ໂດ​ຣນ ຖືກ​ນຳ​ໃຊ້ ເພື່ອ​ຕິດ​ຕາມ ສຸ​ຂະ​ພາບ​ຂອງ ປາ​ວານ ໃນ ອອ​ສ​ເຕ​ຣ​ເລຍ

ປາ​ວານຫຼັງ​ກົ່ງ ລອຍ​ຢູ່​ນອກ​ຊາຍ​ຝັ່ງ ທີ່​ຫາດ ໂຄ​ລ​ແວ​ລ​ລີ (Clovelly) ນະ​ຄອນ ຊິດ​ນີ, ປະ​ເທດ ອອ​ສ​ເຕ​ຣ​ເລຍ. 19 ມິ​ຖຸ​ນາ, 2016.

ເຮືອ​ບິນບໍ່​ມີ​ຄົນ​ຂັບ​ລຳ​ນຶ່ງ ກຳ​ລັງ​ຖືກ​ໃຊ້​ ໂດຍ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ຊາວ ອອ​ສ​ເຕ​ຣ
ເລຍ ເພື່ອເກັບກຳນໍ້າມູກທີ່ມີຄ່າຢ່າງສູງຂອງປາວານ ທີ່ກຳລັງຍ້າຍບ່ອນຢູ່ຂອງພວກ
ມັນ. ນ້ຳເມືອກດັ່ງກ່າວ ແມ່ນອຸດົມສົມບູນໄປດ້ວຍ DNA, ໄວຣັສ ແລະ ແບັກທີເຣຍ,
ແລະ ມັນໄດ້ຖືກເກັບກຳມາດ້ວຍໂດຣນ ທີ່ບິນຢູ່ເທິງຮູດັງຂອງປາວານຫຼັງກົ່ງ ໃນເວລາ
ທີ່ພວກມັນເດີນທາງເປັນຄັ້ງສຳຄັນ ໄປຕາມຊາຍຝັ່ງກ້ຳຕາເວັນອອກຂອງ ອອສເຕຣ
ເລຍ. ນັກຂ່າວວີໂອເອ ຟິລ ເມີເຊີ ມີລາຍງານຈາກນະຄອນ ຊິດນີ, ເຊິ່ງ ພຸດທະສອນ
ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

Your browser doesn’t support HTML5

ຟັງ​ລາຍ​ງານ ໂດ​ຣນ ຖືກ​ນຳ​ໃຊ້ ເພື່ອ​ຕິດ​ຕາມ ສຸ​ຂະ​ພາບ​ຂອງ ປາ​ວານ ໃນ ອອ​ສ​ເຕ​ຣ​ເລຍ

ປາ​ວານ, ຄື​ກັບ​ສັດ​ລ້ຽງ​ລູກ​ດ້ວຍນໍ້າ​ນົມ​ທຸກ​ຊະ​ນິດ ຕ້ອງ​ການ​ອາ​ກາດ, ແລະ ຂຶ້ນ​ມາ​ເທິງ​
ໜ້ານ້ຳເພື່ອຫາຍໃຈຜ່ານຮູດັງຂອງມັນ.

ທ່ານ​ນາງ ວາ​ເນັ​ສ​ຊາ ປີ​ຣັອດ​ຕາ, ນັກ​ຊີ​ວະ​ວິ​ທະ​ຍາ​ໃນ​ນ້ຳ ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ແມັກ​
ແຄວຣີ ກ່າວວ່າ ນ້ຳມູກຂອງມັນຈະບອກໃຫ້ຮູ້ເຖິງສຸຂະພາບຂອງປາວານ.

ທ່ານ​ນາງ ວາ​ເນັ​ສ​ຊາ ​ກ່າວ​ວ່າ “ມັນ​ແມ່ນ​ນ້ຳ​ປຽກໆ​ທີ່​ທ່ານ​ເຫັນ ໃນ​ເວ​ລາ​ທີ່​ປາ​ວານ​ຂຶ້ນ​
ມາຫາຍໃຈຢູ່ເທິງໜ້ານ້ຳ. ທ່ານມັກຈະໄດ້ເຫັນອາຍນ້ຳ ແລະ ມັນມີສຽງຄືກັບສຽງຫາຍ
ໃຈແຮງໆ ໃນເວລາປາວານຫາຍໃຈ, ເພາະວ່າ, ພວກມັນ ກໍແມ່ນສັດລ້ຽງລູກດ້ວຍນົມ
ຄືກັບທ່ານ ແລະ ຂ້າພະເຈົ້າ, ແລະ ມັນມີຮູດັງສອງຮູ, ແລະ ມັນແມ່ນປາວານຫຼັງກົ່ງ
ແບບໂຕອູດ ທີ່ຂ້າພະເຈົ້າກຳລັງເວົ້າຢູ່ດຽວນີ້. ສະນັ້ນໃນເວລາທີ່ພວກມັນຫາຍໃຈ ມັນ
ຈຶ່ງມີແບັກທີເຣຍຢູ່ປອດຈຳນວນຫຼາຍໆອອກມາຈາກປອດຂອງມັນ, ເຊິ່ງພວກເຮົາຈະ
ສາມາດເກັບເອົາມາ ເພື່ອກວດເບິ່ງສຸຂະພາບຂອງປາວານ.”

ບັນ​ດາ​ນັກ​ຄົ້ນ​ຄ​ວ້າ​ຊາວ ອອ​ສ​ເຕ​ຣ​ເລຍ ໄດ້​ຕິດແກ້ວ​ຫ້ອງ​ທົດ​ລອງ​ທີ່​ໃຊ້​ໃນ​ການ​ທົດ​
ລອງວິທະຍາສາດໃສ່ໂດຣນ ເຊິ່ງມັນຈະບິນຜ່ານອາຍນ້ຳທີ່ພົ່ນອອກມາຈາກດັງຂອງ
ປາວານ.

ທ່ານ​ນາງ ວາ​ເນັ​ສ​ຊາ ກ່າວ​ວ່າ “ໃນ​ຂະ​ນະ​ທີ່​ປາ​ວານ​ຂຶ້ນ​ມາ​ຫາຍ​ໃຈ, ເຈົ້າ​ຈະ​ສາ​ມາດ​
ເຫັນມັນຂຶ້ນມາເທິງໜ້ານ້ຳໃນມື້ທີ່ມີອາກາດດີໆ, ແລ້ວໂດຣນກໍຈະບິນຕ່ຳລົງ, ແລ້ວ
ແກ້ວຫ້ອງທົດລອງກໍຈະເປີດ ແລະ ໂດຣນກໍຈະບິນຜ່ານເຂົ້າໄປໃນຫາອາຍພົ່ນນ້ຳທີ່
ໜາທີ່ສຸດຂອງປາວານ, ແລ້ວກໍເກັບເອົາຕົວຢ່າງໄວ້ໃນແກ້ວຫ້ອງທົດລອງ. ຫຼັງຈາກ
ເຮັດແລ້ວໆຝາກໍຈະປິດລົງ ແລະ ໂດຣນກໍຈະບິນກັບມາຫາເຮືອຂອງນັກຄົ້ນຄວ້າ ແລະ
ພວກເຮົາກໍເກັບເອົາຕົວຢ່າງມາ ເພື່ອນຳເອົາມັນໄປຜ່ານຂະບວນການຕ່າງໆຢູ່ໃນຫ້ອງ
ທົດລອງ.”

ການ​ຄົ້ນ​ຄວ້າ​ສາ​ມາດ​ຊ່ວຍ ​ໃນ​ການ​ແກ້​ໄຂ​ຄວາມ​ລຶກ​ລັບ​ຂອງ​ສັດ​ທີ່​ສະ​ຫງ່າ​ງາມ​ໂຕ​
ອື່ນໆແຫ່ງທະເລເລິກນີ້, ເຊິ່ງແມ່ນປາວານ Southern White. ຈຳນວນຂອງມັນ ໄດ້
ຟື້ນຟູຂຶ້ນມາຄືນ ຢູ່ຊາຍຝັ່ງກ້ຳຕາເວັນຕົກຂອງ ອອສເຕຣເລຍ ນັບຕັ້ງແຕ່ການລ່າມັນ
ໄດ້ຖືກກຳນົດວ່າຜິດກົດໝາຍ ແຕ່ປະຊາກອນຂອງມັນຢູ່ທະເລພາກຕາເວັນອອກ
ແມ່ນຍັງຄົງມີຈຳນວນຕ່ຳຢູ່ຄືເກົ່າ.

ໃນ​ການ​ສຶກ​ສາ​ ກ່ຽວ​ກັບ ສຸ​ຂະ​ພາບ​ຂອງ​ປາ​ວານ​ໃນ​ຄັ້ງ​ທີ່​ຜ່ານ​ມາ ແມ່ນ​ຕ້ອງ​ໄດ້​ອາ​ໄສ​
ການຄົ້ນຄວ້າພວກປາວານ ທີ່ຕາຍແລ້ວ ຫຼືບໍ່ກໍແມ່ນພວກປາວານທີ່ຕິດຄ້າງຢູ່ເທິງຫາດ
ຊາຍ.

ໂດ​ຣນ​ເຮັດ​ໃຫ້​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ສາ​ມາດ​ເກັບ​ກຳ​ຕົວ​ຢ່າງ​ຕ່າງໆ​ຈາກ​ປາ​ວານ​ທີ່
ກຳລັງລອຍນ້ຳຢູ່ ເພື່ອເກັບກຳຂໍ້ມູນໃນວິທີທີ່ປອດໄປ ແລະ ບໍ່ເປັນອັນຕະລາຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ