ຫົວໜ້າທັງ 2 ຕ່າງກໍຍາດແຍ່ງ ເອົາຕຳແໜ່ງ ​ຜູ້ອຳນວຍການ​ ອົງການ​ຄຸ້ມ​ຄອງ​ການ​ເງິນ ​ຜູ້​ບໍລິ​ໂພ​ກ ​

ທ່ານ ມິຄ໌ ໂມລວານີ, ກາງ, ຍ່າງຈາກຕຶກ ໄອເຊີນຮາວເວີ ຫຼັງຈາກ ອອກຈາກຕຶກຫ້ອງການ ອົງການຄຸ້ມຄອງການເງິນຂອງຜູ້ບໍລິໂພກ ວໍຊີງຕັນ, 27 ພະຈິກ, 2017.

ການຕໍ່ສູ້ ກ່ຽວກັບວ່າ ​ແມ່ນ​ຜູ້​ໃດ​ຈະ​ເປັນ​ຜູ້​ກຳກັບນຳຫ້ອງການຂອງ​ລັດຖະບານທີ່ເກີດ
ຂຶ້ນ ​ໃນ​ວໍ​ຊີງ​ຕັນ ​ໃນ​ວັນ​ຈັນ​ວານ​ນີ້ ທີ່​ພົວພັນ​ກັບ​ການສົ່ງອີ​ແມ​ລ ການ​ຟ້ອງ​ຮ້ອງ ​ແລະ​
ຂະໜົມ​ໂດ​ນັດ​ຟຣີ ນັ້ນ.

ຫົວໜ້າງົບ​ປະມານ​ຂອງ​ທຳນຽບຂາວ ທ່ານ ມິຄ ​ໂມ​ລວາ​ນີ ​ແລະ​ເຈົ້າ​ໜ້າ​ທີ່​ຂອງລັດຖະ
ບານ​ ​ທ່ານໂອ​ບາ​ມາ ທ່ານ​ນາງ ລີ​ນດຣາ ອິງ​ກລິສ ຊຶ່ງ​ທັງ​ສອງໄດ້ກ່າວ​ວ່າ ພວກ​ທ່ານ​
ຕ່າງກໍແມ່ນ​ຮັກສາການ​ຜູ້ອຳນວຍການ​ຮັກສາ​ການ​ຊົ່ວຄາວ​ຂອງ​ອົງການ​ຄຸ້ມ​ຄອງ​
ການ​ເງິນ​ຂອງ​ຜູ້​ບໍລິ​ໂພ​ກ ​ແລະ​ທັງ​ສອງ​ຕ່າງກໍໄປ​ມີໜ້າ​ໃນ​ຕຳ​ແໜ່​ງ ​ໃນ​ວັນ​ຈັນ​ວານ​ນີ້ ​
ເພື່ອ​ຮັບ​ໜ້າ​ທີ່ ​ໃນ​ວຽກ​ດຽວ​ກັນ​ນັ້ນ.

ທ່ານ​ນາງ ອິງ​ກລິສ ຮອງອຳນວຍການຂອງ​ອົງການ​ດັ່ງກ່າວ ​ແມ່ນ​ໄດ້​ຍິນ​ດີ​ຕ້ອນຮັບ
​ພວກ​ພະນັກງານ​ທັງຫຼາຍ ຫຼັງ​ຈາກ​ວັນພັກ​ເທດສະການ​ຂອບຄຸນ​ພະ​ເຈົ້າ ຫຼືແທງ​ສກີບ
​ວິ​ງ.

ທ່ານ​ໂມ​ລວາ​ນີ ​ແມ່ນ​ໄດ້​ສົ່ງ​ອີ​ແມ​ລໄປໃຫ້ພວກ​ພະນັກງານ​ທັງຫຼາຍບອກ​ພວກ​ເຂົາ​ເຈົ້າ
​ວ່າ ​ຢ່າເອົາຫົວຊາ​ຕໍ່ອີ​ແມລ ຂອງ ທ່ານ​ນາງ ອິງ​ກລິສ ​ໃຫ້​ສົ່ງໄປ​ໃຫ້​ ຫ້ອງການ​ທາງກົດ
ໝາຍ ​ແລະ​ມາ​ຫາ​ຫ້ອງການ​ຂອງ​ທ່ານ​ເພື່ອ​ກິນຂະໜົມ​ໂດ​ນັດ​ຟຣີ.

ຈາກຊ້າຍ ທ່ານນາງ ທ່ານນາງ ລີນດຣາ ອິງກລິສ, ຜູ້ຊຶ່ງໄດ້ຖືກເລື່ອນຊັ້ນ ເປັນຜູ້ອຳນວຍການຮັກສາການຊົ່ວຄາວ ຂອງອົງການຄຸ້ມຄອງການເງິນຂອງຜູ້ບໍລິໂພກ, ພົບກັບສະມາຊິກສະພາສູງ ຜູ້ນຳສຽງສ່ວນນ້ອຍຈາກພັກເດໂມແຄັຣດ ທ່ານ ຊັກ ຊູມເມີ, ຈາກລັດນິວຢ໊ອກ ແລະສະມາຊິກສະພາສູງ ຈາກລັດມາຊາຈູເຊັຕ ທ່ານນາງອີລະຊາເບັດທ໌ ວໍເຣັນ, ວໍຊີງຕັນ, 27 ພະຈິກ 2017.

ທ່ານ​ນາງ ອິງ​ກລິສ ​ໄດ້​ຟ້ອງ​ຮ້ອງ​ທ່ານ​ໂມ​ລວາ​ນີ ​ໂດຍ​ໂຕ້​ຖຽ​ງວ່າ ວ​ຽກ​ດັ່ງກ່າວ ຄວນເປັນ
ຂອງທ່ານນາງ.

ທຳນຽບຂາວ ກ່າວ​ວ່່າ ກົດໝາຍນັ້ນ​ລະບຸ​ “ຢ່າງ​ຈະ​ແຈ້ງ​ແລ້ວ​ວ່າ” ​ແລະ​ມັນ​ແມ່ນ​ເຂົ້າຂ້າງ​ທາງທ່ານ​ໂມ​ລວາ​ນີ. ທ່ານແມ່ນ​ໄດ້​ກະທຳ​ໃນ​ບົດບາດ​ໜ້າທີ່ ທີ່​ທ່ານກຳກັບ. ຊຶ່ງ​ໄດ້​ຕໍ່ຕ້ານ
ການ​ ໂຈະ​ການ​ຮັບ​ພະນັກງານ​ເປັນເວລາ 30 ວັນ ​ແລະຕໍ່ຕ້ານກົດ​ລະບຽບ​ການ​ໃໝ່ຕ່າງໆ.

ທ່ານ​ໂມ​ລວາ​ນີ ​ແມ່ນ​ອະດີດ​ເຈົ້າ​ຂອງ​ທຸລະ​ກິດ​ຂະໜາດ​ນ້ອຍ ​ແລະ​ເປັນ​ສະມາຊິກ​ສະພາ
ຜູ້​ຊຶ່ງ ຄັ້ງ​ນຶ່ງ​ເອີ້ນ​ອົງການ​ດັ່ງກ່າວ​ນີ້ ວ່າ “​ເປັນຕາ​ເບື່ອ​ໜ່າຍ ​ແລະ​ໜ້າ​ສົງສານ” ທີ່​ເປັນ
ຄຳ​ເວົ້າ​ຫຼິ້ນໆ ທີ່​ຄວນ​ຈະ​ຖືກ​ລົບ​ລ້າງ​ນັ້ນ.

ຜູ້ອຳນວຍການຂອງອົງການຄຸ້ມຄອງການເງິນຂອງຜູ້ບໍລິໂພກ ທ່ານ ຣິກເຈີດ ຄອດເດຣ ກ່າວຖະແຫຼງການໃນວໍຊີງຕັນ, 17 ຕຸລາ 2014.

“ອົງການ​ດັ່ງກ່າວ ຍັງ​ຈະ​ດຳ​ເນີນເຮັດ​ວຽກ ສືບ​ຕໍ່​ໄປ. ຂ່າວ​ລື​ນອງ​ນັນ ທີ່​ວ່າ ຂ້າພະ​ເຈົ້າ
ຈະ​ຈູດ​ເຜົາສະຖານ​ທີ່​ນີ້ ຫຼື​ບໍ່​ກໍລະ​ເບີດ​ມັນ ຫຼືບໍ່ ກໍ​ປິດ​ລ໊ອກປະຕູ​ນັ້ນ ​ແມ່ນ​ວ່າ​ບໍ່​ມີ
​ຄວາມ​ຈິງ,”
ຊຶ່ງ​ທ່ານໂມ​ລວາ​ນີ ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ ​ແລະ​ທ່ານ​ຍັງ​ກ່າວ​ຕໍ່​ໄປ​ວ່າ
“ຂ້າພະ​ເຈົ້າແມ່ນ​ເປັນ​ສະມາຊິກ​ຂອງ​ສະ​ຖາ​ບັນ​ຝ່າຍ​ບໍລິຫານ​ລັດຖະບານ​. ພວກ​ເຮົາ​
ແມ່ນ​ຖືກ​ບັນຍັດ​ມາ​ເພື່ອ​ປະຕິບັດ​ລະບຽບ​ກົດໝາຍຂອງ​ສະຫະລັດ.”

ທ່ານ​ນາງ ອິງ​ກລິສ ບໍ່​ໄດ້​ພົບ​ປະ​ກັບ​ພວກ​ນັໍກຂ່າວ ​ແຕ່​ວ່າ​ ທ່ານນາງ ​ໄດ້​ພົບ​ປະ​ກັບ
​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ພັກ​ເດ​ໂທ​ແຄັຣດ ຜູ້​ຊຶ່ງ​ມີ​ບົດບາດ​ທີ່​ເຜີຍ​ແຜ່​ຈຸດ​ປະສົງ​ຂອງ​ອົງການ​
ດັ່ງກ່າວ​ນີ້ ກໍ​ຄືສະມາຊິກ​ສະພາ​ສູງຜູ້ນຳ ພັກ​ເດ​ໂມ​ແຄັຣດທ່ານ ຊັກ ຊູ​ມ​ເມີ ​ແລະສະມາຊິກ​ສະພາສູງ​ຈາກ​ລັດ​ມາ​ຊາ​ຈູ​ເຊັຕ ​ທ່ານ​ນາງອີ​ລະ​ຊາ​ເບັດ​ທ໌ ວໍ​ເຣັນ.

ການ​ຕໍ່ສູ້​ກັນ​ໃນ​ໜ້າ​ທີ່​ຕຳ​ແໜ່​ງຂອງ​ຫ້ອງການ​ຄຸ້ມ​ຄອງ​ການ​ເງິນ​ຂອງ​ຜູ້​ບໍລິ​ໂພ​ກ ​ແມ່ນ​
ອັນ​ໃໝ່ ທີ່​ຍັງ​ບໍ່​ເດັ່ນ ​ແຕ່​ວ່າ ມັນ​ແມ່ນ​ຫ້ອງການ​ທີ່​ສຳຄັນ​ໃນ​ລັດຖະບານ​ກາງ ​ແມ່ນ​ໄດ້
​ມີ​ຂຶ້ນ​ໃນ​ສັບປະດາ​ຜ່ານ​ມາ​ນີ້.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ທ້າວ ໄມຄ ລິຕ, ຊ້າຍ, ແຄັຕລິນ ວີແຕັສ ແລະທ່ານຣັຕ ຊຸສວິນ, ປະກອບສ່ວນຮ່ວມກັບບັນດາສະມາຊິກຄົນອື່ນໆ ທີ່ເປັນປາກເປັນສຽງ ເພື່ອປະທ້ວງອົງການຄຸ້ມຄອງການເງິນຂອງຜູ້ບໍລິໂພກ ໃນວໍຊີງຕັນ ໃນຂະນະທີ່ມີການປະຊຸມກັບກຸ່ມຝ່າຍຄ້ານ ທ່ານ ມິຄ ໂມລວານີ .