ຫົກຄົນເສຍຊີວິດ ໃນຟິລິບປິນ ໃນຂະນະທີ່ ທ່ານ Duterte ດຳເນີນການທັບມ້າງ ການຄ້າຢາເສບຕິດ

ນາງ Jennelyn Olaires, ອາຍຸ 26 ປີ, ຮ້ອງໃຫ້ຢູ່ສົບຂອງໝູ່ ລາວ ຜູ້ທີ່ຖືກຂ້າຕາຍຈາກກຸ່ມອັນຕະພານ.

ບັນດາ​ເຈົ້າໜ້າ​ທີ່​ຟິລິບ​ປີນ​ກ່າວ​ວ່າ ຕຳຫລວດ​ໄດ້​ສັງຫານ​ຜູ້​ອາລັກຂາ​ຕິດ​ອາວຸດ ຫ້າ​ຄົນ ທີ່​ຈົງ​ຮັກ​ພັກດີ​ຕໍ່​ເຈົ້າ​ເມືອງ ​ເມືອງ​ນຶ່ງ​ທີ່​ຖືກ​ກ່າວ​ຫາ​ວ່າ​ພົວພັນ​ກັບ​ການ​ຄ້າ​ຢາ​ເສບ​ຕິດ.

​ໃນ​ຕົ້ນ​ອາທິດ​ນີ້ ປະທານາທິບໍດີຟິລິບ​ປິນ ທ່ານ Rodrigo Duterte ​ໄດ້​ຂົ່ມຂູ່ເຈົ້າ​ເມືອງ Albuera ທ່ານ Rolando Espinoza Sr. ວ່າຈະ “ຍິງ​ຢູ່່​ຄາ​ທີ່” ​ໃນ​ການ​ປ້ອງ​ກັນ​ລູກ​ຊາຍ​ຂອງ​ທ່ານ ທີ່​ເປັນ​ຜູ້​ຕ້ອງ​ສົງ​ໄສ​ຄ້າ​ຢາ​ເສບ​ຕິດ. ທ່ານ Espinoza ​ໄດ້​ມອບ​ໂຕ​ຂອງ​ທ່ານ​ຕໍ່ຕຳຫລວດ​ແຫ່ງ​ຊາດ​ໃນ​ວັນ​ອັງຄານ​ທີ່​ຜ່ານ​ມາ ​ເຖິງ​ແມ່ນ​ວ່າ ລູກ​ຊາຍ​ຂອງ​ທ່ານ ທ້າວ Erwin ຜູ້​ຕ້ອງ​ສົງ​ໄສ​ວ່າລາຊາ​ຄ້າ​ຢາ​ເສບ​ຕິດ ບໍ່​ໄດ້​ຖືກ​ຈັບກໍຕາມ.

ຕຳຫລວດ​ທ້ອງ​ຖິ່ນ​ກ່າວ​ວ່າ ການ​ຍິງ​ກັນ​ໄດ້​ເກີດ​ຂຶ້ນ​ລະຫວ່າງ ພວກ​ອາລັກຂາ ​ແລະຕໍາ​ຫລວດຜູ້​ທີ່​ໄດ້​ອອກ​ລາດຕະ​ເວນ​ໃນ​ຕອນ​ເຊົ້າ​ວັນ​ພຸດ​ໃກ້​ກັບ​ເຮືອນ​ຂອງ​ທ່ານ Espinoza.

ອ້າງ​ຕາມ​ຜູ້​ບັນຊາ​ການ​ຕຳຫລວດ​ຢູ່​ໃນ​ຂົງ​ເຂດ ທ່ານ Elmer Beltejar ພວກ​ອາລັກຂາ​ໄດ້​ຍິງ​ໃສ່​ຕຳຫລວດ​ກ່ອນ ​ແລະ​ຕຳຫລວດ​ໄດ້​ຍິງຕອບ​ຄືນໃສ່ ສັງຫານເຂົາ​ເຈົ້າທັງ​ຫົກ​ຄົນ. ຕໍາຫລວດ​ຍັງ​ໄດ້​ຍຶດ​ເອົາ​ອາວຸດ​ຢ່າງ​ໜ້ອຍ 17 ກະ​ບອກ​ທີ່​ພົບເຫັນ​ຢູ່​ໃນ​ບ້ານ.

ທ່ານ Duterte ທີ່​ລົງ​ສະໝັກ​ເປັນ​ປະ​ນາ​ທິບໍດີ ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາ​ດັ່ງກ່າວ ຖ້າ​ຫາກ​ຖືກ​ຄັດ​ເລືອກ ທ່ານ​ຈະ​ກວດ​ລ້າງ​ພວກ​ຄ້າ​ຢາ​ເສບ​ຕິດ ​ແລະ​ຄວາມ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນ​ຢູ່​ໃນ​ປະເທດ. ນັບ​ແຕ່​ທ່ານ​ໄດ້​ຊະນະ​ການ​ເລືອກ​ຕ້ັງ​ໃນ​ເດືອນ​ພຶດສະພາມາ ຕຳຫລວດ​ອ້າງ​ວ່າ​ໄດ້​ສັງຫານ​ຜູ້​ຕ້ອງສົງ​ໄສ​ຄ້າ​ຢ່າ​ເສບ​ຕິດ 400 ກວ່າຄົນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ