ແຜ່ນດິນໄຫວຮຸນແຮງ ​ເກີດ​ຂຶ້ນ ​ໃນບໍລິເວນລຽບຊາຍແດນ ຂອງຈີນ ແລະ ກຽກກິສຖານ

ໃນຮູບພາບທີ່ຖ່າຍຈາກວີດີໂອ ທີ່ດໍາເນີນການໂດຍອົງການຂ່າວ CCTV ຂອງຈີນນີ້, ບັນດາພະນັກງານກູ້ໄພຢູ່ໃກ້ຊາກຫັກພັງຈາກແຜ່ນດິນໄຫວ ໃນເຂດປົກຄອງຕົນເອງ ກີຊີລຊູ ເກີກກິສ (Kizilsu Kirghiz), ໃນພາກພື້ນຊິນຈຽງ ທີ່ຕັ້ງຢູ່ທາງທິດຕາເວັນຕົກຂອງຈີນ, ວັນທີ 23 ມັງກອນ 2024.

ແຜ່ນດິນ​ໄຫວທີ່​ມີຄວາມແຮງ​ 7.1 ເກີດ​ຂຶ້ນ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ອັງຄານມື້ນີ້ ຢູ່​ຕາມບໍລິເວນ​ຊາຍ​ແດນຂອງ ​ຈີນ ແລະ ກຽກກິສຖານ.

ອົງ​ການ​ແຜ່ນ​ດິນ​ໄຫວ​ຂອງ​ຈີນ​ກ່າວ​ວ່າ ​ແຜ່ນ​ດິນ​ໄຫວເກີດ​ຂຶ້ນ​ໃນ​ເວ​ລາ 6 ໂມງແລງ ຕາມເວລາມາດ​ຕະ​ຖານ​ສາ​ກົນ ຢູ່​ບໍລິເວນ​ພູຜາ​ຕາມຊາຍແດນ​ ຂອງ​ຂົງ ເຂດ ວູຊີ (Wushi) ໃນ​ແຂວງ​ຊິນຈຽງ (Xinjiang) ທີ່ຢູ່ຫ່າງໄກ, ໃນລະດັບ​ຄວາມ​ເລິກ 22 ກິ​ໂລ​ແມັດ.

ມີຢ່າງໜ້ອຍມີ 5 ໝູ່ບ້ານທີ່ຕັ້ງຢູ່ພາຍໃນ 20 ກິໂລແມັດຈາກຈຸດສູນກາງຂອງແຜ່ນດິນໄຫວ.

ສື່​ມວນ​ຊົນ​ລາຍ​ງານ​ວ່າ ​ເຮືອນ​ຫລາຍ​ສິບ​ຫລັງ ຢູ່​ໃນພາກພື້ນດັ່ງກ່າວ ໄດ້​ພັງ​ລົງມາ ຫລື​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ, ​ໃນ​ຂະນະ​ດຽວກັນກໍມີ​ລາຍ​ງານ​ວ່າ ​ມີ​ຜູ້​ບາດ​ເຈັບ​ຫລາຍ​ຄົນ.

ມີ​ການ​ສັ່ນ​ສະ​ເທືອນອີກ​ຫຼາຍ​ຄັ້ງ ​ນັບ​ຕັ້ງ​ແຕ່​ເກີດ​ແຜ່ນ​ດິນ​ໄຫວ​ຄັ້ງ​ທຳ​ອິດມາ.

ແຮງສັ່ນສະເທືອນຂອງແຜ່ນດິນ​ໄຫວ​ ຍັງຮູ້ສຶກໄປ​ເຖິງ ນະ​ຄອນອາລມາຕີ (Almaty) ​ເຊິ່ງເປັນເມືອງ​ໃຫຍ່​ທີ່​ສຸດ​ ຂອງ​ກາ​ຊັກ​ສະຖານ. ວິດີໂອທີ່ນຳ​ອອກເຜີຍແຜ່ໃນສື່ສັງຄົມໄດ້ສະແດງໃຫ້ເຫັນປະຊາຊົນພາກັນໜີອອກຈາກເຮືອນຂອງພວກເຂົາເຈົ້າໃນທັນທີ ແລະຢືນຢູ່ຕາມຖະຫນົນຕ່າງໆ, ບາງຄົນຍັງໃສ່ຊຸດນອນ ແລະເກີບແຕະຢູ່.

ແຜ່ນດິນ​ໄຫວດັ່ງກ່າວ ​ຍັງຮູ້ສຶກໄດ້ໃນ​ປະ​ເທດ​ເພື່ອບ້ານກຽກກິສຖານອີກດ້ວຍ.

ອ່ານຂ່າວນີ້ເປັນພາສາອັງກິດ