31 ຄົນ ເສຍຊີວິດ ໃນເຫດລະເບີດ ຢູ່ເມືອງ Qamishli ປະເທດຊີເຣຍ

ແຜນທີ່ແຂວງ Hassakeh province ຂອງຊີເຣຍ ທີ່ສະແດງ ໃຫ້ເຫັນເມືອງ Hassakeh ແລະເມືອງ Qamishli.

ມີ​ຜູ້​ເສຍ​ຊີວິດ ​ຢ່າງ​ໜ້ອຍ 31 ຄົນ​ ແລະ​ບາດ​ເຈັບ​ອີກຫຼາຍສິບ​ຄົນ ທີ່​ເມືອງ Qamishli ​ໃນ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຊີ​ເຣຍໃກ້ໆ​ຊາຍ​ແດນ​ເທີ​ກີ ອີງ​ຕາມກຸ່ມ​ຕິດຕາມສິ້ງຊອມ​ສະຖານະ​ການ​ໃນ​ຊີ​ເຣຍ.

ກຸ່ມ​ສິ້ງຊອມ​ສິດທິ​ມະນຸດ​ໃນ​ຊີ​ເຣຍ ທີ່​ມີ​ສຳນັກງານ​ຢູ່​ອັງກິດ ກ່າວ​ວ່າ ​ນຶ່ງ​ໃນການ​ໂຈ​ມຕີ ດ້ວຍລະ​ເບີດນັ້ນ ​ແມ່ນ​ແນ​ເປົ້າ​ໃສ່​ຕຶກໂຮງການ​ລັດຖະບານທີ່​ເປັນ​ກອງ​ບັນຊາ​ການ​ຮັກ ສາ​ຄວາມ​ປອດ​ໄພ ຂອງ​ລັດຖະບານ​ຊາວ​ເຄີ​ດ ​ທີ່​ຄວບ​ຄຸມ​ບໍລິ​ເວນ ອ້ອມ​ແອ້ມ​ເມືອງ Qamishli.

ກຸ່ມ​ລັດ​ອິສລາມ ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ ​ຕໍ່​ການ​ໂຈມ​ຕີ​ດັ່ງກ່າວ ຜ່ານ​ທາງ​ຖະ​ແຫຼງ ການ​ທີ່​ພິມ​ເຜີຍ​ແຜ່​ໂດຍ​ເວັບ​ໄຊ​ອົງການ​ຂ່າວ Aamaq ​ໂດຍ​ກ່າວ​ວ່າ ຕົນ​ໄດ້​ແນ​ເປົ້າ​ໝາຍ​ໃສ່​ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ຊາວ​ເຄີ​ດ.

ກຸ່ມ​ລັດ​ອິສລາມ​ກຳລັງ​ຕໍ່ສູ້​ກັບ​ທະຫານ​ບ້ານ YPG ຂອງ​ຊາວ​ເຄີ​ດ ແລະ​ເຄີຍ​ທຳການ​ໂຈມ​ຕີ​ທີ່​ຄ້າຍຄືກັນນີ້ມາ​ຫລາຍ​ເທື່ອ​ແລ້ວ ຢູ່​ໃນ​ເຂດ​ດັ່ງກ່າວ​ໃນ​ໄລຍະ​ຜ່ານ​ມາ.

ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ສະຫຼະຊີບ​ໄດ້​ສັງຫານ ສະມາຊິກກຳລັງ​ຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນ ​ຂອງ​ຊາວ​ເຄີ​ດ 6 ຄົນ ຊຶ່ງ​ຮູ້​ກັນ ​ໃນ​ຊື່ Asayish ​ເມື່ອ​ເດືອນ​ເມສາ​ຜ່ານ​ມາ.​ ​ໃນ​ເດືອນ​ກໍລະກົດ​ນີ້ ກຸ່ມ​ລັດ​ອິສລາມ​ກໍ​ໄດ້​ທຳການ​ໂ​ຈມຕີ​ດ້ວຍ​ລະ​ເບີດ​ສະຫຼະຊີບທີ່​ເຮັດ​ໃຫ້​ຢ່າງໜ້ອຍ 16 ຄົນ​ເສຍ​ຊີວິດ​ຢູ່​ເມືອງ Hasaka.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ