ທ່ານ Dylan ໃນທີ່ສຸດ ກໍຮັບເອົາ ລາງວັນ Nobel

ທ່ານ Bob Dylan ສະແດງຢູ່ທີ່ ນະຄອນ Los Angeles ວັນທີ 12 ມັງກອນ, 2012.

ນັກ​ຮ້ອງນັກ​ປະພັນອາ​ເມຣິກັນ ທ່ານ Bob Dylan ກ່າວ​ວ່າ ທ່າ​ນຈະ​ຮັບ​ເອົາ ລາງວັນ​ Nobel ຂະແໜງ​ວັນນະຄະດີ ຊຶ່ງ​ໃນ​ທີ່​ສຸດທ່ານ​ໄດ້ກໍທຳ​ຄວາມ​ງຽບໂ​ດຍ​ກ່າວ​ອອກ​ມາ ​ກ່ຽວ​ກັບ​ລາ​ງວັນ​ກຽດທີ່​ມີ​ກຽດດັ່ງກ່າວ.

ທ່ານ​ໄດ້​ກ່າ​ວຕໍ່ທ່ານ​ນາງ Sara Danius ​ເລຂາທິການ​ຖາວອນ​ຂອງ​ສະ​ຖາ​ບັນ Swedish ວ່າ “ຂ່າວ​ກ່ຽວ​ກັບ​ລາ​ງວັນ Nobel ​ເຮັດ​ໃຫ້​ຂ້າພະ​ເຈົ້າ​ປາກ​ບໍ່​ອອກ. ຂ້າພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຮູ້​ບຸນຄຸນຕໍ່ກຽດຕິຍົດດັ່ງກ່າວ​ຫລາຍທີ່​ສຸດ.”

ນັກ​ສິນລະ​ປິນອາຍຸ 75 ປີ ບໍ່​ໄດ້​ໃຫ້​ຄຳ​ຕອບ​ໃນ​ຄວາມ​ພະຍາຍາມ​ຕິດ​ຕໍ່ຫລາຍ​ຄັ້ງນັບ​ແຕ່​ທ່ານ​ມີ​ຊື່ເປັນ​ຜູ້​ຊະນະ​ລາງວັນ Nobel ​ໃນ​ວັນ​ທີ 13 ​ເດືອນຕຸລາ​ທີ່​ຜ່ານ​ມາ​ນີ້ທີ່ໄດ້​ກາຍ​ມາ​ເປັນ​ນັກ​ດົນ​ຕີ​ຄົນ​ທຳ​ອິດ​ແບບບໍ່​ມີ​ມາ​ກ່ອນ ທີ່​ໄດ້​ຊະນະ​ລາງ​ວັນໃນ​ຂະ​ແໜງວັນນະ​ຄະດີ. ທ່ານ Dylan ​ໄດ້​ມິດ​ງຽບ​ໄປ​ເປັນ​ເວລາ​ສອງ​ອາທິດ ຫລັງ​ຈາກ​ການ​ປະກາດ ​ໄດ້​ເຮັດໃຫ້​ສະມາຊິກ​ສະ​ຖາ​ບັນ​ຄົນ​ນຶ່ງໂທລະສັບ​ໄປ​ຫາ​ທ່ານທີ່​ກ່າວ​ວ່າ “ບໍ່​ມີ​ມາລະຍາດແລະອວດ ດີ."

ສະຖານ​ບັນ Swedish ຊຶ່ງ​ເປັນ​ຜູ້​ຕັດສິນ​ ໃນ​ແຕ່ລະ​ປີວ່າ ​ໃຜ​ຈະ​ເປັນຜູ້​ຊະນະ​ລາງວັນ​ກຽດຕິຍົດ​ຂະ​ແນ​ງ​ວັນນະຄະດີ ​ໄດ້​ກ່າວ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ຂຶ້ນ​ຢູ່​ກັບ​ທ່ານ Dylan ທີ່ ວ່າຈະ​ເຂົ້າ​ຮ່ວມຫຼືບໍ່​ໃນ​ພິທີ​ຮັບ​ລາ​ງວັນ​ໃນ​ທ້າຍ​ປີ​ນີ້. ​ໂຄສົກ​ຄົນ​ນຶ່ງ​ກ່າວ​ວ່າ “ຍັງ​ບໍ່​ທັນ​ໄດ້​ຕັດສິນ​ໃຈ​ເທື່ອ​ວ່າທ່ານ Bob Dylan ຈະ​ເຂົ້າ​ຮ່ວມ​ພິທີ​ຫຼືບໍ່ ລະຫວ່າງ​ອາທິດ ​ມອບ​ລາງ ວັນ Nobel ໃນ​ນະຄອນ Stockholm ​ໃນ​ເດືອນທັນວາ​ຈະ​ມາ​ເຖິງ​ນີ້.”

​ແຕ່​ວ່າ ຢູ່​ໃນ​ການ​ສຳພາດ​ກັບໜັງສືພິມ​ອັງກິດ Daily Telegraph ທີ່​ເຜີຍ​ແຜ່​ໃນ​ວັນ​ສຸກ​ວານ​ນີ້ ທ່ານ Dylan ກ່າວ​ວ່າ ທ່ານ “​ແນ່ນອນ” ຈະ​ເຂົ້າ​ຮ່ວມ​ພິທີ “ຖ້າ​ຫາ​ກ​ເປັນ​ໄປ​ໄດ້​ທັງ​ໝົດ.” ທ່ານ​ໄດ້​ບັນ​ລະ​ຍາຍ​ວ່າການ​ມອບ​ລາງວັນ​ “ໜ້າ​ງຶດ​ງໍ້” ​ແລະ​ກ່າວ​ວ່າ “ມັນ​ຍາກ​ທີ່​ຈະ​ເຊື່ອ.”


ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ