ຕຳຫຼວດຢີ່ປຸ່ນ ພົບເຫັນ ຍົນນ້ອຍບໍ່ມີຄົນຂັບ ຢູ່ເທິງຫຼັງຄາ ສຳນັກງານນາຍົກ

ຕຳຫຼວດຄົນນຶ່ງ ກຳລັງກວດສອບ ຍົນນ້ອຍບໍ່ມີຄົນຂັບ ຢູ່ເທິງຫລັງຄາ ຫ້ອງການຂອງນາຍົກລັດຖະມົນຕີ Shinzo Abe ໃນນະຄອນຫລວງ ໂຕກຽວ, ວັນທີ 22 ເມສາ 2015.

ບັນດາ​ເຈົ້າໜ້າ​ທີ່​ຍີ່ປຸ່ນ ໄດ້ເລີ້ມການ​ສືບສວນ​ສອບ​ສວນ ຫຼັງຈາກ
​ທີ່​ໄດ້​ພົບ​ເຫັນ ​ຍົນ​ນ້ອຍບໍ່​ມີ​ຄົນ​ຂັບ ຫຼື​ drone ລຳນຶ່ງຢູ່​ເທິງ​ຫຼັງຄາ
​ ສຳນັກງານ ນາຍົກ​ລັດຖະມົນຕີ Shinzo Abe.

ອົງການວິທະຍຸ ແລະ ໂທລະພາບ​ແຫ່ງຊາດ NHK ລາຍງານວ່າ
ຍົນ​ສີ່ໃບ​ພັດລຳ​ດັ່ງກ່າວ ທີ່ມີເສັ້ນຜ່າສູນກາງປະ​ມານ 50 ຊັງ​ຕີ
​ແມັດ ໄດ້ບັນຈຸ​ກ້ອງຖ່າຍ​ຮູບ ພ້ອມ​ດ້ວຍ​ຂວດ​ຢາງອັນ​ນຶ່ງ ​ແລະ
ອຸປະກອນ ທີ່ມີລັກສະນະຄ້າຍຄື ເຄື່ອງຈູດແປວ​ໄຟ ເພື່ອໃຫ້
ສັນຍານ.

ສື່ມວນຊົນຈຳນວນນຶ່ງ ​ຍັງລາຍ​ງານ​ວ່າ ​ໂດຣນລຳດັ່ງກ່າວ ​ແມ່ນມີຮູບ ທີ່ເປັນ​ສັນຍາ​ລັກ​ຂອງກຳມັນຕະພາບ​ລັງສີ ​ແລະອົງການ​ຂ່າວ Kyodo ລາຍ​ງານວ່າ ມີການກວດພົບກຳ​ມັນ​ຕະພາບ​ລັງສີ​ ປະລິມານ​ນ້ອຍໆຢູ່ ໃນ​ຍົນ​ລຳ​ດັ່ງກ່າວດ້ວຍ.

ລາຍງານຂ່າວ​ໂທລະພາບ ສະ​ແດງ​ໃຫ້​ເຫັນວ່າ ​ເຈົ້າໜ້າ​ທີ່​ຕຳຫຼວດ ຫຼາຍສິບຄົນ ຫ້ອມລ້ອມ ​ຍົນລຳນັ້ນ ຊຶ່ງ​ປົກ​ຄຸມ​ດ້ວຍ​ຜ້າສີຟ້າ.

ຍັງບໍ່ເປັນທີ່ຈະ​ແຈ້ງ​ເທື່ອ​ວ່າ ຜູ້​ໃດສົ່ງ​ໂດຣນລຳ​ດັ່ງ​ກ່າວມາ ຫຼື ວ່າ​ພວກ​ເຂົາ​ມີ​ຈຸດປະສົງ
​ອັນ​ໃດ. ລາຍ​ງານກ່າວ​ວ່າ ບໍ່​ມີຜູ້​ໃດໄດ້​ຮັບ​ບາດ​ເຈັບ​ເລີຍ. ນາຍົກ​ລັດຖະມົນຕີ Shinzo
Abe ບໍ່​ໄດ້​ຢູ່​ໃນ​ຫ້ອງການ​ຂອງ​ທ່ານ​ໃນ​ເວລາ​ນັ້ນ ທ່ານ​ໄດ້​ເດີນທາງ​ໄປ​ຮ່ວມກອງ​ປະຊຸມ​
ຢູ່​ທີ່ອິນ​ໂດ​ເນ​ເຊຍ.

Your browser doesn’t support HTML5

Japan Drone