ບັນດາເຈົ້າໜ້າທີ່ເກົາຫລີໃຕ້ກ່າວວ່າ ເຂົາເຈົ້າເຊື່ອວ່າ ການຂົ່ມຂູ່ເທື່ອຫລ້າສຸດຂອງພຽງຢາງ ທີ່ຈະທົດລອງລູກສອນໄຟຂີປະນາວຸດຂ້າມທະວີບຫລື ICBM ແມ່ນມີຈຸດປະສົງ ທີ່
ຈະກະກຽມຫ້າງຫາເພື່ອຄວາມສຳພັນໃນອະນາຄົດກັບລັດ ຖະບານຊຸດໃໝ່ສະຫະລັດ
ຂອງປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານ Donald Trump.
ໂຄສົກກະຊວງທ້ອນໂຮມຊາດຂອງເກົາຫລີໃຕ້ ທ່ານ Jeong Joon-hee ກ່າວນຶ່ງມື້ຫລັງຈາກທີ່ເກົາຫລີເໜືອໄດ້ປະກາດວ່າ ຕົນສາມາດຍິງທົດລອງລູກສອນໄຟຂີປະນາວຸດຂ້າມທະວີບໄດ້ທຸກເວລາ ແລະຈາກສະຖານທີ່ໃດໆກໍໄດ້. ໂດຍເວົ້າວ່າ “ໃນການຮັກສາທ່າທີຂອງຕົນ ທີ່ຈະສືບຕໍ່ຍິງລູກສອນໄຟ ແລະການທ້າທາຍເກາະຜິດຂອງເກົາຫລີເໜືອນັ້ນ ແມ່ນຕັ້ງໃຈທີ່ຈະພາໃຫ້ມີການປ່ຽນແປງຂອງທ່າທີຢູ່ໃນສະຫະລັດ.”
ການກ່າວອ້າງນີ້ ໄດ້ມີການລາຍງານໃນວັນອາທິດແລ້ວ ໂດຍອົງການຂ່າວຂອງ ທາງການເກົາຫລີເໜືອ ຫລື KCNA ທີ່ອ້າງຄຳເວົ້າໂຄສົກກະຊວງຕ່າງປະເທດທີ່ບໍ່ບອກຊື່.
ຜູ້ຊາຍຄົນນຶ່ງໃນເກົຫລີໃຕ້ ເບິ່ງລາຍການໂທລະພາບ ທີ່ສະແດງໃຫ້ເຫັນ ເກົາຫລີເໜືອກຳລັງຍິງລູກສອນໄຟ ວັນທີ 20 ຕຸລາ 2016.
ທ່ານ Jeong ໄດ້ສະເໜີວ່າ ພຽງຢາງໄດ້ທຳການຂົ່ມຂູ່ໃນຄວາມຫວັງເພື່ອຈະບັງຄັບໃຫ້ ລັດຖະບານທ່ານ Trump ພົວພັນກັບເກົາຫລີເໜືອ ຕາມເງື່ອນໄຂທີ່ພຽງຢາງກຳນົດໄວ້. ທ່ານກ່າວວ່າ ເປົ້າໝາຍໄດ້ແມ່ນ “ການຫັນປ່ຽນຄວາມຮັບ ຜິດຊອບໃຫ້ສະຫະລັດ ເວລາເກົາຫລີເໜືອຍິງລູກສອນໄຟໃນອານາຄົດ.”
ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ Ash Carter.
ເກົາຫລີເໜືອໄດ້ຂົ່ມຂູ່ເທື່ອທຳອິດໃນອາທິດແລ້ວນີ້ ທີ່ຈະທົດລອງລູກສອນໄຟຂີປະນາວຸດຂ້າມທະວີບທີ່ສາມາດໂຈມຕີສະຫະລັດໄດ້ ເຮັດໃຫ້ທ່ານ Trump ໄດ້ ສົ່ງຂໍ້ຄວາມຜ່ານທາງ Twitter ວ່າ “ມັນຈະບໍ່ເກີດຂຶ້ນ.” ຜູ້ທີ່ຈະມາເປັນປະທາ ນາທິບໍດີຄົນໃໝ່ ໄດ້ປ່ອຍຊ່ອງຫວ່າງໄວ້ຢູ່ວ່າ ທ່ານອາດຈະເຮັດຫຍັງເພື່ອຢຸດຢັ້ງ ຊຶ່ງພາໃຫ້ມີການຄາດຄະເນກ່ຽວກັບຄວາມເປັນໄປໄດ້ທີ່ວ່າ ກອງທັບສະຫະ ລັດອາດຈະໂຈມຕີ ບ່ອນສົ່ງລູກສອນໄຟຂອງເກົາຫລີເໜືອ.
ປະທານາທິບໍດີ ສະຫະລັດ ທີ່ຖືກເລື້ອກໃໝ່ ທ່ານ Donald Trump.
ທ່ານ Chung Sung-yoon ນັກຄົ້ນຄວ້າ ທີ່ສະຖາບັນທ້ອນໂຮມແຫ່ງຊາດເກົາຫລີ ໃນນະຄອນ Soul ກ່າວວ່າ ການທົດສອບກ່ຽວກັບຄວາມຕັ້ງໃຈຂອງຄະນະປະຕິບັດງານ ທ່ານ Trump ແຕ່ຫົວທີ ອາດເກີດບັນຫາແກ່ເກົາຫລີເໜືອ. ຖ້າຫາກເກົາຫລີເໜືອຍິງລູກສອນໄຟຂ້າມທະວີບກ່ອນລັດຖະບານທ່ານ Trump ພັດທະນາແຜນຍຸດທະສາດດ້ານ ຄວາມໝັ້ນຄົງ ສຳລັບເຂດເອເຊຍຕາເວັນອອກ ສຽງເໜືອແລ້ວ ມັນອາດນຳໄປສູ່ການເອົານະໂຍບາຍທີ່ເດັດດ່ຽວຕື່ມຂຶ້ນ ຂອງສະຫະລັດ ນັ້ນຄືຄຳເວົ້າທີ່ທ່ານໄດ້ກ່າວ.