ສະມາຊິກສະພາຕໍ່າ ແລະ ສະພາສູງ ສັງກັດພັກຣີພັບບລີກັນ ຫຼາຍສິບຄົນ ຈະເຂົ້າຮ່ວມໃນຄວາມພະຍາຍາມ ເພື່ອປະຕິເສດໄຊຊະນະ ຂອງທ່ານ ໄບເດັນ

ຕຶກຫໍລັດຖະສະພາ ສະຫະລັດ ສາມາດແນມເຫັນໄດ້ ຢູ່ເບື້ອງຫຼັງຂອງອະນຸສາວະລີ ວໍຊິງຕັນ. 26 ທັນວາ, 2020.

ສະມາຊິກສະພາສັງກັດພັກຣີພັບບລີກັນຫຼາຍກວ່າ 100 ຄົນໃນສະພາຕໍ່າ ແລະ ສະມາຊິກສະພາສູງ 12 ຄົນເວົ້າວ່າ ເຂົາເຈົ້າຈະເຂົ້າຮ່ວມໃນຄວາມພະຍາຍາມທີ່ເກືອບວ່າບໍ່ປະສົບຄວາມສຳເລັດຢ່າງແນ່ນອນແລ້ວໃນວັນພຸດຈະມາເຖິງນີ້ ເພື່ອຫາທາງທີ່ຈະກີດກັ້ນການຢືນຢັນຄະແນນສຽງຂອງຄະນະຜູ້ແທນການເລືອກຕັ້ງທີ່ສະແດງໃຫ້ເຫັນວ່າ ທ່ານ ໂຈ ໄບເດັນ ທີ່ສັງກັດພັກເດໂມແຄຣັດ ໄດ້ຊະນະປະທານາທິບໍດີ ດໍໂນລ ທຣຳ ໃນການເລືອກຕັ້ງເມື່ອເດືອນພະຈິກປີກາຍນີ້.

ການຢືນຢັນຄະແນນສຽງຂອງຄະນະຜູ້ແທນການເລືອກຕັ້ງ 306 ຕໍ່ 232 ທີ່ຖືກມອບໃຫ້ທ່ານ ໄບເດັນ ແມ່ນບາດກ້າວສຸດທ້າຍກ່ອນທີ່ທ່ານມີກຳນົດທີ່ຈະສາບານຕົວເຂົ້າດຳລົງຕຳແໜ່ງເປັນປະທາ ນາທິບໍດີຄົນທີ 46 ຂອງປະເທດໃນວັນທີ 20 ມັງກອນນີ້.

ທັງສອງສະພາໃນລັດຖະສະພາຈະຕ້ອງສະໜັບສະໜູນການຄັດຄ້ານຕ່າງໆເພື່ອພິກປີ້ນຜົນການເລືອກຕັ້ງທີ່ເປັນໄຊຊະນະຂອງທ່ານ ໄບເດັນ. ພັກເດໂມແຄຣັດ ແມ່ນຄວບຄຸມສະພາຕໍ່າດ້ວຍຄະ ແນນສຽງຫຼາຍກວ່າເລັກນ້ອຍ ແລະ ມີຄວາມແນ່ນອນທີ່ຈະຢືນຢັນໄຊຊະນະຂອງທ່ານ ໄບເດັນ, ໃນຂະນະທີ່ພັກເດໂມແຄຣັດສຽງສ່ວນນ້ອຍໃນສະພາສູງ, ພ້ອມກັບສະມາຊິກພັກຣີພັບບລີກັນບາງຄົນຜູ້ທີ່ຮັບຮູ້ໄຊຊະນະຂອງທ່ານ ໄບເດັນ ນັ້ນ, ແມ່ນມີຄວາມເປັນໄປໄດ້ວ່າຈະເຮັດແບບດຽວກັນ ໃນສະພາສູງ.

ທ່ານ ທຣຳ, ຜູ້ທີ່ໄດ້ກ່າວອ້າງຢ່າງບໍ່ມີຫຼັກຖານເປັນເວລາຫຼາຍອາທິດແລ້ວທີ່ວ່າ ທ່ານຖືກສໍ້ໂກງການເລືອກຕັ້ງເພື່ອດຳລົງຕຳແໜ່ງສະໄໝທີສອງນັ້ນ, ໄດ້ສືບຕໍ່ສະໜັບສະໜູນການປະທ້ວງ ກ່ຽວ ກັບ ການຜ່າຍແພ້ຂອງທ່ານ, ເຊິ່ງແມ່ນຜົນທີ່ຈະເຮັດໃຫ້ທ່ານເປັນປະທານາທິບໍດີ ສະຫະລັດ ຄົນທີ 5 ໃນຮອບ 245 ປີ ທີ່ຜ່າຍແພ້ການພະຍາຍາມເລືອກຕັ້ງຄືນ ຫຼັງຈາກການດຳລົງຕຳແໜ່ງນຶ່ງສະໄໝ.

ການກ່າວອ້າງຕ່າງໆຂອງທ່ານລວມມີການຂຽນຂໍ້ຄວາມໃນທວິດເຕີຫຼາຍຄັ້ງ ລວມທັງໃນວັນອາທິດວານນີ້ຕື່ມອີກ,​ ທີ່ໄດ້ກໍ່ໃຫ້ທວິດເຕີໝາຍຂໍ້ຄວາມຂອງທ່ານດ້ວຍຄຳເຕືອນທີ່ເວົ້າວ່າ “ການກ່າວ ອ້າງ ກ່ຽວກັບ ການສໍ້ໂກງການເລືອກຕັ້ງນີ້ແມ່ນຖືກຄັດຄ້ານ.”

ທ່ານປະທານາທິບໍດີໄດ້ຂຽນຂໍ້ຄວາມໃນວັນອາທິດວານນີ້ວ່າ “ບັນດາລັດທີ່ມີລະດັບການສະໜັບ ສະໜູນສອງພັກການເມືອງເທົ່າກັນແມ່ນບໍ່ໃກ້ຄຽງທີ່ຈະບອກໃຫ້ປະຕິບັດຕາມກົດໝາຍນິຕິບັນຍັດຂອງລັດເຂົາເຈົ້າເລີຍ. ກົດໝາຍການເລືອກຕັ້ງຂອງລັດພວກນີ້ໄດ້ຖືກເຮັດຂຶ້ນໂດຍຜູ້ພິພາກສາ ແລະ ນັກການເມືອງໃນທ້ອງຖິ່ນ, ບໍ່ແມ່ນສະພານິຕິບັນຍັດຂອງເຂົາເຈົ້າ. ແລະ ແມ່ນກະທັ້ງໄດ້ອະນຸຍາດໃຫ້ເກີດຄວາມບໍ່ສະຫງົບ ແລະ ການສໍ້ໂກງ, ມັນຜິດຕໍ່ລັດຖະທຳມະນູນ.”

ທ່ານ ທຣຳ ຍັງໄດ້ຮຽກຮ້ອງໃຫ້ຜູ້ສະໜັບສະໜູນຂອງທ່ານຈັດການຊຸມນຸມໃນນະຄອນຫຼວງ ວໍຊິງ ຕັນໃນວັນພຸດນີ້ ເພື່ອປະທ້ວງການຢືນຢັນໄຊຊະນະຂອງ ທ່ານ ໄບເດັນ.

ອ່ານຂ່າວນີ້ເປັນພາສາອັງກິດ