ໂຕເລກຜູ້ເສຍຊີວິດຍັງສືບຕໍ່ມີຈຳນວນເພີ້ມຂຶ້ນ ຍ້ອນແຜ່ນດິນໄຫວ ຂະໜາດແຮງທີ່ປະເທດອິນໂດເນເຊຍ ໃນຕອນເຊົ້າວັນພຸດມື້ນີ້.
ເຈົ້າໜ້າທີ່ທ້ອງຖິ່ນ ກ່າວວ່າ ມີຜູ້ເສຍຊີວິດຢ່າງໜ້ອຍ 97 ຄົນ ແລະມີຜູ້ບາດເຈັບຕື່ມອີກຫຼາຍຮ້ອຍຄົນ ໃນເມືອງ Pidie Jaya ຊຶ່ງເປັນເມືອງທີ່ຕັ້ງຢູ່ໃກ້ສຸດ ກັບສູນກາງແຜ່ນດິນໄຫວ ຊຶ່ງຕັ້ງຢູ່ໃນເຂດເໜືອສຸດຂອງເກາະສຸມາດຕຣາ. ສ່ວນທີ່ເມືອງ Meureudu ແມ່ນຮວມຢູ່ໃນບັນດາເຂດ ທີ່ໄດ້ຮັບຄວາມເສຍຫາຍຮ້າຍແຮງສຸດ.
ສະມາຊິກໃນຄອບຄົວ ຢືນອ້ອມ ສົບຄົນຕາຍ ຍ້ອນແຜ່ນດິນໄຫວ ທີ່ເມືອງປີດີ ຈາຢາ ໃນແຂວງອາເຈ່. (7 ທັນວາ 2016)
ແຜ່ນດິນໄຫວໃນຄັ້ງນີ້ ໄດ້ເຮັດໃຫ້ຕຶກອາຄານຫຼາຍສິບຫຼັງພັງລົງ ຮວມທັງວັດສາສະໜາອິສລາມ ຫ້າງຮ້ານ ແລະເຮືອນຊ້ານບ້ານຊ່ອງ. ພວກກູ້ໄພ ຊຶ່ງຈຳນວນນຶ່ງມີອຸບປະກອນໜັກຊ່ອຍນັ້ນ ໄດ້ຊອກຄົ້ນຜູ້ຄົນ ທີ່ອາດຕົກຄ້າງ ຢູ່ຕາມຊາກຫັກພັງ.
ທ່ານ Sutopo Nugroho ຫົວໜ້າອົງການຄຸ້ມຄອງໄພພິບາດ ຂອງອິນໂດເນເຊຍກ່າວຢູ່ໃນຖະແຫຼງການສະບັບນຶ່ງວ່າ “ແຜ່ນດິນໄຫວ ໄດ້ສັ່ນສະເທືອນຢ່າງແຮງ ແລະເຮັດໃຫ້ຜູ້ຄົນຕື່ນຕົກໃຈ ແລະກໍພາກັນແລ່ນອອກໄປຢູ່ຂ້າງນອກ ໃນຂະນະທີ່ເຮືອນຊານພັງ.”
ຜູ້ຄົນສຳຫຼວດເບິ່ງ ເຮືອນຊານທີ່ໄດ້ຮັບຄວາມເສຍຫາຍ
ອົງການສຳຫຼວດທໍລະນີສາດຂອງສະຫະລັດ ກ່າວວ່າ ແຜ່ນດິນໄຫວທີ່ມີຄວາມແຮງ 6.5 ແມ່ນມີຈຸດສູນກາງຢູ່ໃກ້ກັບເມືອງ Reuleut. ອົງການພະຍາກອນອາກາດແລະທໍລະນີຟີກຊິກ ຂອງອິນໂດເນເຊຍ ກ່າວວ່າ ແຜ່ນດິນໄຫວນີ້ບໍ່ໄດ້ພາໃຫ້ເກີດຟອງຍັກສຸນາມິ.
ອິນໂດເນເຊຍ ແມ່ນຕັ້ງຢູ່ໃນເຂດທີ່ມັກເກີດແຜ່ນດິນໄຫວຂອງໂລກ. ແຜ່ນດິນໄຫວໃນປີ 2004 ຢູ່ນອກແຄມຝັ່ງຂອງເກາະສຸມາດຕຣາ ໄດ້ພາໃຫ້ເກີດຟອງຍັກສຸນາມິທີ່ເຮັດໃຫ້ມີ ຜູ້ເສຍຊີວິດ 230,000 ຄົນ ຢູ່ໃນອິນໂດເນເຊຍ ແລະປະເທດອື່ນໆ.
ເຈົ້າໜ້າທີ່ໂຮງໝໍ ແລະສະມາຊິກ ໃນຄອບຄົວ ຫາມແມ່ຍິງ ທີ່ບາດເຈັບຄົນນຶ່ງ ຍ້ອນແຜ່ນດິນໄຫວ ໄປເຂົ້າໂຮງໝໍ ທີ່ເມືອງປີດີຈາຢາ ໃນແຂວງອາເຈ່ ຂອງອິນໂດເນເຊຍ
ໄພຂົ່ມຂູ່ໃນການທີ່ຈະເກີດເຫດການແບບນີ້ຊ້ຳອີກແມ່ນຢູ່ໃນຈິດໃຈຂອງບາງຄົນທີ່ຮູ້ສຶກເຖິງແຮງສັ່ນສະເທືອນຂອງແຜ່ນດິນໄຫວໃນວັນພຸດມື້ນີ້.
ທ້າວ Musman Aziz ປະຊາຊົນ ໃນເມືອງ Meureudu ກ່າວຕໍ່ອົງການຂ່າວເອພີວ່າ “ມັນແຮງຫຼາຍ ຄວາມສັ່ນສະເທືອນ ແມ່ນຮູ້ສຶກແຮງກວ່າແຜ່ນດິນໄຫວ ໃນປີ 2004.”
Your browser doesn’t support HTML5
Indonesia Earthquake