ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວໃນຕ່າງແດນຂອງວີໂອເອ
ໃນວັນພະຫັດມື້ນີ້ ເຮົາຈະນຳເອົາການໂອ້ລົມກັບ ດຣ. ສົມໝາຍ ສິຣີປັນໂຍ ທີ່ເປັນຜູ້ຊ່ຽວ
ຊານດ້ານຜ່າຕັດແຂ້ວຄົນອາເມຣິກັນເຊື້ອສາຍລາວ ຢູ່ເມືອງຝອດເວີດ ລັດເທັກຊັສ ມາ
ສະເໜີທ່ານ. ນາຍແພດຜ່າຕັດແຂ້ວທີ່ບໍ່ເໝືອນກັບນາຍແພດຫລົກແຂ້ວໂດຍທົ່ວໄປ ທີ່
ມີຄວາມຊຳນິຊໍານານເລິກແລບໄປກວ່ານັ້ນ. ເວລາໃດ ທີ່ພວກນາຍແພດຫລົກແຂ້ວ ບໍ່
ສາມາດຖອນກະດູກແຂ້ວທີ່ຫັກ ຫຼືແຕກແຫງອອກໄດ້ນັ້ນ ພາຍໃຕ້ສະພາບດັ່ງກ່າວນີ້
ແມ່ນໜ້າທີ່ຂອງ ດຣ. ສົມໝາຍ ເປັນຜູ້ປິ່ນປົວ. ເຊີນຟັງການໂອ້ລົມກັບ ດຣ. ສົມໝາຍ
ຈາກກິ່ງສະຫວັນ ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຊີນຟັງການໂອ້ລົມກັບ ດຣ. ສົມໝາຍ ສິຣິປັນໂຍ
ດອກເຕີ ປົວແຂ້ວ ຫຼື dentist ແບ່່ງໜ້າທີ່ອອກສອງຢ່າງ ແລະປະຕິບັດ ໜ້າທີ່ບໍ່ຄືກັນ.
ໂດຍທົ່ວໄປແລ້ວແມ່ນໝໍຫລົກແຂ້ວແລະໃສ່ແຂ້ວ. ແຕ່ດອກເຕີ ຝ່າຍຜ່າຕັດແຂ້ວມີ
ຄວາມຊຳນານ ແລະສະຫລັບຊັບຊ້ອນໄປກວ່ານາຍໝໍຫລົກ ແຂ້ວທຳມະດາ ຊຶ່ງເວລາ
ໃດນາຍໝໍຫລົກແຂ້ວບໍ່ສາມາດທີ່ຈະຖອນເອົາແຂ້ວທີ່ ຫັກຄາ ຫຼືແຕກແຫງ ອອກມາ
ໄດ້ນັ້ນ ເວລານີ້ແມ່ນໜ້າທີ່ ຂອງດອກເຕີຜ່າຕັດ ແຂ້ວ ທີ່ເປັນຜູ້ເຂົ້າມາປິ່ນປົວ.
ດຣ ສົມໝາຍ ສິຣິປັນໂຍ ອາຍຸ 58 ປີ ເປັນຄົນອາເມຣິກັນເຊື້ອສາຍລາວ ທີ່ສຳເລັດ
ການສຶກສາຝ່າຍຜ່າຕັດແຂ້ວ ຕັ້ງຄລິນິກຂອງຕົນເອງຊື່ວ່າ “ສົມໝາຍ ສິຣິປັນໂຍ
DDS PC” ຢູ່ເມືອງຝອດເວິດ ລັດເທັກຊັສ ມາໄດ້ສາມສິບປີແລ້ວ. ທ່ານໄດ້ກ່າວ
ເຖິງຄວາມໄຝ່ຝັນ ຢາກເປັນນາຍແພດມາແຕ່ນ້ອຍ ແລະໃນທີ່ສຸດ ກໍປະສົບຜົນສໍາ
ເລັດໝໍຜ່າຕັດແຂ້ວສູ່ ວີໂອເອ ຟັງດັ່ງນີ້:
Your browser doesn’t support HTML5
ເຊີນຟັງການໂອ້ລົມກັບ ດຣ. ສົມໝານ ສິຣິປັນໂຍ
ດຣ. ສົມໝາຍ ເກີດຢູ່ໃນປະເທດລາວ ເດີນທາງເຂົ້າມາຄັ້ງຖິ່ນຖານໃໝ່ຢູ່ໃນສະຫະ
ລັດກັບຄອບຄົວ ໃນຊຸມປິ 1980 ເຂົ້າໃຈເຖິງແນວຄິດກ່ຽວກັບວັດທະນາທຳລາວວ່າ
ເຂົາເຈົ້າຄິດຢ່າງໃດ ກ່ຽວກັບວິຊາດ້ານການແພດ ຊຶ່ງ ດຣ. ສົມໝາຍ ກ່າວ
ເຖິງຕອນນີ້ວ່າ:
Your browser doesn’t support HTML5
ເຊີນຟັງການໂອ້ລົມກັບ ດຣ. ສົມໝານ ສິຣິປັນໂຍ
ການປົວແຂ້ວຢູ່ໃນສະຫະລັດມີລາຄາແພງ ແມ່ນແຕ່ປະກັນໄພກໍບໍ່ສາມາດຈ່າຍ ໃຫ້ໄດ້
ໝົດ ເພາະສະນັ້ນບັນດາຄົນປ່ວຍ ຕ້ອງໄດ້ຈ່າຍດ້ວຍຕົນເອງ ແລະອາ ໄສໃຫ້ປະກັນໄພ
ຈ່າຍບາງສ່ວນ ຊຶ່ງ ດຣ. ສົມໝາຍ ອະທິບາຍສູ່ຟັງດັ່ງນີ້:
Your browser doesn’t support HTML5
ເຊີນຟັງການໂອ້ລົມກັບ ດຣ. ສົມໝານ ສິຣິປັນໂຍ
ການປົວແຂ້ວ ຫລົກແຂ້ວ ໃສ່ແຂ້ວ ເປັນເລື້ອງສະຫລັບຊັບຊ້ອນ ທີ່ບັນດາຄົນທົ່ວໄປບໍ່
ສາມາດເຂົ້າໃຈໄດ້ຢ່າງເລິກເຊິ້ງ ເພາະສະນັ້ນ ບັນດາໝໍຜູ້ຊ່ຽວຊານເຫຼົ່ານີ້ ຈຶ່ງມີໜ້າທີ່
ຂອງໃຜລາວ ຊຶ່ງ ດຣ. ສົມໝາຍ ໄດ້ອະທິບາຍສູ່ຟັງດັ່ງນີ້:
Your browser doesn’t support HTML5
ເຊີນຟັງການໂອ້ລົມກັບ ດຣ. ສົມໝານ ສິຣິປັນໂຍ
ການເປັນນາຍແພດ ແລະເຈົ້າຂອງຄລິນິກ ມີໜ້າທີ່ຮັບຜິດຊອບສູງ ຮວມທັງ ຄໍ້າປະ
ກັນການປິ່ນປົວ ບໍລິຫານທຸລະກິດ ແລະການເງິນ. ດຣ. ສົມໝາຍ ໄດ້ທ້າຍ ເຖິງ
ລາຍໄດ້ ລາຍຈ່າຍປະຈຳປີ ຂອງຄລິນິກຕົນເອງດັ່ງນີ້:
Your browser doesn’t support HTML5
ເຊີນຟັງການໂອ້ລົມກັບ ດຣ. ສົມໝານ ສິຣິປັນໂຍ
ດຣ. ສົມໝາຍ ສີຣິປັນໂຍ ແມ່ນໝໍຜ່າຕັດແຂ້ວອາເມຣິກັນເຊື້ອສາຍລາວ ທີ່ມີບໍ່ຫຼາຍ
ໂດຍສະເພາະຊຳນານໃນດ້ານການຜ່າຕັດທີ່ບໍ່ເໝືອນກັນກັບໝໍຫລົກແຂ້ວ ໂດຍທົ່ວ
ໄປ. ທ່ານແມ່ນໝໍປົວແຂ້ວ ທີ່ເປັນຄົນລາວຈຳນວນນຶ່ງ ທີ່ເຮັດທຸລະກິດເປັນຂອງຕົນ
ເອງຢູ່ໃນລັດເທັກຊັສ