ຍິງສາວ​ ອາ​ເມຣິກັນ ໄດ້ລົນນະລົງ ສຳຫລັບ ການຊ່ວຍເຫຼືອ ຂ້າຕົວຕາຍ ກ່ອນຕັດຊີວິດຕົວເອງ

ນາງ Brittany Maynard ຢູ່ໃນຮູບກັບໝານ້ອຍຂອງນາງ ພັນ Great Dane ທີ່ຊື່ວ່າ Charlie ໄດ້ຮັບເອົາ ການວາງຢາ ອັນຮ້າຍແຮງເຖິງຕາຍ ໂດຍນາຍໝໍ ໃນລັດອໍລາກອນ ເມື່ອວັນເສົາຜ່ານມາ. ນາງ Maynard ໄດ້ສູ້ຊົນກັບໂຣກມະເຮັງໃນສະໝອງ.

ຜູ້ຍິງ​ອາ​ເມຣິກັນ​ຄົນ​ໜຶ່ງ ​ເຈັບ​ປ່ວຍ​ຂັ້ນຮ້າຍ​ແຮງສຸດ ທີ່​ໄດ້​ມາ​ເປັນ
​ຜູ້ນຳ​ໃນ​ການ​ລົນ​ນະ​ລົງ ​ສຳ​ຫລັບ ການ​ຊ່ວຍ​ເຫຼືອຄົນ​ຂ້າ​ຕົວຕາຍ
ສະ​ເພາະ​ບັນດາ​ຄົນ​ປ່ວຍ​ທີ່​ກຳລັງ​ລໍຖ້າ​ການ​ເສຍ​ຊີວິດ​ນັ້ນ ​ໄດ້​ຂ້າ
​ຕົນ​ເອງ​ຕາຍ.

ນາງ Brittany Maynard ໄດ້ເສຍ​ຊີວິດ​ ໃນ​ວັນ​ເສົາ​ຜ່ານມາ
​ທີ່​ນະຄອນ ພອດ​ແລນ ລັດ​ອໍ​ລາກ​ອນ ຢູ່​ທາງ​ພາກ​ຕາ​ເວັນ​ຕົກ​
ສຽງ​ເໜືອ​ຂອງ​ສະຫະລັດ ຫຼັງຈາກ​ທີ່​ໄດ້​ຮັບ ການ​ວາງຢາ​ອັນ​ຮ້າຍ
​ແຮງເຖິງຕາຍ ​ພຽງ 3 ອາ​ທິດ ກ່ອນຈະ​ເຖິງ​ວັນ​ເກີດ​ຂອງ​ນາງ ທີ່
​ຄົບຮອບ 30 ປີ.

ນາງ Maynard ​ໄດ້​ຖືກ​ວິ​ນິ​ໄສ​ ​ເມື່ອ​ຕົ້ນປີ​ນີ້ ວ່າ​ ມີ​ມະ​ເຮັ​ງ​ໃນ​ສະໝອງ​ຂັ້ນ​ຮ້າຍແຮງ ​ແລະ
​ມີ​ໂອກາດ​ ທີ່​ຈະ​ຢູ່​ໄດ້ອີກ​ບໍ່​ດົນ. ນາງ ​ແລະ ​ສາມີ​ຂອງ​ນາງ ​ໄດ້​ຍ້າຍ​ທີ່ຢູ່​ອາ​ໄສ​ ຈາກລັດ
ກາລີ​ຟໍ​ເນຍ ຍ້ອນ​ວ່າ ລັດ​ອໍ​ລາກ​ອນ ອະນຸຍາດ ​ໃຫ້​ບັນດາ​ຄົນ​ປ່ວຍ ຂັ້ນຮ້າຍ​ແຮງສຸດ
ຕັດ​ຊີວິດ​ຂອງ​ເຂົາເຈົ້າ​ໄດ້ ດ້ວຍ​ການວາງຢາ​ອັນ​ຮ້າຍ​ແຮງເຖິງຕາຍ ​ໂດຍ​ນາຍ​ໝໍ.

ວີ​ດີ​ໂອ ຂອງ​ນາງ Maynard ທີ່​ໄດ້​ເຜີຍ​ແຜ່​ທາງ​ອີນ​ເຕີແນັດ ປະກາດ​ຄວາມ​ຕັ້ງ​ໃຈ​ຂອງນາງ​
ທີ່​ຈະ​ຂ້າ​ຕົວ​ຕາຍ​ ໃນ​ເດືອນພະຈິກ ​ແລະ​ ໄດ້​ຮັບ​ການ​ເຂົ້າຊົມ​ເຖິງ 1 ລ້ານເທື່ອ​ຈາກ​ທົ່ວ​ໂລກ ​ແລະ​ ນາງ​ໄດ້​ກາຍ​ມາ​ເປັນ​ໂຄສົກໃຫ້​ອົງການ​ບໍ່​ສະ​ແຫວ​ງຫາ​ກຳ​ໄລ ທີ່​ຊຸກຍູ້​ໃຫ້​ມີ​ການ​ຜ່ານ​ກົດໝາຍ ​ສຳ​ຫລັບ​ການ​ຊ່ວຍ​ເຫຼືອຂ້າ​ຕົວ​ຕາຍ.

Your browser doesn’t support HTML5

US MAYNARD OBIT VO