ຕາຕໍ້ບໍ່ແມ່ນພະຍາດ ທີ່ໂດດດ່ຽວລຳພັງ ແຕ່ເປັນກຸ່ມພະຍາດ
ທີ່ ເຮັດໃຫ້ຕາບອດຢ່າງຖາວອນໄດ້ ຖ້າຫາກບໍ່ປິ່ນປົວ. ກໍ
ເຊັ່ນດຽວກັນ ເມື່ອມີຕາຕໍ້ຫລາຍປະເພດ ການປິ່ນປົວກໍມີ
ຫລາຍວິທີ.
ພະຍາດຕາຕໍ້ ເປັນພະຍາດທີ່ເອົາສາຍຕາຂອງຄົນໄປ ແລະ
ເຮັດໃຫ້ຄົນຕາບອດ. ມັນເກີດຂຶ້ນ ເມື່ອມັນສ້າງທາດແຫລວຢູ່
ໃນຕາ ຊຶ່ງເຮັດໃຫ້ມີການກົດດັນຫລາຍ ຈົນເຮັດໃຫ້ແຊລຢູ່ໃນ
ເສັ້ນປະສາດຕາຕາຍ. ນາງ ແມຣີ ໄຮແມັນ (Mary Hyman)
ທີ່ຖືກກວດພົບວ່າ ເປັນພະຍາດຕາຕໍ້ຫລາຍກວ່ານຶ່ງທົດສະວັດ
ມາແລ້ວນັ້ນ ກ່າວວ່າ:
“ມັນເປັນສິ່ງນຶ່ງທີ່ເກີດຂຶ້ນມາແລະຂ້ອຍກໍບໍ່ຮູ້ສຶກຕົວເລີຍ.”
ນາງໄຮແມັນຮູ້ວ່າ ມີສິ່ງໃດສິ່ງນຶ່ງຜິດປົກກະຕິ ເມື່ອລາວຫລິ້ນໝາກລີ້ກັບເດັກນ້ອຍຜູ້ນຶ່ງ.
ນາງແມຣີ ໄຮແມັນ ເວົ້າວ່າ “ແລະຂ້ອຍໄດ້ເຮັດອັນນຶ່ງໃນນັ້ນ ແລະຂອ້ຍເວົ້າວ່າ ຕາກໍ້າຊ້າຍ ຂອງຂ້ອຍເປັນມົວໆ.”
ດຣ. ເອຣິກ ຟລີເຊີ (Eric Fleischer) ເວົ້າວ່າ ຕາຕໍ້ບໍ່ສາມາດ ປົວໄດ້ ແຕ່ວ່າ ມັນສາ ມາດຄວບຄຸມໄດ້ ດ້ວຍການຫລຸດຜ່ອນຄວາມກົດດັນໃນຕາລົງ. ດຣ. ເອຣິກ ຟລີເຊີ (Eric Fleischer) ໃຫ້ຄໍາເຫັນວ່າ:
“ບໍ່ມີຕົວເລກທີ່ວິເສດທີ່ຈະບອກວ່າ ປົວຫາຍໄດ້ຫລາຍປານໃດ. ສະນັ້ນລະ ມັນ ເປັນເລື້ອງທີ່ຫຍຸ້ງຍາກ.”
ເບິ່ງວີດິໂອເລື້ອງນີ້ເປັນພາສາລາວ
ຄວາມກົດດັນທີ່ພໍດີ ແມ່ນມີຄວາມແຕກຕ່າງກັນໄປສໍາລັບ ຄົນ ເຈັບໃນແຕ່ລະຄົນ. ການ ປິ່ນປົວກໍເຊັ່ນດຽວກັນ. ການປິ່ນປົວງວດ ທໍາອິດ ປົກກະຕິແລ້ວ ແມ່ນເລີ້ມຕົ້ນດ້ວຍຢາ ຢອດຕາ. ດຣ. ເອຣິກ ໄຟລເຊີ ກ່າວຕໍ່ໄປວ່າ:
“ພວກເຮົາຢອດຕາໃຫ້ຄົນເຈັບຢອດນຶ່ງ ພວກເຮົາຈະວັດແທກຄວາມກົດດັນ ຂອງເຂົາເຈົ້າ ແລະພວກເຮົາເຫັນວ່າ ມັນຫລຸດຄວາມກົດດັນລົງ. ຖ້າຫາກວ່າ ມັນບໍ່ຫລຸດລົງ ຂັ້ນຕອນຕໍ່ ໄປກໍຄື ຜ່າຕັດໂດຍໃຊ້ແສງເລເຊີ.”
ປະເພດການປິ່ນປົວແມ່ນຂຶ້ນກັບປະເພດຂອງພະຍາດຕາຕໍ້ ທີ່ຄົນປ່ວຍເປັນ. ດຣ. ອາລັນ
ຣອບບິນ (Alan Robin) ເວົ້າວ່າ ນອກນັ້ນ ມັນຍັງອາດຂຶ້ນກັບບ່ອນຢູ່ຂອງຄົນເຈັບ ອີກດ້ວຍ. ທ່ານກ່າວດັ່ງນີ້:
“ຢາຢອດຕາບາງຊະນິດແມ່ນຕ້ອງເອົາໄວ້ໃນຕູ້ເຢັນ ແລະຢູ່ບາງບ່ອນ ເຊັ່ນພາກ ໃຕ້ອິນເດຍ ບ່ອນທີ່ມີອາກາດຮ້ອນ, ຮ້ອນກວ່າ ແລະຮ້ອນທີ່ສຸດ ຫລືຢູ່ເຂດອາ ກາດຮ້ອນ ເຊັ່ນເຂດເສັ້ນສູນສູດ ອາຟຣິກາ, ບໍ່ມີທາງທີ່ພວກເຮົາຈະສາມາດ ເອົາເຄື່ອງໃສ່ໄວ້ໃນ ຕູ້ເຢັນຕະຫລອດເວລາໄດ້.”
ຄ່າໃຊ້ຈ່າຍກໍເປັນບັນຫາຫຍຸ້ງຍາກອີກອັນນຶ່ງ ສໍາລັບການປິ່ນປົວ ພະຍາດນີ້. ດຣ. ເຣງກາໄຣ ແວນຄາແທັສ (Rengaraj Venkatesh) ທີ່ຢູ່ໂຮງໝໍປົວຕາ ອາຣາວານ ໃນອິນເດຍເວົ້າວ່າ:
“ຢູ່ໃນອິນເດຍ ເມື່ອຜູ້ໃດຜູ້ນຶ່ງໄປ ຊອກຫາປິ່ນປົວຕົວເອງ ເຂົາເຈົ້າບໍ່ໄປຜູ້ດຽວ. ພວກເຂົາເຈົ້າໄປ ກັບຢ່າງໜ້ອຍສະມາຊິກຄອບຄົວຜູ້ນຶ່ງ. ສະນັ້ນຄ່າໃຊ້ຈ່າຍໃນ ການໄປຫາໂຮງໝໍ ກໍແພງຫລາຍ.”
ແຕ່ວ່າສໍາລັບຜູ້ໃດທີ່ໄດ້ຮັບການປິ່ນປົວນັ້ນ ນາງ ນາງແມຣີ ໄຮແມັນ ຄົນເຈັບທີ່ເປັນຕາຕໍ້ ມີຄວາມເຫັນດັ່ງນີ້:
“ເວລາທ່ານໄປກວດສຸຂະພາບ ໃຫ້ກວດເບິ່ງສາຍຕາພ້ອມ ເຖິງແມ່ນທ່ານຈະຄິດວ່າ ທ່ານບໍ່ມີບັນຫາຫຍັງກໍຕາມ. ຈົ່ງໄປກວດສາຍຕາຂອງທ່ານ.”
ນາງແມຣີ ໄຮແມັນ ເວົ້າວ່າລາວຮູ້ສຶກບຸນຄຸນຢ່າງລົ້ນເຫລືອ ທີ່ໄດ້ຮັບການປິ່ນປົວສໍາລັບ ພະຍາດຕາຕໍ້ຂອງລາວ. ໃນຂະນະດຽວ ກັນ ອົງການອະນາໄມໂລກ ຫລື (WHO) ເວົ້າວ່າ ພະຍາດຕາ ຕໍ້ ໄດ້ກາຍມາເປັນບັນຫາທີ່ຕ້ອງໄດ້ຮັບການເອົາໃຈໃສ່ ເພາະວ່າ ຈໍານວນກໍ ລະນີຄົນເປັນພະຍາດນີ້ ຄາດວ່າຈະເພີ້ມຂຶ້ນເມື່ອຄົນໃນທົ່ວໂລກມີອາຍຸຍືນຂຶ້ນກວ່າເກົ່າ.
ເບິ່ງວີດິໂອລາຍງານນີ້ ເປັນພາສາອັງກິດ:

Your browser doesn’t support HTML5