ວັນ Earth Day ຫລືວັນຄຸ້ມຄອງໂລກ ຮຽກຮ້ອງໃຫ້ ທຸກຄົນປະຕິບັດການສີຂຽວ (ເບິ່ງວີດີໂອກັບສະໄລດ໌)

  • ທອງປານ ເທບວົງສາ

ຊາວຟີລິບປິນພາກັນອະນາໄມ ມ້ຽນມັດຂີ້ເຫຍື້ອ ຢູ່ເຂດນຶ່ງຂອງນະຄອນຫລວງມະນີລາ ໃນວັນຄຸ້ມຄອງໂລກ, ວັນອາທິດ ທີ 22 ເມສາ 2012.

ວັນ​ອາທິດມື້​ນີ້ ​ຄື​ວັນ Earth Day ຫລື​ວັນ​ຄຸ້ມ​ຄອງ​ໂລກ ທີ່​ໄດ້​ມີ​ການ​ຈັດ​ກິດຈະ​ກໍາ​ເປັນ​ຂີດ​ໝາຍ​ກັນມາ​ທຸກໆ​ປີ ນັບຕັ້ງ​ແຕ່​ປີ 1970 ​ເປັນ​ຕົ້ນ​ມາ.

ພວກ​ຈັດ​ງານສະຫລອງວັນ​ຄຸ້ມ​ຄອງໂລກ ​ໄດ້​ຮຽກຮ້ອງ​ໃຫ້​ປະຊາຊົນ​ທົ່ວ​ໂລກ ​ຈົ່ງ​ໃຫ້​ຄໍາ​ໝັ້ນ​ສັນຍາ​ທີ່​ຈະປະຕິບັດການສີ​ຂຽວ​ນຶ່ງ​ພັນ​ລ້ານ​ຢ່າງ ຊຶ່ງ​ຄໍາ​ໝັ້ນ​ສັນຍາເຫລົ່າ​ນັ້ນ ​ມີ​ນັບ​ຕັ້ງ​ແຕ່ການມອດ​ໄຟ​ໃນ​ເຮືອນ​ຂອງ​ພວກ​ເຂົາ​ເຈົ້າ ​ການໃຊ້ພາຫະນະ​ຂົນ​ສົ່ງ​ມວນ​ຊົນເວລາ​ໄປ​ທໍາ​ງານ​ແທນ​ການ​ຂັບ​ລົດ​ໄປເອງ ​ໄປ​ຈົນ​ເຖິງ ການກິນ​ອາຫານ​ທີ່​ປູກ​ຕາມທ້ອງ​ຖິ່ນ.

ວັນ​ຄຸ້ມ​ຄອງໂລກ ​ໄດ້​ສະ​ຫລອງ​ກັນ​ເທື່ອ​ທໍາ​ອິດ​ໃນ​ສະຫະລັດ​ເມື່ອ​ວັນ​ທີ 22 ​ເມສາ 1970. ມັນ​ເປັນຄວາມ​ຄິດ​ຂອງ​ສະມາຊິກ​ສະພາ​ສູງ Gaylord Nelson ຈາກ​ລັດ Wisconsin ທາງ​ພາກ​ເໜືອ​ຂອງ​ສະຫະລັດ ຜູ້​ທີ່​ໄດ້​ຮຽກຮ້ອງ​ໃຫ້​ມີ​ວັນ ສິດສອນ ສະພາບ​ແວດ​ລ້ອມແຫ່ງ​ຊາດ​ນຶ່ງ​ວັນ. ບັດ​ນີ້ ພວກ​ຈັດ​ງານສະຫລອງ ກ່າວ​ວ່າ ວັນ​ຄຸ້ມ​ຄອງໂລກ​ແມ່ນ​ສະຫລອງ​ການ​ໃນ​ແບບ​ໃດ​ແບບ​ນຶ່ງ ຢູ່​ໃນ​ເກືອບ​ວ່າ​ທຸກໆ​ປະ​ເທດ​ໃນ​ໂລກ.

ຫລາຍ​ສິ່ງ​ຫລາຍ​ຢ່າງ​ໄດ້​ປ່ຽນແປງ​ໄປ​ໃນ​ສະຫະລັດ ນັບ​ຕັ້ງ​ແຕ່​ວັນ​ຄຸ້ມ​ຄອງໂລກ ເທື່ອທໍາ​ອິດ​ເມື່ອ 42 ປີຜ່ານມາ ຊຶ່ງ​ເປັນ​ເວລາ​ທີ່​ພວກ​ໂຮງ​ຈັກ​ໂຮງງານ ຕ່າງໆ​ຍັງໄດ້​ຮັບ​ອະນຸ​ຍາດ​ໃຫ້​ປ່ອຍ​ຄວັນ ​ແລະ​ມົນ​ລະ​ພິດ​ຢ່າງ​ຫລວງຫລາຍ ອອກ​ມາໃສ່​ໃນ​ອາກາດ ​ແລະ​ພວກ​ລົດຍົນ​ກໍ​ໃຊ້​ນໍ້າມັນແອ​ສ ຊັງ​ທີ່​ປົນ​ດ້ວຍ​ສານ​ຂີ້​ກົ່ວ ອັນ​ເປັນຕົວ​ສ້າງ​ມົນ​ລະ​ພິດ​ອັນຕະລາຍ​ຢ່າງ​ນຶ່ງ ຈາກ​ທໍ່​ໄອ​ເສຍ​ລົດ. ​ໃນໄລ​ຍະ​ຫລາຍ​ສິບ​ປີຜ່ານມາ​ນີ້ ອົງການ​ປົກ​ປ້ອງ​ສະພາບ​ແວດ​ລ້ອມ​ຂອງຊາດ ​ໄດ້ຖືກ​ຈັດ​ຕັ້ງຂຶ້ນມາ ​ແລະ​ບັນດາ​ອໍານາດ​ປົກຄອງ​ທ້ອງ​ຖິ່ນ​ແລະລັດຖະບານ​ກາງ​ ກໍ​ໄດ້​ພາກັນ​ອອກ​ກົດໝາຍ​ຫລາຍໆສະບັບ ​ເພື່ອ​ພິທັກ​ປົກ​ປ້ອງ​ອາກາດ ​ແລະ​ນໍ້າ ​ແລະ​ພວກ​ສັດປ່າ​ແລະ​ພືດ​ພັນ ທີ່ກໍາລັງ​ຈະ​ສູນພັນ​.

ເບິ່ງລາຍງານເບື້ອງຫລັງ ກ່ຽວກັບຮູບເງົາສາລະຄະດີເລື່ອງ "One Day on Earth,"
ຫລື “ມື້ນຶ່ງບົນຜືນໂລກນີ້”ທີ່ເວົ້າເຖິງກິດຈະວັດໃນມື້ນື່ງໆຂອງຊົນຊາດຕ່າງໆໃນໂລກ:

http://www.voanews.com/templates/widgetDisplay.html?id=148322775&player=article