໄຟ​ດອກ ໄດ້​ແຕກ​ດັງ​ກ້ອງຂຶ້ນ ຢູ່​ທ້ອງຟ້າ ຂອງ​ປະ​ເທດ New
Zealand ​ຄືນ​ວັນ​ອັງຄານ​ມື້​ນີ້ ໃນ​ການສ​ະຫລອງ​ການ​ເລີ້ມຕົ້ນ​
ຂອງ​ປີ 2014.

New Zealand ​ໄດ້ເປັນ​ປະ​ເທດ​ທໍາ​ອິດ ທີ່ເປີດ​ການ​ສະຫລອງ
ວັນ​ຂຶ້ນປີໃໝ່ ຂອງ​ທົ່ວ​ໂລກ ອັນເປັນວາລະໂອກາດ ​ແຫ່ງ​ການ​
ເລີ້ມຕົ້ນ​ໃໝ່ ​ແລະການ​ປ່ຽນ​ແປງ.

ຝູງ​ຊົນ ​ໄດ້​ພາກັນ​ເຕົ້າໂຮ​ມກັນ​ຢູ່​ຕາມສະຖານ​ທີ່ສາທາລະນະ
ຕ່າງໆ​ ​ໃນ​ໂຕ​ເມືອງໃຫຍ່ໆ​ໃນທົ່ວ​ຂົງ​ເຂດ ​ເອ​ເຊຍ-ປາຊິ​ຟິກ ​
ເພື່ອ ​ສະ​ຫລອງ​ປີ​ໃໝ່ ດ້ວຍ​ສຽງ​ດົນ​ຕີ ​ຈູດ​ບັ້ງ​ໄປ​ດອກແລະການ​
ຫລິ້ນ​ມ່ວນ​ຊື່ນ.

ຢູ່​ທີ່ ນະຄອນ Sydney ປະ​ເທດ​ອອສ​ເຕຣ​ເລຍ ​ໃນ​ວັນ​ອັງຄານ
ມື້​ນີ້ ຄາດ​ວ່າ ມີປະມານ 1 ລ້ານ 6 ​ແສນ​ຄົນ ​ພາ​ກັນເຂົ້າ​ຮ່ວມ​
ການສະຫລອງ ທີ່​ມີຮວມ​ທັງ​ການ​ຈູດ​ບັ້ງ​ໄຟ​ດອກຈາກເຮືອ​ໃບຢູ່
ໃນ​ເຂດ​ນ່ານ​ນໍ້າໜ້າ​ໂຮງ​ລະຄອນ Opera House ອັນ​ລື​ຊື່​ຂອງ​ນະຄອນ​ຊິດ​ນີເປັນ​ເທື່ອທໍາອິດ​ໃນຮອບ​ສິບ​ປີ.

Your browser doesn’t support HTML5

Asia New Year celebrations


ຢູ່​ຍີ່ປຸ່ນ ບາງ​ຄົນພາກັນ ສະຫລອງ​ດ້ວຍ​ການກິນ​ໝີ່​ແລະ​ອາຫານ​ທະ​ເລ ທີ່​ກ່າວ​ກັນ​ວ່າ​ຈະ​ນໍາ​
ໂຊກ​ລາບ​ມາ​ໃຫ້​ໃນ​ປີ 2014 ​ແລະພາກັນ​ໄປ​ສວດ​ມດົນ​ພາວະນາ​ຢູ່​ຕາມ​ວັດ​ວາ​ຕ່າງໆ.

ການ​ສະຫລອງ​ຄັ້ງ​ໃຫຍ່​ໄດ້​ວາງ​ແຜນ​ຢູ່​ຕາມ​ໂຕ​ເມືອງ​ຕ່າງໆ​ທົ່ວ​ໂລກ ຮ່ວມ​ທັງ​ຮົງ​ກົງ ​ໂມ​ສກູ
ລອນດອນ ​ແລະ​ນະຄອນ​ນິວຢອກ ບ່ອ​ນທີ່ ຄາດ​ວ່າ ​ນຶ່ງ​ລ້ານ​ຄົນ​ ຈະໄປເຕົ້າ​ໂຮມ​ກັນ​ຢູ່ທີ່
ຈະຕຸ​ລັດ Time Square ​ເພື່ອ​ລໍຖ້າ​ເບິ່ງ​ໜ່ວຍ​ໂຄມ​ໄຟ​ຍັກ​ໃຫຍ່ຕົກລົງ​ມາ ​ໃນ​ຕອນ​ທ່ຽງ​ຄືນ.

ເບິ່ງວີດີໂອ ການເອ້ຍ້ອງລົດແຫ່ ດ້ວຍດອກກຸຫລາບ ສໍາລັບຂະບວນແຫ່ Rose Parade ໃນວັນຂຶ້ນປີໃໝ່ ທີ່ລັດແຄລໍຟໍເນຍ:

Your browser doesn’t support HTML5

Rose Bowl Floats Promote Brands, Causes