ການນັບຄະແນນ ລ່ວງໜ້າ ລະບຸໃຫ້ເຫັນວ່າ ທ່ານ Morales ຈະເສຍໄຊໃນ ການລົງ ປະຊາມະຕິ

ແມ່ຍິງຊົນເຜົ່າ Aymara ຄົນໜຶ່ງປ່ອນບັດຄະແນນສຽງທີ່ສູນ ການເລືອກຕັ້ງ ໃນລະຫວ່າງການລົງປະຊາມະຕິແກ້ໄຂລັດ ຖະທຳມູນ ທີ່ເມືອງ El Alto, ປະເທດ ໂບລີເວຍ. 21 ກຸມພາ, 2016.

ປະທານາທິບໍດີຂອງປະເທດ ໂບລີເວຍ ພະຍາຍາມ ຈະດັດແປງ ລັດຖະທຳມະນູນ, ເຮັດໃຫ້ທ່ານສາມາດລົງແຂ່ງຂັນເພື່ອດຳລົງ ຕຳແໜ່ງເປັນສະໄໝທີ 4, ຊ່ຶງເບິ່ງຄືວ່າຈະບໍ່ໄດ້ຮັບໄຊຊະນະ, ອີງຕາມການນັບຄະແນນສຽງລ່ວງໜ້າຂອງການລົງປະຊາມະຕິ ໃນວັນອາທິດ ວານນີ້.

ທ່ານ Evo Morales ເປັນປະທານາທິບໍດີຊົນເຜົ່າພື້ນເມືອງຜູ້ທຳ ອິດ, ຊຶ່ງຢາກຈະທຳການເລືອກຕັ້ງເພື່ອດຳລົງຕຳແໜ່ງເປັນສະ ໄໝທີ 4 ຕິດຕໍ່ກັນໃນປີ 2019.

ຊາວສວນປູກຕົ້ນ ໂຄຄາ ຕ້ອນຮັບປະທານາທິບໍດີ ໂບລີເວຍ ທ່ານ Evo Morales (ກາງ) ໃນຂະນະທີ່ທ່ານໄດ້ເດີນທາງຮອດສູນເລືອກຕັ້ງເພື່ອ ລົງຄະແນນສຽງທີ່ພາກພື້ນ Villa 14 de Semtiembre. 21 ກຸມພາ 2016.

ນັກວິເຄາະຫຼາຍຄົນກ່າວວ່າ ບັນດາຜູ້ລົງຄະແນນສຽງໄດ້ເອົາຊະ ນະການລົງປະຊາມະຕິດ້ວຍຄະແນນເລັກ ນ້ອຍ, ແຕ່ຮອງປະທາ ນາທິບໍດີ ທ່ານ Alvaro Garcia ໄດ້ກ່າວໃນຕອນແລງຂອງວັນອາ ທິດວານນີ້ວ່າ ກັນລົງຄະແນນສຽງແມ່ນໃກ້ຄຽງກັນໂພດທີ່ຈະຕັດ ສິນໄດ້. ການນັບຄະແນນສຽງແມ່ນຍັງບໍ່ທັນສຳເລັດເທື່ອ.

ພວກຜູ້ລົງຄະແນນສຽງໄດ້ແບ່ງແຍກອອກຢ່າງເທົ່າທຽມກັນ ກ່ຽວກັບບັນຫາດັ່ງກ່າວຈົນເຖິງປະຈຸບັນ.

ປະຈຸບັນນີ້, ເຖິງຢ່າງໃດກໍຕາມ, ຈຳນວນປະຊາຊົນ ໂບລີເວຍ ທີ່ ເພີ່ມຂຶ້ນ ແມ່ນກຳລັງເລີ່ມຈະມີຄວາມສົງໄສກ່ຽວກັບ ຄວາມຊື່ສັດ ຂອງປະທານາທິ ບໍດີຂອງພວກເຂົາເຈົ້າ, ເຊິ່ງຕາມມາຈາກການ ເປີດເຜີຍເມື່ອບໍ່ດົນມານີ້ວ່າ ອະດີດຄົນຮັກຂອງປະທານາທິບໍດີ Morales ໄດ້ເຮັດວຽກໃຫ້ ກັບບໍລິສັດແຫ່ງໜຶ່ງ ທີ່ໄດ້ຮັບສັນຍາວຽກເຊິ່ງສ້າງລາຍໄດ້ໆຢ່າງຫຼວງຫຼາຍໃຫ້ຕົນເອງ.