ນາຍພົນ Dunford ກ່າວວ່າ ຄອບຄົວທະຫານ ທີ່ເສຍຊີວິດ ຢູ່ໄນເຈີ ຄວນຮູ້ຜົນ ການສືບສວນ ຢ່າງໄວ

ປະທານ​ເສນາ​ທິການ​ຮ່ວມ ຂອງກອງ​ທັບສະຫະລັດ ນາຍພົນ Joseph Dunford ກ່າວຕໍ່ບັນດານັກຂ່າວ ທີ່ທຳນຽບຂາວ.

ປະທານ​ເສນາ​ທິການ​ຮ່ວມ ຂອງກອງ​ທັບສະຫະລັດ ກ່າວ​ວ່າ ​ບັນດາ​ຄອບຄົວ​ຂອງ
ທະຫານ​ສະຫະລັດ 4 ຄົນ ທີ່​ໄດ້​ເສຍ​ຊີວິດ ​ຢູ່​ໃ​ນ​ປະເທດໄນ​ເຈີ ຄວນຈະໄດ້​ຮູ້ຜົນ​ການ​
ສືບສວນ​ຢ່າງ​ວ່ອງ​ໄວ ​ແລະ​ຖືກຕ້ອງ.

ນາຍ​ພົນທະຫານ​ມາຣີນ ທ່ານ Joseph Dunford ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ໃນ​ວັນ​
ຈັນ​ວານ​ນີ້ ​ໃນ​ຂະນະ​ທີ່​ລັດຖະບານທ່ານ​ທຣໍາຊອກ​ຫາ​ຊ່ອງທາງເພື່ອຈະ ຄວາມ​ກະ
ຈ່າງ​ແຈ້ງ ຕໍ່​ລາຍ​ລະອຽດທີ່ຍັງບໍ່ຄ່ອຍແຈ້ງຂາວ​ວ່າແມ່ນຫຍັງໄດ້​ເກີດ​ຂຶ້ນ​ ໃນລະ
ຫວ່າງ​ການ​ປະຕິບັດ​ງານ​ເມື່ອ​ວັນ​ທີ 3 ​ເດືອນ​ຕຸລາ​ທີ່​ຜ່ານ​ມາ.

ນາຍ​ພົນ Dunford ຮັບ​ຮູ້​ວ່າ ມີ​ຫລາຍໆ​ຄຳ​ຖາມທີ່ຍັງ​ບໍ່​ທັນ​ໄດ້ຮັບຄຳ​ຕອບ ແລະແມ່ນ​
ແຕ່​ທຳນຽບຫ້າ​ແຈ​ ກໍ​ຍັງ​ບໍ່ຮູ້​ວ່າ​ແມ່ນ​ຫຍັງ​ເກີດ​ຂຶ້ນ​ແທ້ໆ​ແລະ​ເປັນ​ດ້ວຍເຫດໃດ​. ທ່ານ
​ກ່າວ​ວ່າ ການ​ສືບສວນ​ນີ້ ແມ່ນແນໃສ່ເພື່ອຖອດຖອນບົດຮຽນ.

ນາຍ​ພົນ ​Dunford ກ່າວ​ວ່າ ການ​ຊັ່ງ​ຊາ​ຂັ້ນ​ຕົ້ນ​ແມ່ນ​ວ່າ ກຳລັງ​ສະຫະລັດ​ຖືກ​ດັກ​ສະ
ກັດ​ໂຈມຕີ ໂດ​ຍ​ພວກ​ນັກ​ລົບຊົນເຜົ່າໃນທ້ອງ​ຖິ່ນ ທີ່ເປັນເຄືອຂ່າຍຂອງກຸ່ມ​ລັດ​ອິສລາມ​.

ຄຳ​ຖາມ​ ທີ່​ຍັງ​ບໍ່ທັນໄດ້ຮັບຄຳ​ຕອບກໍຄື​ວ່າ​ເປັນ​ຫຍັງ​ຈຶ່ງ​ໃຊ້​ເວລາ​ເຖິງນຶ່ງ​ຊົ່ວ​ໂມງ​ທີ່ກຳ
ລັງ​ສະຫະລັດ ຈຶ່ງຮ້ອງ​ຫາ​ການ​ສະໜັບສະໜູນ ຫລັງ​ຈາກເຂົາ​ເຈົ້າ​ໄດ້​ປະ​ເຊີນ​ໜ້າ​ເທື່ອ​
ທຳ​ອິດ​ກັບ​ສັດຕູແລະ​ເປັນ​ຫຍັງ​ຈຶ່ງ​ໃຊ້​ເວລາ​ອີກ​ນຶ່ງ​ຊົ່ວ​ໂມງ​ເຮືອບິນ​ລົບ​ຂອງຝຣັ່ງຈຶ່ງ
ມາ​ປາກົດ​ໂຕ.

ນາຍ​ພົນ Dunford ​ກ່າວ​ວ່າ “ຂ້າພະ​ເຈົ້າ​ບໍ່​ຢາກລົງຄວາມເຫັນເທື່ອ​ວ່າ​ ​ເປັນ ຫຍັງເຂົາ
​ເຈົ້າຈຶ່ງໃຊ້​ເວລາ​ດົນ​ແທ້ໃນ​ການ​ຮ້ອງາຂໍ​ການ​ສະໜັບສະໜູນ. ຂ້າ​ພະ​ເຈົ້າ​ບໍ່​ຮູ້​ວ່າ ​ເຂົາ​
ເຈົ້າ​ຄິດ​ຢ່າງ​ໃດ​ ກ່ຽວກັບຄວາມຈຳເປັນໃນການຂໍການສະໜັບ ສະໜູນ​ຂອງ​ເຂົາ​ເຈົ້າ
ກ່ອນ​ເວລາ​ນັ້ນ ຂ້າພະ​ເຈົ້າ​ບໍ່​ຮູ້​ວ່າ​ ການ​ໂຈມ​ຈີ​ນີ້​ເກີດ​ຂຶ້ນ​ຢ່າງ​ໃດ. ຂ້າພະ​ເຈົ້າ​ບໍ່​ຮູ້​ວ່າ
ການ​ຊັ່ງ​ຊາ​ຂັ້ນ​ຕົ້ນ​ໄດ້​ເປັນ​ຢ່າງ​ໃດ ທີ່​ເຂົາ​ເຈົ້າ​ໄດ້​ປະ​ເຊີນ​ໜ້າ​ຢູ່.”

ກຳລັງທະຫານພິເສດສະຫະລັດສີ່ຄົນ ຈາກຊ້າຍໄປຫາຂວາ ສິບເອກ Jeremiah Johnson ສິບເອກ Bryan Black ສິບເອກ Dustin Wright ແລະສິບເອກ La David Johnson ທີ່ຖືກສັງຫານຢູ່ໄນເຈີ.

ນາຍ​ພົນ Dunford ຍັງ​ກ່າວ​ວ່າ ພາຍ​ໃຕ້​ກົດ​ລະບຽບ​ຂອງ​ການ​ສູ້ລົບ​ຢູ່ໃນປະເທດ​ໄນ​ເຈີ
ແລ້ວ ກຳລັງ​ສະຫະລັດ​ ພຽງ​ແຕ່​ຕິດຕາມ​ກຳລັງ​ໄນ​ເຈີ ​ເວລາໃດທີ່“​ໂອກາດ​ການ​ຕໍ່ສູ້ກັບ
​ສັດຕູອາດ ​ບໍ່​ມີທ່າທາງວ່າຈະເກີດຂຶ້ນ.”

ຄຳ​ຖາມ​ອື່ນໆ​ອີກ​ທີ່​ຕ້ອງການ​ສືບ​ສວນ​ຢ່າງ​ລະອຽດແມ່ນ​ຮວມທັງ​ວ່າ ສະຫະລັດ​ມີ​ການ​
ສືບ​ລັບ ​ແລະ​ການ​ຊັ່ງ​ຊາ​ທີ່​ແນ່ນອນ​ກ່ຽວກັບການ​ຂົ່ມຂູ່​ຢູ່​ໃນ​ເຂດດັ່ງກ່າວ ​ແລະ​ເປັນ​ຫຍັງ
ຈຶ່ງ​ໃຊ້​ເວລາ​ສອງ​ມື້ ​ຈຶ່ງສາມາດພົບ​ເຫັນສົບ​ຂອງ​ສິບ​ເອກ La David Johnson.

ນາງໝ້າຍ Myeshia Johnson ພັນລະຍາຂອງສິບເອກ La David Johnson ທີ່ຮວມຢູ່ໃນກຳລັງທະຫານພິເສດສະຫະລັດ ສີ່ຄົນ ທີ່ຖືກສັງຫານຢູ່ໄນຈີ in Niger.

ນາຍ​ພົນ Dunford ກ່າວ​ວ່າ ທ່ານ​ຈະ​ຕ້ອງ​ໄດ້​ເພີ້ມຄວາ​ມພະຍາຍາມ​ຂອງທ່ານ​ຂຶ້ນ
ເປັນ “ສອງ​ເທົ່າ” ​ເພື່ອ​ໃຫ້ໄດ້​ຄໍາ​ຕອບ​ຕໍ່​ລັດ​ຖະສະພາ ​ແລະ​ຄອບຄົວ​ສິບ​ເອກ Jonson.
ທ່ານ​ຍັງ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ ​ທີ່​ຈະ​ສຶກສາເບິ່ງ​ ການ​ອ້າງ​ຂອງ​ນາ​ງ ໝ້າຍ Johnson
ຄືຍານາງ Myeshia ທີ່ວ່າ​ ຍານາງໄດ້​ຖືກ​ປະຕິ​ເສດບໍ່​ອະນຸ ຍາດ ໃຫ້​ເບິ່ງ​ສົບ​ສາມີ​
ຂອງຍານາງ​ຢູ່ໃນ​ຫີບໄດ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Your browser doesn’t support HTML5

niger dunford