ທີມ Costa Rica ແລະ ທີມ Netherlands ໄດ້ຜ່ານເຂົ້າໄປ
ຮອບ 8 ທີມ ຂອງການແຂ່ງຂັນເຕະບານໂລກ ທີ່ Brazil ຫຼັງ
ຈາກ Costa Rica ໄດ້ຊະນະທີມ Greece ແລະ Netherlands
ໄດ້ຊະນະ ທີມເມັກຊິໂກ.
Costa Rica ຊະນະທີມ Greece ດ້ວຍການເຕະລູກໂທດ
ໃນວັນອາທິດວານນີ້ ທີ່ເມືອງ Recife ຫຼັງຈາກສະເໝີກັນ
1 ປະຕູ ຕໍ່ 1 ໃນການແຂ່ງຂັນເຕັມເວລາ ແລະເວລາເພີ້ມ
ອີກ ຊຶ່ງ Costa Rica ເຕະລູກໂທດເຂົ້າໂກນ ໝົດທັງ 5
ລູກ ແລະໄດ້ຊະນະ Greece 5 ປະຕູ ຕໍ່ 3.
ນີ້ແມ່ນເປັນເທື່ອທຳອິດ ທີ່ທີມ Costa Rica ໄດ້ເຂົ້າຮອບ8 ທີມ ຂອງການແຂ່ງຂັນເຕະບານໂລກ.
ກ່ອນໜ້ານັ້ນ ໃນວັນອາທິດວານນີ້ເຊັ່ນກັນທີ່ເມືອງ Fortaleza ທີມ Netherlands
ໄດ້ສ້າງຄວາມຜິດຫວັງຢ່າງໃຫຍ່ຫຼວງໃຫ້ທີມເມັກຊິໂກ ທີ່ນຳໜ້າດ້ວຍຄະແນນ 1
ປະຕູ ຕໍ່ 0 ມາຈົນເກືອບຮອດນາທີສຸດທ້າຍ ແຕ່ Netherlands ໄລ່ມາທັນ ແລ້ວກໍໄດ້
ຊະນະດ້ວຍການເຕະລູກດ້ວຍຄະແນນສຸດທ້າຍ 2 ປະຕູ ຕໍ່ 1.
ທີມ Netherlands ຈະຫຼິ້ນກັບທີມ Costa Rica ໃນຮອບ 8 ທີມໃນວັນເສົາທ້າຍສັບປະດານີ້.
ອີກສອງຄູູ່ ທີ່ຈະແຂ່ງກັນເຂົ້າຮອບ 8 ທີມ ແມ່ນຈະປະຊັນກັນໃນວັນຈັນມື້ນີ້ ຄືທີມ
ໄນຈີເຣຍ ຈະແຂ່ງກັບທີມຝຣັ່ງ ແລະອີກຄູ່ນຶ່ງແມ່ນທີມເຢຍຣະມັນ ຈະແຂ່ງກັບທີມ
Algeria.
ສ່ວນທີມສະຫະລັດ ກໍຈະພະຍາຍາມເຂົ້າຮອບ 8 ທີມໃຫ້ໄດ້ ເວລາຫຼິ້ນກັບທີມ
Belgium ໃນວັນອັງຄານມື້ອື່ນ ແລະທີມ Argentina ຈະແຂ່ງກັບ Switzerland.
Your browser doesn’t support HTML5