ນັບເປັນເທື່ອທີສອງ ໃນອາທິດນີ້ ທີ່ກຸ່ມບຸກຄົນສຳຄັນຂອງພັກຣີພັບບລີກັນ ກ່າວວ່າ ຕົນ ຈະບໍ່ໃຫ້ການສະໜັບສະໜຸນແກ່ທ່ານ Donald Trump ເປັນປະທານາທິບໍດີສະຫະລັດ.
ສະມາຊິກພັກຣີພັບບລີກັນຫລາຍກວ່າ 70 ຄົນ ຮວມທັງອະດີດສະມາຊິກລັດຖະສະພາ ແລະພວກເຈົ້າໜ້າທີ່ອະວຸໂສຂອງລັດຖະບານທ່ານ Ronald Reagan ແລະລັດຖະບານຂອງປະທານາທິບໍດີ Bush ທັງຜູ້ເປັນພໍ່ແລະລູກ ໄດ້ຮ່າງຈົດໝາຍສະບັບນຶ່ງ ສົ່ງໄປຍັງ ປະທານຄະນະກຳມະການແຫ່ງຊາດ ຂອງພັກຣີພັບບລີກັນ ທ່ານ Reince Priebus.
ທ່ານ Khizr Khan ທີ່ລູກຊາຍໄດ້ເສຍຊີວິດ ຂະນະຮັບໃຊ້ຢູ່ໃນກອງທັບ ສະຫະລັດ
ພວກເຂົາເຈົ້າຕ້ອງການຢາກໃຫ້ຄະນະກຳມະການແຫ່ງຊາດຂອງພັກຣີພັບບລີກັນຢຸດເຊົາການໃຊ້ເງິນ ເວລາ ພະນັກງານ ແລະການໂຄສະນາ ຂອງພັກ ເພື່ອສະໜັບສະໜຸນທ່ານ Trump ແລະໃຊ້ປັດໄຈ ຕະຫລອດທັງພະນັກງານແລະສິ່ງຂອງເຫຼົ່ານີ້ໄປສະໜັບສະໜຸນບັນດາຜູ້ສະໝັກ ເປັນສະມາຊິກສະມາຕ່ຳ ແລະສະພາສູງ ຂອງພັກແທນ. ພວກເຂົາເຈົ້າ ກ່າວວ່າ ໂອກາດທີ່ທ່ານ Trump ຈະຊະນະການເລືອກຕັ້ງ ໃນເດືອນພະຈິກ ກຳລັງເຫີຍ ຫາຍໄປໃນແຕ່ລະມື້.
ຮວມຢູ່ໃນບັນດາເຫດຜົນອື່ນໆນັ້ນ ພວກເຂົາເຈົ້າໄດ້ອ້າງການປະທະຄາລົມຂອງທ່ານກັບພໍ່ແມ່ຂອງທະຫານອາເມຣິກັນທີ່ນັບຖືສາສະໜາອິສລາມ ທີ່ໄດ້ເສຍຊີວິດຢູ່ອີຣັກ ການໃຫ້ຊ່ອງທາງວ່າ ພວກສະໜັບສະໜຸນສິດທິ ໃນການຄອບຄອງປືນ ຄວນຈະຍິງ ທ່ານນາງ Hillary Clinton ແລະຕົວະລ່າຍກ່ຽວກັບເລື້ອງອື່ນໆອີກທັງໃຫຍ່ແລະນ້ອຍ.
Your browser doesn’t support HTML5
Donald Trump on Obama, Clinton 'Founders' of ISIS and Clinton MVP
ຮວມຢູ່ໃນບັນດາເຫດຜົນອື່ນໆນັ້ນ ພວກເຂົາເຈົ້າໄດ້ອ້າງການປະທະຄາລົມຂອງທ່ານກັບພໍ່ແມ່ຂອງທະຫານອາເມຣິກັນທີ່ນັບຖືສາສະໜາອິສລາມ ທີ່ໄດ້ເສຍຊີວິດຢູ່ອີຣັກ ການໃຫ້ຊ່ອງທາງວ່າ ພວກສະໜັບສະໜຸນສິດທິ ໃນການຄອບຄອງປືນ ຄວນຈະຍິງ ທ່ານນາງ Hillary Clinton ແລະຕົວະລ່າຍກ່ຽວກັບເລື້ອງອື່ນໆອີກທັງໃຫຍ່ແລະນ້ອຍ.
ຜູ້ສະໝັກປະທານາທິບໍດີ ຂອງພັກເດໂມແຄຣັດ ທ່ານນາງ Hillary Clinton
ຫົວໜ້າປະຊາສຳພັນຂອງພັກຣີພັບບລີກັນ ທ່ານ Andrew Weinstein ກ່າວຕໍ່ວີໂອເອ ວ່າ ຖ້າຄະນະກຳມະການແຫ່ງຊາດຂອງພັກຣີພັບບລີກັນບໍ່ໄດ້ປ່ຽນຈຸດເພັ່ງເລັງຂອງຕົນໃນທັນທີແລ້ວ ການພັງພິນາດລົງ ຂອງຂະບວນລົດໄຟ ທ່ານ Trump ໃນເດືອນພະຈິກ ອາດທຳລາຍການກຳສຽງສ່ວນຫຼາຍຂອງພວກເຮົາ ຢູ່ໃນລັດຖະສະພາໄປພ້ອມ. ພວກເຮົາບໍ່ສາມາດລໍຖ້າໃຫ້ມັນເກີດຂຶ້ນໄດ້ອີກຕໍ່ໄປ ທີ່ຈະເພັ່ງເລັງຊັບພະຍາກອນຂອງພວກເຮົາ ໄປໃສ່ການແຂ່ງຂັນຕ່າງໆ ທີ່ພວກເຮົາຈະຊະນະ ແທນທີ່ຈະຈູດເງິນຖິ້ມຕື່ມ ນຳຜູ້ສະໝັກປະທານາທິບໍດີ ທີ່ຈະບໍ່ສາມາດຖືກຮັບເລືອກໄດ້.
ຍັງບໍ່ມີຄຳຕອບໃດໆຈາກການໂຄສະນາຫາສຽງຂອງທ່ານ Trump ເທື່ອກ່ຽວກັບເລື້ອງນີ້.
Your browser doesn’t support HTML5
Hillary Clinton Says Trump's Economic Plan Will Pull US Back Into Recession